spot_img
Homeຂ່າວພາຍ​ໃນເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ

ເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ

Published on

ເປີດເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ

ໃນລະຫວ່າງວັນທີ 15-19 ສິງຫາ 2025 ນີ້, ຄະນະຮັບຜິດຊອບການບັນຈຸຄູອາສາສະໝັກເຂົ້າເປັນກຳລັງປ້ອງກັນຊາດ ນຳໂດຍ ທ່ານ ນາງ ຄຳພັດ ໄຊຍະລິນຄຳ ຮອງຫົວໜ້າກົມສ້າງຄູ ກະຊວງສຶກສາທິການ ແລະ ກິລາ, ພ້ອມດ້ວຍທີມງານ ຈາກກະຊວງປ້ອງກັນປະເທດ ແລະ ພາກສ່ວນທີ່ກ່ຽວຂ້ອງ ລົງເຄື່ອນໄຫວເກັບກຳ, ກວດກາ, ຄັດເລືອກ ແລະ ບັນຈຸລາຍຊື່ຄູອາສະໝັກ ເພື່ອເຂົ້າເປັນລັດຖະກອນປ້ອງກັນຊາດ ແລະ ເປັນຄູສອນຢູ່ເຂດຫ່າງໄກສອກຫລີກ ຢູ່ແຂວງຈຳປາສັກ ແລະ ແຂວງອັດຕະປື.

ມາດຖານເງື່ອນໄຂ ການບັນຈຸຄູອາສາສະໝັກເຂົ້າເປັນລັດຖະກອນປ້ອງກັນຊາດ ແລະ ເປັນຄູສອນ ຕາມຂັ້ນຕອນ ແລະ ຂະບວນການ ເພື່ອສອດຄ່ອງກັບສະພາບ ແລະ ເງື່ອນໄຂຕົວຈິງໃນປັດຈຸບັນ ມີຄື:

