spot_img
Homeນານາສາລະການຄົ້ນໜັງສືເກົ່າ ສ່ຽງຕິດເຊື້ອລາໃນປອດ

ການຄົ້ນໜັງສືເກົ່າ ສ່ຽງຕິດເຊື້ອລາໃນປອດ

Published on

ໜັງສືເກົ່າເປັນແຫຼ່ງເຊື້ອລາສະສົມຢູ່ຈຳນວນຫຼາຍ ຖ້າວ່າມີການຮື້ຄົ້ນໂດຍບໍ່ໃສ່ໜ້າກາກອະນາໄມ ແລະ ເປັນຄົນທີ່ຮ່າງກາຍບໍ່ແຂງແຮງ ອາດຈະຕິດເຊື້ອໃນປອດໄດ້.

ຫົວໜ້າຫ້ອງໄອຊີຢູ ສະເພາະທາງດ້ານລະບົບຫາຍໃຈຜູ້ປ່ວຍໜັກ ແລະ ໂຣກຜູ້ປ່ວຍສູງອາຍຸ ໃນໂຮງໝໍວິໄຊຍຸດ ຂອງປະເທດໄທ ໄດ້ເຕືອນໜັກສະສົມປື້ມ ເນື່ອງຈາກພົບຜູ້ປ່ວຍຕິດເຊື້ອລາໃນປອດຈາກໜັງສືເກົ່າ ໂດຍວ່າ ມີຜູ້ປ່ວຍ ຊາຍ ອາຍຸ 79 ປີ ກຽມຍ້າຍບ້ານ ແລ້ວໃຫ້ຄົນ 2 ຄົນ ຄົ້ນໜັງສືເກົ່າ ທີ່ເກັບໄວ້ຫຼາຍກວ່າ 20 ປີ ຈົນເຈ້ຍໜັງສືເປັນສີນ້ຳຕານ ເພື່ອນຳໄປຖິ້ມ ແລະ ເກັບໄວ້ພຽງບາງເຫຼັ້ມ ຜູ້ປ່ວຍນັ້ນໄດ້ນັ່ງຢູ່ຫ້ອງໜັງສືເປັນເວລາ 2 ຊົ່ວໂມງ ໂດຍທີ່ບໍ່ໄດ້ໃສ່ໜ້າກາກອະນາໄມ.

ຫຼັງຈາກນັ້ນ9 ມື້ ກໍເລີ່ມເປັນໄຂ້ ໄອແຫ້ງ ເມື່ອຍ ຂະນະທີ່ກ່ອນໜ້ານີ້ ຜູ້ປ່ວຍເປັນໂຣກເສັ້ນປະສາດອັກເສບແບບເລື້ອລັງ  (Chronic inflammatory demyelinating polyradiculoneuropathy ຫຼື CIDP) ເຮັດໃຫ້ແຂນຊາ ແລະ ອ່ອນແຮງ 3 ເດືອນ ກຳລັງຮັກສາດ້ວຍຢາສະເຕຍລອຍຂະໜາດສູງ ແລະ ຢາ cellcept.

ພາຍຫຼັງກວດປອດ ກໍພົບຄວາມຜິດປົກກະຕິຢູ່ປອດ 2 ຂ້າງ ມີຮູນ້ອຍໆຢູ່ປອດ ໃນບໍລິເວນນັ້ນກໍມີຮອຍສີຂາວຫຼາຍບ່ອນໃນປອດທັງ 2 ແລະ ສ່ອງເຂົ້າໄປກໍມີຂີ້ສະເຫຼດສີຂາວ ເມື່ອເກັບໄປກວດກໍພົບວ່າເປັນເຊື້ອລາ.

ທ່ານໝໍກໍໄດ້ຢືນຢັນວ່າ ເນື່ອງຈາກການສູດດົມຫາຍໃຈອາກາດ ທີ່ມີເຊື້ອລາມາຈາກປື້ມໜັງສືທີ່ຊຸ່ມ ເຮັດໃຫ້ເກີດປອດຕິດເຊື້ອລາ aspergillosis.

ບົດຄວາມຫຼ້າສຸດ

ລາວ-ສ.ເກົາຫຼີ ລົງນາມຮ່ວມມື ເພື່ອດໍາເນີນໂຄງການສ້າງສູນພັດທະນາບຸກຄະລາກອນທາງດ້ານດິຈິຕອນ ມູນຄ່າ 9.9 ລ້ານໂດລາ

ລາວ-ສ.ເກົາຫຼີ ລົງນາມບົດບັນທຶກການຮ່ວມມື (Record of Discussion-ROD) ເພື່ອດໍາເນີນໂຄງການສ້າງສູນພັດທະນາບຸກຄະລາກອນທາງດ້ານດິຈິຕອນ ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ຮ່ວມກັບ ອົງການຮ່ວມມືສາກົນ ສ.ເກົາຫຼີ (KOICA) ໄດ້ຈັດພິທີລົງນາມບົດບັນທຶກການຮ່ວມມື...

ສົ່ງເສີມການທ່ອງທ່ຽວທາງທຳມະຊາດໃນລາວ ໂອກາດການທ່ອງທ່ຽວໃນເຂດປ່າໄມ້ຂອງລາວແບບເປີດກວ້າງ ພ້ອມກັບສ້າງວຽກເຮັດງານທຳໃຫ້ກັບແມ່ຍິງເຖິງ 75,000 ຄົນ

ກະຊວງ ກະສິກໍາ ແລະ ສິ່ງແວດລ້ອມ ໄດ້ອອກຂໍ້ຕົກລົງ ສະບັບ ເລກທີ 1926/ກປ,ລົງວັນທີ 03 ມິຖຸນາ 2025. ຊຶ່ງຂໍ້ຕົກສະບັບດັ່ງກ່າວນີ້ໄດ້ເປັນປັດໃຈພື້ນຖານໃນການຊຸກຍູ້ ແລະ ສົ່ງເສີມການທ່ອງທ່ຽວທຳມະຊາດ...

ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກເປັນເລຂາຄະນະບໍລິຫານງານພັກ ສປສສ

ຂໍສະແດງຄວາມຊົມເຊີຍ ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກຕັ້ງເປັນເລຂາຄະນະບໍລິຫານງານພັກສານປະຊາຊົນສູງສຸດ (ສປສສ) ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ V ອົງຄະນະພັກສານປະຊາຊົນສູງສຸດ ປິດລົງດ້ວຍຜົນສຳ ເລັດຢ່າງຈົບງາມໃນວັນທີ 11 ກັນຍານີ້ ທີ່ນະຄອນຫຼວງວຽງຈັນ...

ຖືກກັກໂຕແລ້ວ ຈາກກໍລະນີແພດທຳຮ້າຍຮ່າງກາຍຄົນເຈັບ ຢູ່ຫວຽດນາມ ພົບເຄື່ອງມືບໍ່ໄດ້ມາດຕະຖານ ແລະ ບໍ່ມີໃບອະນຸຍາດ

ໃນວັນທີ 11 ກັນຍາ 2025 ທີ່ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດນະຄອນໂຮຈິມິນ ປະເທດຫວຽດນາມ ໄດ້ຈັບກຸມ ນາງ ຫວຽນ ຖິ ຕ່ວນ ຈິງ (Nguyen...