spot_img
Homeຂ່າວການຮ່ວມມືກອງປະຊຸມທົບທວນຜົນສຳເລັດການຈັດຕັ້ງປະຕິບັດຂອງແຜນງານເຊກາ

ກອງປະຊຸມທົບທວນຜົນສຳເລັດການຈັດຕັ້ງປະຕິບັດຂອງແຜນງານເຊກາ

Published on

ໃນວັນທີ 28 ຕຸລາ 2022 ຜ່ນມາ, ສະພາທີ່ປຶກສາຂອງແຜນງານ “ການມີສ່ວນຮ່ວມຂອງປະຊາຊົນຕໍ່ວຽກງານການປົກຄອງທີ່ດີ ແລະ ການສ້າງລັດທີ່ປົກຄອງດ້ວຍກົດໝາຍ” (ແຜນງານເຊກາ) ໄດ້ຈັດກອງປະຊຸມທົບທວນຜົນສຳເລັດການຈັດຕັ້ງປະຕິບັດຂອງແຜນງານເຊກາ ຈາກພາກສ່ວນຈັດຕັ້ງປະຕິບັດຈາກພາກລັດ ເປັນຕົ້ນແມ່ນ ກະຊວງພາຍໃນ, ສະພາແຫ່ງຊາດ, ກະຊວງຍຸຕິທຳ ແລະ ກະຊວງການຕ່າງເທດ ໂດຍມີການນຳສະເໜີ ຜົນສຳເລັດຂອງການຈັດຕັ້ງປະຕິບັດແຜນງານແຕ່ປີ 2017 ຫາ 2022. ແຜນງານ ເຊກາ ຈະສິ້ນສຸດໃນວັນທີ 31 ຕຸລາ ແລະ ກະກຽມໃນການຈັດຕັ້ງແຜນງານ ເຊກາ ໄລຍະ II ຊຶ່ງຄາດຄະເນຈະເລີ່ມສືບຕໍ່ຈັດຕັ້ງປະຕິບັດໃນເດືອນ ພະຈິກ 2022.

ສະພາທີ່ປຶກສາຂອງແຜນງານເຊກາປະກອບມີຜູ້ຕາງໜ້າຈາກຜູ້ຈັດຕັ້ງປະຕິບັດ ກະຊວງພາຍໃນ, ຜູ້ໃຫ້ທຶນຈາກສະຫະພາບເອິຣົບ, ລັດຖະບານສະທາລະນະລັດສະຫະພັນເຢຍລະມັນ, ແລະ ລັດຖະບານສະວິສເຊີແລນ ພ້ອມດ້ວຍບັນດາຄູ່ຮ່ວມຈັດຕັ້ງປະຕິບັດ ເຊັ່ນ: ສະພາແຫ່ງຊາດ, ກະຊວງການຕ່າງປະເທດ, ກະຊວງຍຸຕິທຳ, ກະຊວງພາຍໃນ ແລະ ຈີໄອແຊັດ (GIZ). ກອງປະຊຸມດັ່ງກ່າວໄດ້ຮັບກຽດເປັນປະທານໂດຍ ທ່ານ ນິສິດ ແກ້ວປັນຍາ, ຮອງລັດຖະມົນຕີ ກະຊວງພາຍໃນ ແລະ ທ່ານ ນາງ ອັນເນັດ ຄະໂນລບລອກ (Annette Knobloch), ເອກອັກຄະລະສະທູດແຫ່ງສາທາລະນະລັດ ສະຫະພັນ ເຢຍລະມັນ ປະຈຳ ສປປ ລາວ.