– ເປັນຄູອາສາສະໝັກທີ່ມີໃນບັນຊີລາຍຊື່ຮັບເງິນອຸດໜູນ ທີ່ໄດ້ຮັບອະນຸມັດຈາກກະຊວງສຶກສາທິການ ແລະ ກິລາ
– ຕ້ອງເປັນຄົນລາວໂດຍກຳເນີດ ມີປະຫວັດຈະແຈ້ງ, ເປັນເພດຍິງ ຫລື ເພດຊາຍ ອາຍຸບໍ່ເກີນ 35 ປີ ໃນກໍລະນີອາຍຸເກີນ 35 ປີ ຫາກຄວາມຈໍາເປັນ ຈະຄົ້ນຄວ້າພິຈາລະນາຕາມຄວາມເໝາະສົມ
– ຮຽນຈົບວິຊາສະເພາະຄູອະນຸບານ, ປະຖົມ ແລະ ມັດທະຍົມ ຫລື ໄດ້ຜ່ານການຝຶກອົບຮົມວິຊາຄູມາກ່ອນ; ມີຮ່າງກາຍສົມບູນ, ສຸຂະພາບແຂງແຮງດີ, ບໍ່ເປັນພະຍາດຕິດແປດ.
ຂັ້ນຕອນ ແລະ ຂະບວນການໃນການບັນຈຸ:
1. ຄູອາສາສະໝັກ ທີ່ຖືກຄັດເລືອກຕາມມາດຕະຖານ ແລະ ເງື່ອນໄຂ ຕ້ອງປະກອບເອກະສານເຂົ້າເປັນລັດຖະກອນປ້ອງກັນຊາດ ຄົບຊຸດຕາມລະບຽບການ ແລະ ຕ້ອງໄດ້ເຊັນສັນຍາຮ່ວມກັບຝ່າຍ ກະຊວງປ້ອງກັນປະເທດ ແລະ ກະຊວງສຶກສາທິການ ແລະ ກິລາ(ຕາມແບບຟອມສັນຍາ)
2. ພາຍຫລັງໄດ້ຮັບເອກະສານເຂົ້າເປັນລັດຖະກອນປ້ອງກັນຊາດແລ້ວ ຕ້ອງໄດ້ກວດສຸຂະພາບຢູ່ໂຮງໝໍ ກອງບັນຊາການທະຫານແຂວງ, ນະຄອນຫລວງ ຫລື ໂຮງໝໍບໍລິເວນ 101, 103, 106, 107, 109 ຕາມລາຍການຂອງກົມເສນາຮັກ ກຳນົດ, ພ້ອມທັງຖືເອົາຜົນກວດສຸຂະພາບ ເພື່ອມາຢັ້ງຢືນ.
ສໍາລັບໜ້າທີ່ ຄູອາສາສະໝັກ ທີ່ໄດ້ຮັບການບັນຈຸ ແມ່ນປະຕິບັດ 2 ໜ້າທີ່ຄື: ສິດສອນ ແລະ ກໍ່ສ້າງຮາກຖານໃນບ່ອນທີ່ຕົນເອງສັງກັດຢູ່ ແລະ ດໍາເນີນຊີວິດຢູ່ໃນໂຮງຮຽນທີ່ຕົນສັງກັດ, ພ້ອມທັງມີການປະເມີນຕີລາຄາການປະຕິບັດໜ້າທີ່, ການສິດສອນ ເປັນແຕ່ລະໄລຍະ. ສ່ວນການຮັບນະໂຍບາຍເງິນເດືອນ ແມ່ນສາມາດຮັບໄດ້ຢູ່ກອງບັນຊາການທະຫານເມືອງ ຫລື ກອງກໍ່ສ້າງຮາກຖານການເມືອງ ໃນເຂດທີ່ຕົນສັງກັດ.
ສ່ວນການປະຕິບັດນະໂຍບາຍ ໃຫ້ແກ່ຄູອາສາສະໝັກ ທີ່ໄດ້ຮັບການບັນຈຸເຂົ້າເປັນລັດຖະ ກອນປ້ອງກັນຊາດ ແມ່ນກອງບັນຊາການທະຫານເມືອງ ຫລື ກອງກໍ່ສ້າງຮາກຖານການເມືອງ ໃນເຂດທີ່ຕົນສັງກັດ ເປັນຜູ້ຄິດໄລ່ເງິນເດືອນ ແລະ ເງິນນະໂຍບາຍ ເຊິ່ງມີລາຍລະອຽດດັ່ງນີ້:
1. ນະໂຍບາຍອາຊີບຄູ
– ໄດ້ຮັບເງິນອຸດໜູນວິຊາຊີບຄູ
– ໄດ້ຮັບເງິນນະໂຍບາຍການສອນຫ້ອງຄວບ
– ໄດ້ຮັບເງິນນະໂຍບາຍສອນໃນເຂດຫ່າງໄກສອກຫຼີກ ແລະ ທຸລະກັນດານ
– ໄດ້ຮັບການເລື່ອນຊັ້ນ ຕຳແໜ່ງບໍລິຫານ, ວິຊາການຄູ ແລະ ເງິນອຸດໜູນ ຕາມລະບຽບການ ແລະ ກົດໝາຍກໍານົດໄວ້
– ໄດ້ຮັບການເຝິກອົບຮົມ ແລະ ຍົກລະດັບ ວິຊາຊີບຄູ.
2. ນະໂຍບາຍໃນການປະຕິບັດໜ້າທີ່ເປັນທະຫານ
– ໄດ້ຮັບການປະດັບທຽບຊັ້ນຕາມວຸດທິການສຶກສາ
– ໄດ້ຮັບນະໂຍບາຍເງິນເດືອນ
– ໄດ້ຮັບການເລື່ອນຊັ້ນ
– ໄດ້ຮັບຊຸດເຄື່ອງແບບທະຫານ
– ການຝຶກອົບຮົມທາງການທະຫານ
– ໄດ້ຮັບນະໂຍບາຍອື່ນໆ ເຊັ່ນ: ເຄື່ອງອຸປະໂພກ, ບໍລິໂພກ ຕາມອັດຕາ, ຕາມລະບຽບການ ແລະ ກົດໝາຍ ວ່າດ້ວຍນາຍທະຫານກອງທັບປະຊາຊົນລາວ.
ສໍາລັບ 6 ເມືອງເປົ້າໝາຍ ໃນແຂວງຈໍາປາສັກ ໄດ້ຮັບແຜນແບ່ງປັນຕົວເລກໃຫ້ຄູອາສາສະໝັກ ຈາກກະຊວງສຶກສາທິການ ແລະ ກິລາ ຈໍານວນ 151 ຄົນ, ມາສະໝັກຕົວຈິງ 128 ຄົນ, ຍິງ 77 ຄົນ. ສ່ວນແຂວງອັດຕະປື ໄດ້ຮັບຕົວເລກແບ່ງປັນ 7 ຄົນ, ໃນ 3 ເມືອງເປົ້າໝາຍແຕ່ມາສະໝັກຕົວຈິງ 4 ຄົນ.

