spot_img
Homeຂ່າວພາຍ​ໃນເຈົ້າໜ້າທີ່ ກວດພົບ ອຸປະກອນທວນສັນຍານ ຈາກຕ່າງປະເທດ ມາໃຊ້ຢູ່ ນະຄອນຫລວງວຽງຈັນ

ເຈົ້າໜ້າທີ່ ກວດພົບ ອຸປະກອນທວນສັນຍານ ຈາກຕ່າງປະເທດ ມາໃຊ້ຢູ່ ນະຄອນຫລວງວຽງຈັນ

Published on

ຕັກເຕືອນ-ອົບຮົມ ພ້ອມຍຶດອຸປະກອນທວນສັນຍານ ຈາກຕ່າງປະເທດ ທີ່ລັກລອບມານຳໃຊ້ຢູ່ໃນນະຄອນຫຼວງວຽງຈັນ.

ວັນທີ 19 ສິງຫາ 2025 ເພຈຂ່າວກະຊວງເຕັກໂນໂລຊີ ແລະ ການສື່ສານ ລາຍງານວ່າ: ໃນລະຫວ່າງເດືອນ ມິຖຸນາ ຫາ ກໍລະກົດ 2025 ກົມ​​ຄື້ນ​ຄວາມ​ຖີ່ວິທະຍຸສື່ສານ, ກະ​ຊວງ​ເຕັກໂນໂລຊີ ແລະ ກາ​ນສື່​ສານ (ກຕສ) ໄດ້ລົງເກັບກໍາຂໍ້ມູນການລັກລອບນຳໃຊ້ອຸປະກອນທວນສັນຍານ ຈາກຕ່າງປະເທດ (Repeater) ເຂົ້າມານຳຢູ່ໃນຂອບເຂດນະຄອນຫລວງວຽງຈັນ.

ຫລັງຈາກໄດ້ເກັບກຳຂໍ້ມູນຮູ້ກຸ່ມເປົ້າໝາຍທີ່ລັກລອບນຳໃຊ້ແລ້ວ ກໍໄດ້ສົມທົບກັບເຈົ້າໜ້າທີ່ ຕຳຫລວດ ແລະ ພະແນກເຕັກໂນໂລຊີ ແລະ ການສື່ສານ ນະຄອນຫລວງວຽງຈັນ ​ລົງກວດກາ ແລະ ຮື້ຖອນອຸປະກອນທວນສັນຍານ ຈາກຕ່າງປະເທດ (Repeater) ຈໍານວນ 4 ຊຸດ.

ອຸປະກອນດັ່ງກ່າວ ແມ່ນອຸປະກອນທີ່ນໍາໃຊ້ຮັບ-ສົ່ງ ສັນຍານຈາກຕ່າງປະເທດ ມານໍາໃຊ້ຢູ່ ສປປ ລາວ ເຊິ່ງເປັນອຸປະກອນທີ່ຫ້າມນໍາເຂົ້າ, ຫ້າມຈໍາໜ່າຍ, ຫ້າມຕິດຕັ້ງ ແລະ ຫ້າມນໍາໃຊ້ຢູ່ໃນ ສປປ ລາວ. ເນື່ອງຈາກອຸປະກອນຕ້ອງຫ້າມນີ້ ຖ້າບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງລັກລອບນໍາໃຊ້ ເພາະຈະກໍ່ໃຫ້ເກີດຄື້ນຄວາມຖີ່ລົບກວນລະບົບໂທລະສັບເຄື່ອນທີ່ 2G/3G/4G ແລະ 5G ຂອງບັນດາຜູ້ໃຫ້ບໍລິການໂທລະຄົມມະນາຄົມ ສປປ ລາວ ແລະ ສົ່ງຜົນໃຫ້ການເຊື່ອມຕໍ່ມີຄວາມຫລ້າຊ້າ ຫຼື ບໍ່ສາມາດເຊື່ອມຕໍ່ໄດ້ປົກກະຕິ ແລະ ເປັນອຸປະກອນທວນສັນຍານ ທີ່ກຸ່ມຄົນບໍ່ດີ ລັກລອບນໍາໃຊ້ເຂົ້າໃນການຕົວະຍົວະຫລອກລວງທາງໂທລະສັບ ແລະ ທາງສື່ສັງຄົມອອນລາຍ, ເຊິ່ງຜິດຕໍ່ກົດໝາຍ ແລະ ລະບຽບການ ຂອງ ສປປ ລາວ.

ຕໍ່ກັບການລົງກວດກາ ແລະ ຮື້ຖອນໃນຄັ້ງນີ້ ທາງຄະນະຮັບຜິດຊອບ ໄດ້ຍຶດເອົາອຸປະກອນດັ່ງກ່າວ, ພ້ອມທັງຕັກເຕືອນ ແລະ ສຶກສາອົບຮົມ ຜູ້ນໍາໃຊ້ອຸປະກອນທວນສັນຍານ ຈາກຕ່າງປະເທດ (Repeater) ຖ້າຫາກກວດພົບເຫັນການນໍາໃຊ້ອຸປະກອນ ດັ່ງກ່າວນີ້ອີກ ແມ່ນຈະໄດ້ດໍາເນີນການຕາມກົດໝາຍ ແລະ ລະບຽບການ.

ແຫຼ່ງຂ່າວ: ກະຊວງເຕັກໂນໂລຊີ ແລະ ການສື່ສານ

ບົດຄວາມຫຼ້າສຸດ

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...