ໃນກອງປະຊຸມ ທ່ານ ນາງ ວິໄລທອນ ສູນທອນໄຊຍະມຸງຄຸນ ຫົວໜ້າຫ້ອງການ ກະຊວງພາຍໃນ ແລະ ຫົວໜ້າກອງເລຂາແຜນງານເຊກາ ພ້ອມດ້ວຍບັນດາຜູ້ຕາງໜ້າຈາກຄູ່ຮ່ວມຈັດຕັ້ງປະຕິບັດ ໄດ້ນຳສະເໜີຜົນສຳເລັດທີ່ສຳຄັນໃນການຈັດຕັ້ງປະຕິບັດ ຂອງແຜນງານເຊກາ ນັບຕັ້ງແຕ່ປີ 2017 ຫາ ທ້າຍເດືອນຕຸລາ 2022.

ຊຶ່ງມີບັນດາຜູ້ຕາງໜ້າຈາກພາກລັດ, ຄູ່ຮ່ວມພັດທະນາ ແລະ ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ທີ່ເຮັດວຽກໃນຂະແໜງການປົກຄອງ ພ້ອມທັງຄະນະປະສານງານຂອງອົງການຈັດຕັ້ງທາງສັງຄົມ ໄດ້ປະກອບຄໍາເຫັນ ແລະ ສົນທະນາແລກປ່ຽນປະສົບການຮ່ວມມືກັບແຜນງານເຊກາ.
ຜົນສໍາເລັດທີ່ສໍາຄັນຂອງແຜນງານເຊກາ ມີດັ່ງນີ້່:

1. ການສະໜັບສະໜູນການພັດທະນາຂີດຄວາມສາມາດໃຫ້ແກ່ 37 ອົງການຈັດຕັ້ງທາງສັງຄົມ ໂດຍຜ່ານທຶນຊ່ວຍເຫຼືອລ້າຂະໜາດນ້ອຍ ຈາກການສະໜັບສະໜູນໂດຍແຜນງານເຊກາ ໃນການປັບປຸງຄວາມອາດສາມາດຂອງອົງກອນ ແລະ ພົນລະເມືຶອງລາວ ຫຼາຍກວ່າ 9000 ຄົນ ທີ່ໄດ້ຮັບຜົນປະໂຫຍດ; ການພົວພັນ ແລະ ການສົນທະນາລະຫວ່າງລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລາວ ໄດ້ຮັບການປັບປຸງ; ໄລຍະເວລາໃນການລົງທະບຽນຂອງອົງການຈັດຕັ້ງທາງສັງຄົມລາວໄດ້ຫຼຸດລົງຈາກ 595 ມື້ໃນປີ 2018 ມາເປັນ 151 ມື້ໃນປີ 2022.
2. ສົ່ງເສີມການຮຽນຮູ້ ແລະ ຖອດຖອນບົດຮຽນຈາກປະສົບການຂອງສະພາແຫ່ງຊາດສູ່ສະພາປະຊາຊົນຂັ້ນແຂວງ 18 ແຂວງທົ່ວປະເທດໃນການປະຕິບັດພາລະບົດບາດ ແລະ ຂັ້ນຕອນຂອງສະພາແຫ່ງຊາດ ; ຊຸກຍູ້ໃຫ້ສະພາປະຊາຊົນຂັ້ນແຂວງທັງໝົດສາມາດດຳເນີນງານ ແລະ ນຳໃຊ້ກົນໄກຕ່າງໆ ເພື່ອໝູນໃຊ້ເຂົ້າໃນການມີສ່ວນຮ່ວມ ກັບສາທາລະນະ ເປັນຕົ້ນແມ່ນ: ການຮັບຟັງຄຳຄິດເຫັນປະຊາຊົນ ແລະ ການທາບທາມຄຳຄິດເຫັນ, ການລົງເຜີຍແຜ່ ແລະ ການຕິດຕາມກວດກາ, ສາຍດ່ວນຂອງປະຊາຊົນ; ສະໜອງຂໍ້ສະເໜີແນະຂອງຊ່ຽວຊານໃນການສ້າງນິຕິກຳ; ເສີມສ້າງຄວາມຮູ້ໃນການທົບທວນການຕິດຕາມກວດກາງົບປະມານໃຫ້ແກ່ພະນັກງານຂອງສະພາປະຊາຊົນຂັ້ນແຂວງທີ່ຜ່ານການຝຶກອົບຮົມ ຫລາຍກ່ວາ 1,200 ທ່ານ.
3. ປູກຈິດສຳນຶກກ່ຽວກັບກົດໝາຍ ແລະ ສິດທິຂອງພົນລະເມືອງ ແລະ ການໃຫ້ຄວາມຊ່ວຍເຫຼືອໃນການເຂົ້າເຖິງຂະບວນການຍຸຕິທໍາ, ສ້າງຄວາມເຂັ້ມແຂງກ່ຽວກັບບັນຫາເພດພາວະໃນວຽກໄກ່ເກ່ຍຂໍ້ຂັດແຍ່ງຂັ້ນບ້ານ, ສະໜັບສະໜູນການເພີ່ມທະວີບົດບາດການປະສານງານຂອງກະຊວງການຕ່າງປະເທດໃນການຈັດຕັ້ງປະຕິບັດພັນທະກົດໝາຍສາກົນຂອງ ສປປ ລາວ.

