spot_img
Homeຂ່າວຕ່າງປະເທດSONY ຢຸດການນຳໃຊ້ປລາສະຕິກເປັນສິ່ງຫຸ້ມຫໍ່ເຄື່ອງໃຊ້ອີເລັກໂທນິກ

SONY ຢຸດການນຳໃຊ້ປລາສະຕິກເປັນສິ່ງຫຸ້ມຫໍ່ເຄື່ອງໃຊ້ອີເລັກໂທນິກ

Published on

Sony ບໍລິສັດຂະໜາດໃຫຍ່ຂອງຍີ່ປຸ່ນທີ່ຈຳໜ່າຍເຄື່ອງໃຊ້ອີເລັກໂທນິກ ທີ່ຄົນລາວຕ່າງກໍຮູ້ຈັກ ໄດ້ປະກາດຢຸດໃຊ້ປລາສະຕິກສຳລັບສິ່ງຫຸ້ມຫໍ່ໃນປີໜ້າເປັນຕົ້ນໄປ ຖືວ່າເປັນບໍລິສັດອີເລັກໂທນິກຂະໜາດໃຫຍ່ທຳອິດຂອງຍີ່ປຸ່ນ ທີ່ຢຸດໃຊ້ປລາສະຕິກໃນສິ່ງຫຸ້ມຫໍ່ເຄື່ອງອີເລັກໂທນິກ.

ໂດຍທາງບໍລິສັດຈະເລີ່ມຕົ້ນ ສິ່ງຫຸ້ມຫໍ່ຂອງຜະລິດຕະພັນຂະໜາດນ້ອຍທີ່ມີນ້ຳໜັກບໍ່ຫຼາຍກວ່າ 1 ກິໂລກຼາມ ເຊັ່ນ ໂທລະສັບ ກ້ອງ ເຄື່ອງສຽງປະເພດຕ່າງໆ ເຊິ່ງຈະກວມເອົາປະມານ 40% ຂອງຜະລິດຕະພັນທັງໝົດທີ່ Sony ຈັດສົ່ງໃນປີທີ່ຜ່ານມາ ໂດຍຄາດການວ່າທາງບໍລິສັດຈະພັດທະນາສິ່ງຫຸ້ມຫໍ່ໃໝ່ທີ່ມາຈາກ ໄມ້ໄຜ່ ແລະ ຊານອ້ອຍ ,ແລະ ຈັດຊື້ກ່ອງເຈ້ຍ ສຳລັບຜະລິດຕະພັນຂະໜາາດໃຫຍ່ ພ້ອມນັ້ນຍັງມີແຜນທີ່ຈະຜະລິດໂຟມທີ່ສາມາດລີໄຊເຄິລໄດ້.

ໃນຂະນະດຽວກັນນີ້ບໍລິສັດ Apple ກໍໄດ້ຫຼຸດການໃຊ້ປລາສະຕິກໃນສິ່ງຫຸ້ມຫໍ່ລົງເຫຼືອ 4% ຂອງທັງໝົດ ແລະ ມີແຜນທີ່ຈະຢຸດໃຊ້ຢ່າງຖາວອນໃນປີ 2025.

Sony ກໍມີເປົ້າໝາຍເພື່ອສິ່ງແວດລ້ອມລະດັບໂລກ Road to Zero ເພື່ອຫຼຸດຜົນກະທົບຕໍ່ສິ່ງແວດລ້ອມຕະຫຼອດທັງຂະບວນການຜະລິດ ພາຍໃນປີ 2040.

ແຫຼ່ງຂ່າວຈາກ Nikkei Asia

ບົດຄວາມຫຼ້າສຸດ

ປັບສູງສຸດ 2,000 ໂດລາ ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ

ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ ພ້ອມທັງຕັ້ງຄ່າປັບໄໝສູງສຸດ 2,000 ໂດລາ ຫຼື ປະມານ 45 ລ້ານກີບ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ສິງຫາ 2025 ຜ່ານມາ,...

ປະຫວັດ “ບຸນຫໍ່ເຂົ້າປະດັບດິນ” ປະເພນີລາວທີ່ສືບທອດມາແຕ່ບູຮານນະການ

ວັນບຸນຫໍ່ເຂົ້າປະດັບດິນ ບຸນປະເພນີທີ່ບູຮານໄດ້ພາກັນປະຕິບັດກັນມາ ເພື່ອເປັນການອຸທິດບຸນກຸສົນ ໃຫ້ກັບຍາດຕິພີ່ນ້ອງ ຜູ້ທີ່ລ່ວງລັບໄປແລ້ວ ລວມທັງສັມພະເວສີ ຜີທີ່ບໍ່ມີຍາດ. ຄວາມ​ໝາຍ​ຄວາມ​ສໍາຄັນ​ຂອງ​ບຸນ​ຫໍ່​ເຂົ້າປະດັບດິນ: ຫໍ່​ເຂົ້າປະດັບດິນ ໝາຍ​ເຖິງ ການ​ນໍາ​ເອົາ​ອາຫານ​ຫວານ​ຄາວ ຊີ້ນ​ແຫ້ງ​ປາ​ຕາຍ, ເຂົ້າຕົ້ມເຂົ້າໜົມ, ໝາກ​ໄມ້​ນານາ​ຊະນິດ ແລະ...

ເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ

ເປີດເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ ໃນລະຫວ່າງວັນທີ 15-19 ສິງຫາ 2025 ນີ້, ຄະນະຮັບຜິດຊອບການບັນຈຸຄູອາສາສະໝັກເຂົ້າເປັນກຳລັງປ້ອງກັນຊາດ ນຳໂດຍ ທ່ານ ນາງ ຄຳພັດ ໄຊຍະລິນຄຳ ຮອງຫົວໜ້າກົມສ້າງຄູ...

ກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຂອງສະພາບໍລິຫານທະນາຄານແຫ່ງ ສປປ ລາວ ຄັ້ງທີ III ປະຈຳປີ 2025

ກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຂອງສະພາບໍລິຫານທະນາຄານແຫ່ງ ສປປ ລາວ ຄັ້ງທີ III ປະຈຳປີ 2025 ໃນອາທິດຜ່ານມາ, ທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ຈັດກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຄັ້ງທີ...