ບົດຄວາມຫຼ້າສຸດ

ອຸທາຫອນ! ແມ່ຕູ້ຊາວຈີນມີຄວາມເຊື່ອແປກ ຕັດສິນໃຈກິນກົບສົດໆລົງທ້ອງ ຫວັງໃຫ້ເຊົາເຈັບຫຼັງ ແຕ່ສຸດທ້າຍອາການໜັກ

ເມື່ອປວດຫຼັງຫຼາຍຄົນອາດຈະເລືອກກິນຢາ ຫຼື ໄປຫາແພດ ແມ່ນບໍ່, ແຕ່ມີລາຍງານຂ່າວຈາກເມືອງຫາງໂຈ ປະເທດຈີນ, ເມືອບໍ່ດົນມານີ້ ວ່າ ມີແມ່ຕູ້ຄົນໜຶ່ງ ມີອາການເຈັບຫຼັງ ແລະເລືອກວິທີຮັກສາຕາມຄວາມເຊື່ອຂອງຕົນ ໂດຍການກືນກິນກົບສົດລົງທ້ອງ ຈົນເຮັດໃຫ້ເຊື້ອພະຍາດເຂົ້າສູ່ຮ່າງກາຍ. ເຊິ່ງກ່ອນເກີດເຫດແມ່ຕູ້ໄດ້ຂໍໃຫ້ພີ່ນ້ອງໄປຈັບກົບຂະໜາດນ້ອຍມາໃຫ້ ໂດຍບໍ່ໄດ້ບອກວ່າຈະເອົາໄປເຮັດຫຍັງ,...

ວັນການທູດລາວຄົບຮອບ 80 ປີ ປັດຈຸບັນ ລາວມີສາຍພົວພັນການທູດກັບ 151 ປະເທດ ມີສໍານັກງານຕາງໜ້າການທູດ ຢູ່ຕ່າງປະເທດ 41 ແຫ່ງ

ວັນການທູດລາວຄົບຮອບ 80 ປີ (12/10/1945-12/10/2025) ແມ່ນວັນສຳຄັນທາງປະຫວັດສາດຂອງຊາດ ທີ່ມີຄວາມໝາຍຄວາມສຳຄັນ ເພາະສະແດງອອກພູມປັນຍາຄວາມສະຫລາດສ່ອງໃສຂອງບັນພະບູລຸດ ແລະ ຄວາມສຳເລັດຂອງພາລະກິດຕ່າງໆຕັ້ງແຕ່ອາດີດຮອດປັດຈຸບັນ ແລະ ແນໃສ່ສືບຕໍ່ສ້າງເປັນບົດຮຽນ ເປັນມູນມັງມໍລະດົກຕົກທອດໃຫ້ແກ່ຄົນຮຸ່ນ ໃໝ່ຕໍ່ໆໄປໃນອະນາຄົດ. ເຊິ່ງກົມການເມືອງສູນກາງພັກໄດ້ອອກແຈ້ງການສະບັບເລກທີ...

ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ – ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ

ສະມາຄົມມິດຕະພາບລາວ - ສປປ ເກົາຫຼີ, ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ຮ່ວມກັບສະຖານເອກອັກຄະລັດຖະທູດແຫ່ງ ສປປ ເກົາຫຼີ ປະຈຳ ສປປ ລາວ...

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ຢ່າງເປັນທາງການ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025. ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 9 ຕຸລາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ...