spot_img
Homeຂ່າວການຊ່ວຍເຫຼືອສຕລ ມອບເງິນ 205 ລ້ານກວ່າກີບຊ່ວຍເຫຼືອແຂວງອຸດົມໄຊ

ສຕລ ມອບເງິນ 205 ລ້ານກວ່າກີບຊ່ວຍເຫຼືອແຂວງອຸດົມໄຊ

Published on

ສະຫະພັນບານເຕະແຫ່ງຊາດລາວ(ສຕລ) ໄດ້ມອບເງິນຈໍານວນ 205.120.000 ກີບ ໃຫ້ແຂວງອຸດົມໄຊເພື່ອນໍາໃຊ້ເຂົ້າໃນວຽກງານຕ້ານໄພພິບັດ. ໃນນັ້ນເປັນເງິນທີ່ໄດ້ຈາກການຂາຍປີ້ເຂົ້າຊົມການແຂ່ງຂັນ AFC U-20 ຮອບຄັດເລືອກຈໍານວນ 155.120.000 ກີບ ແລະ ເງິນຈາກ ສຕລ ຈໍານວນ 50.000.000 ກີບ.

ພິທີມອບ-ຮັບດັ່ງກ່າວ ໄດ້ຈັດຂື້ນທີ່ຫ້ອງວ່າການປົກຄອງແຂວງອຸດົມໄຊ ເມື່ອວັນທີ 15 ຕຸລາ 2022, ເຊິ່ງກ່າວມອບໂດຍ ທ່ານ ວີເພັດ ສີຫາຈັກຣ ປະທານສະຫະພັນບານເຕະແຫ່ງຊາດລາວ ແລະ ກ່າວຮັບໂດຍທ່ານ ທ່ານ ອ່ອນແກ້ວ ອຸ່ນອາລົມ ຄະນະປະຈຳພັກແຂວງ, ຮອງເຈົ້າແຂວງໆອຸດົມໄຊ ໂດຍຊ້ອງໜ້າຄະນະປະຈຳພັກແຂວງ, ສະຫະພັນບານເຕະແຫ່ງຊາດລາວ, ສະຫະພັນບານເຕະແຂວງອຸດົມໄຊ, ຫຼວງພະບາງ, ໄຊຍະບູລີ ແລະຈໍາປາສັກ ພ້ອມດ້ວຍຜູ້ຕາງໜ້ານັກກິລາທີມຊາດລາວເຂົ້າຮ່ວມເປັນສັກຂີພະຍານ.

ໃນໂອກາດນີ້ ທ່ານ ອ່ອນແກ້ວ ອຸ່ນອາລົມ ໄດ້ຕາງໜ້າອຳນາດການປົກຄອງແຂວງ ມອບໃບກຽດຕິຄຸນໃຫ້ແກ່ສຕລ ໂດຍແມ່ນ ທ່ານ ວີເພັດ ສີຫາຈັກຣ ປະທານສະຫະພັນບານເຕະແຫ່ງຊາດລາວ ເປັນຜູ້ຕາງໜ້າຮັບ ພ້ອມດ້ວຍມອບທຸງແລກປ່ຽນໃຫ້ແຂວງອຸດົມໄຊ.

ແຫຼ່ງຂ່າວ-ຮູບພາບ: ສຕລ

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...