Homeຂ່າວຕ່າງປະເທດຜູ້ທຳອິດຂອງໂລກທີ່ລົງຊື່ຈະໄປທ່ຽວດວງຈັນ

ຜູ້ທຳອິດຂອງໂລກທີ່ລົງຊື່ຈະໄປທ່ຽວດວງຈັນ

Published on

ນັກທ່ອງທ່ຽວອາວະກາດຄົນທຳອິດຂອງໂລກ ເດນນິສ ຕິໂຕ່ (Dennis Tito) ລົງຊື່ທົວອ້ອມດວງຈັນກັບ SpaceX ບໍລິສັດຂອງ Elon Musk.

Dennis Tito ມະຫາເສດຖີສັນຊາດອາເມຣິກາ ອາຍຸ 82 ປີ ເປັນນັກທ່ອງທ່ຽວອາວະກາດຄົນທຳອິດທີ່ໄດ້ຂຶ້ນໄປ ສຳຫຼວດຢ້ຽມຊົມເທິງສະຖານີອາວະກາດນານາຊາດ ໃນປີ 2001 ຫຼ້າສຸດລາວໄດ້ສົນໃຈທີ່ຈະອອກທົວອາວະກາດສຳຫຼວດດວງຈັນອີກ ແຕ່ເທື່ອນີ້ລາວຈະອອກໄປພ້ອມກັບ Akiko ພັນລະຍາ ອາຍຸ 57 ປີ.

ການເດີນທາງທ່ອງທ່ຽວອາວະກາດໃນຄັ້ງທຳອິດຂອງລາວໃນເທື່ອນັ້ນ Dennis ໄດ້ເດີນທາງໄປກັບຍານອາວະກາດ Soyuz TM-32 ຂອງຣັດເຊຍ ພ້ອມກັບນັກບິນອາວະກາດຄົນຣັດເຊຍອີກ 2 ຄົນ ເຊິ່ງຄ່າໃຊ້ຈ່າຍໃນຄັ້ງນັ້ມີມູນຄ່າ 20 ລ້ານໂດລາສະຫະລັດ.

ການທົວດວງຈັນໃນຄັ້ງນີ້ ເປັນການຊື້ປີ້ພຽງແຕ່ 2 ບ່ອນນັ່ງເທົ່ານັ້ນສຳລັບ Dennis ແລະ Akiko ພັນລະຍາຂອງລາວ ນັ້ນໝາຍຄວາມວ່າເທິງຍານອາວະກາດຍັງມີອີກ 10 ປາຍບ່ອນນັ່ງ ສຳລັບຜູ້ທີ່ສົນໃຈໄປທ່ຽວອີກ.

ຄ່າໃຊ້ຈ່າຍຂອງການທ່ຽວດວງຈັນໃນຄັ້ງນີ້ ຍັງບໍ່ເປີດເຜີຍລາຍລະອຽດ ແຕ່ລາວໄດ້ກ່າວວ່າ ບໍ່ເຄີຍຮູ້ສຶກເສຍໃຈທີ່ຕ້ອງຈ່າຍເງິນມະຫາສານ ເພາະຖືວ່າເປັນລາງວັນສຳລັບການເຮັດວຽກຢ່າງໜັກໃນຕະຫຼອດຊີວິດ.

ທ່ຽວບິນທົວດວງຈັນໂດຍ SpaceX ຈະເລີ່ມເດີນທາງໃນອີກ 5 ປີ ຂ້າງໜ້າ ແລະ ຕອນນີ້ Dennis ໄດ້ອາຍຸ 87 ປີ ແລະ ລາວໄດ້ກ່າວວ່າ ຈະຮັກສາສຸຂະພາບໃຫ້ດີທີ່ສຸດເພື່ອການທ່ອງທ່ຽວໃນຄັ້ງນີ້.

ແຫຼ່ງຂ່າວຈາກ Space News

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...