ສະມາຊິກສະພາທີ່ປຶກສາ ໄດ້ຍ້ອງຍໍຊົມເຊີຍຕໍ່ຜົນສໍາເລັດການຈັດຕັ້ງປະຕິບັດ ຂອງແຜນງານເຊກາ. ຊຶ່ງຄູ່ຮ່ວມພັດທະນາຂອງທີມເອີຣົບ ໃຫ້ການຢືນຢັນອີກເທື່ອໜຶ່ງຕໍ່ການຮ່ວມມືໃນການສະໜັບສະໜູນວຽກງານປົກຄອງທີ່ດີ, ການສ້າງລັດທີ່ປົກຄອງດ້ວຍກົດໝາຍ ແລະ ສິດທິມະນຸດໃນ ສປປ ລາວ ໃນໄລຍະ II ຂອງແຜນງານເຊກາ.

ຜູ້ເຂົ້າຮ່ວມກອງປະຊຸມ ໄດ້ສົນທະນາ ແລະ ແລກປ່ຽນຢ່າງກົງໄປກົງມາ. ສະມາຊິກສະພາທີ່ປຶກສາຂອງແຜນງານເຊກາ ຢືນຢັນເຖີງຄວາມຕັ້ງໃຈຮ່ວມກັນໃນການເລີ່ມຕົ້ນການຈັ້ດຕັ້ງປະຕິບັດ “ແຜນງານເຊກາ ໄລຍະ II” ໃນເດືອນພະຈິກ 2022.
ແຜນງານເຊກາ ເປັນຈຸດລິເລີ່ມຮ່ວມກັນລະຫວ່າງ ລັດຖະບານຂອງ ສປປ ລາວ ແລະ ຄູ່ຮ່ວມພັດທະນາ “ທີມເອີຣົບ” ເຊີ່ງລວມມີ: ສະຫະພາບ ເອີຣົບ, ລັດຖະບານເຢຍລະມັນ ແລະ ລັດຖະບານສະວິສເຊີແລນ. ຈິໄອແຊັດ (GIZ) ໄດ້ຮັບມອບໝາຍໃຫ້ຈັດຕັ້ງປະຕິບັດແຜນງານຮ່ວມກັບກະຊວງພາຍໃນ ແລະ ຄູ່ຮ່ວມຈັດຕັ້ງປະຕິບັດທີ່ກ່ຽວຂ້ອງ ເພື່ອໃຫ້ບັນລຸເປົ້າໝາຍລວມໃນການເພີ່ມທະວີການມີສ່ວນຮ່ວມຂອງປະຊາຊົນໃນຂະບວນການພັດທະນາປະເທດຊາດ ໂດຍສົ່ງເສີມການປົກຄອງທີ່ດີ, ສິດທິມະນຸດ ແລະ ການສ້າງລັດທີ່ປົກຄອງດ້ວຍກົດໝາຍ.
ອ່ານຂໍ້ມູນເພີ່ມເຕີມໄດ້ທີ່: ແຜນງານການມີສ່ວນຮ່ວມຂອງປະຊາຊົນຕໍ່ວຽກງານການປົກຄອງທີ່ດີ ແລະ ການສ້າງລັດທີ່ປົກຄອງດ້ວຍກົດໝາຍ (CEGGA) (giz.de)

ບົດຄວາມຫຼ້າສຸດ

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ໃນ 2 ປີທີ່ (2024-2025) Felix ໄດ້ບໍລິຈາກໃຫ້ປະເທດລາວ ລວມມູນຄ່າທັງໝົດປະມານ 3 ຕື້ກີບ

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ຂອບໃຈທີ່ໃຫ້ການສະໜັບສະໜູນມາຕະຫຼອດ 2 ປີ (2024-2025) ທີ່ໄດ້ເຂົ້າມາຊ່ວຍເຫຼືອເດັກນ້ອຍໃນປະເທດລາວໃຫ້ມີຊີວິດການເປັນຢູ່ ແລະ ສະພາບເວດລ້ອມທີ່ດີຂຶ້ນ, ໃນ 2...

ຕ້ອງກະກຽມຂໍ້ມູນຫຍັງແນ່ ເພື່ອຂຽນປະກອບເອກະສານເຮັດບັດປະຈໍາຕົວດິຈິຕອນ ກຽມພ້ອມໄວ້ ເພື່ອຄວາມສະດວກ ແລະ ວ່ອງໄວ

ໃນປັດຈຸບັນໃນນະຄອນຫຼວງວຽງຈັນສາມາດເຮັດບັດປະຈໍາຕົວໄດ້ແລ້ວ ຢູ່ທີ່ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ບ້ານແສງສະຫວ່າງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເຊິ່ງກ່ອນທີ່ຈະເຮັດບັດປະຈຳຕົວດິຈິຕອນແມ່ນ ຕ້ອງໄດ້ຊື້ແບບຟອມປະກອບຂໍ້ມູນ ລາຄາ 30,000 ກີບ ແລະ ຈະເປີດບໍລິການເຮັດບັດປະຈຳຕົວໃນທົ່ວປະເທດໃນຕົ້ນເດືອນຕຸລາ...

ອົບພະຍົບຫຼາຍກວ່າ 1,000 ຄົນ ເຫດໄຟໄໝ້ເຂດຊຸມຊົນແອອັດ ໃນນະຄອນຫຼວງມະນິລາ ປະເທດຟິລິປິນ

ເກີດເຫດໄຟໄໝ້ຮຸນແຮງຢູ່ເຂດຊຸມຊົນແອອັດ ໃນເມືອງຫຼວງຂອງຟິລິບປິນ ປະຊາຊົນຫຼາຍກວ່າ 500 ຄອບຄົວບໍ່ມີທີ່ຢູ່ອາໄສ. ສຳນັກຂ່າວຕ່າງປະເທດລາຍງານວ່າ: ໃນວັນທີ 15 ກັນຍາ 2025 ຜ່ານມາ, ເກີດເຫດໄຟໄໝ້ຮຸນແຮງໃນຊ່ວງກາງຄືນໃນດເຂດຊຸມຊົນ ແຮບປີ້ແລນ ເຮັດໃຫ້ອາຄານບ້ານເຮຶືອນໄດ້ຮັບຄວາມເສຍຫາຍຫຼາຍຮ້ອຍຫຼັງ ເຮັດໃຫ້ປະຊາຊົນກວ່າ...

ງົດງາມທີ່ສຸດຈາກທົ່ວໂລກ ຕາດກວາງຊີ ແຂວງຫຼວງພະບາງ ຖືຈັດຢູ່ໃນ 21 ນໍ້າຕົກທີ່ສວຍງາມຈາກທົ່ວໂລກ ປີ 2025

ວາລະສານ ການທ່ອງທ່ຽວຊື່ດັງຂອງໂລກ Travel + Leisure ໄດ້ຈັດອັນດັບ Top 21 Most Beautiful Waterfalls in the World...