spot_img
Homeຄວາມງາມ5 ພຶດຕິກຳທໍາຮ້າຍຜົມ

5 ພຶດຕິກຳທໍາຮ້າຍຜົມ

Published on

253-hair-loss

  1. ເຊົາ​ເຂົ້າ​ນອນ​ຕອນ​ທີ່​ຜົມ​ຍັງ​ປຽກ

    ບໍ່​ສົງ​ໄສ​ເລີຍ​ທີ່​ຫລາຍ​ຄົນ​ເຕືອນ​ວ່າ ​ຢ່າ​ສະ​ຜົມ ​ຫລື ​ບຳ​ລຸງ​ຜົມ​ຕອນ​ກາງ​ຄືນ ເພາະ​ໂດຍ​ປົກກະຕິ​ໜັງ​ຫົວ​ຈະ​ແຫ້ງ​ຊ້າ​ກວ່າ​ເສັ້ນ​ຜົມ​ຈຶ່ງ​ອາດ​ເກີດ​ຄວາມ​ອັບຊຸ່ມ​ ແລະ ​ເປັນ​ບໍ່ເກີດ​ຂອງ​ເຊື້ອ​ລາ ເຊິ່ງ​ເປັນ​ທີ່​ມາ​ຂອງ​ບັນຫາ​ຜົມ​ຫລົ່ນ ​ແລະ ​ການ​ຫລຸດ​ລອກ​ຂອງ​ໜັງ​ຫົວ​ໄດ້
  2. ເຊົາ​ສະ​ຜົມ​ທຸກ​ມື້

ການ​ຮັກສາຄວາມ​ສະ​ອາດ​ເປັນ​ເລື່ອງ​ດີ ແຕ່​ອາດ​ເປັນ​ສາ​ເຫດ​ໃຫ້​ໜັງ​ຫົວ​ແຫ້ງ ເສັ້ນ​ຜົມ​ຫຍາບ ແຕກປາຍ ​ແລະ ​ແຕກ​ປາຍ​ງ່າຍ​ເພາະ​ສູນ​ເສຍ​ຄວາມ​ຊຸ່ມ​ຊື່ນ ສະ​ຜົມ​ພຽງແຕ່ 2 – 3 ມື້​ຕໍ່​ໜຶ່ງ​ເທື່ອ​ກໍ​ພໍ

        3. ເຊົາ​ໃຫ້​ຜົມ​ຖືກກັບ​ຄວາມ​ຮ້ອນ

ຖ້າ​ຈະ​ອອກ​ແດດ​ເມື່ອໃດ​ຢ່າ​ລືມ​ກາງ​ຄັນຮົ່ມ ຫລື ​ໃສ່​ໝວກ​ເພື່ອ​ປົກ​ປ້ອງ​ເສັ້ນ​ຜົມ​ຈາກ​ລັງສີ​ຢູວີ ແຕ່​ບໍ່ແມ່ນ​ພຽງແຕ່​ຄວາມ​ຮ້ອນ​ຈາກ​ແສງ​ແດດ​ເທົ່າ​ນັ້ນ ເພາະ​ຄວາມ​ຮ້ອນ​ຈາກ​ອຸປະກອນ​ເຮັດ​ຜົມ​​ອັນ​ໜີບ​ຜົມ ຫລື ​ແກນ​ມ້ວນ​ຜົມ​ໄຟ​ຟ້າ ກໍ​ອັນຕະລາຍ​ບໍ່​ແພ້​ກັນ​ເພາະ​ເຮັດໃຫ້​ເສັ້ນ​ຜົມ​ແຫ້ງ​ກອບ ບາງ​ລົງ ແລະ ​ສີ​ຜົມ​ກໍ​ຈີດຈາງ​ລົງ​

         4. ເຊົາວຸ້ນວາຍກັບ​ຜົມ​ເກີນ​ໄປ

ຍິ່ງ​ໃຊ້​ນິ້ວ​ມື​ວຸ້ນວາຍ​ກັບ​ເສັ້ນ​ຜົມ​ຫລາຍ​ເທົ່າໃດ ນ້ຳ​ມັນ​ຈາກ​ໜັງ​ຫົວ​ກໍ​ຈະ​ຍິ່ງ​ອອກ​ມາ​ຫລາຍ ເຮັດໃຫ້​ເສັ້ນ​ຜົມ​ລີບ​ແປ ແນະ​ນຳ​ວ່າ ກ່ອນ​ອອກຈາກ​ເຮືອນ​ໃຫ້​ສີ​ດ​ສະເປ​ຈັດ​ແຕ່ງ​ຊົງ ໃຊ້​ນິ້ວ​ແປງບໍລິເວນ​ກົກ​ຜົມ​ໃຫ້​ຍົກ​ຂຶ້ນ​ໜ້ອຍໜຶ່ງກໍ​ພອ

  1. ເຊົາ​ມັດ​ຜົມ​ຕະຫລອດເວລາ

    ການ​ມັດ​ຜົມ​ເຄັ່ງ​ເປັນ​ການ​ດຶງ​​ຮາກ​ຜົມ​ໂດຍ​ກົງ ຍິ່ງ​ມັດ​ໄວ້​ແບບ​ນີ້​ດົນ​ໆ ແລະ ​ເລື້ອຍ​ໆ ຮາກ​ຜົມ​ກໍ​ຈະ​ເລີ່ມ​ອ່ອນແອ ຜົມ​​ບາງ ແລະ ​ຫລົ່ນ​ໄດ້ ທີ່​ສຳຄັນ ຄວນ​ຫລີກລ້ຽງ​ການ​ມັດຜົມ​ ຫລື ​ໃຊ້​ຢາງ​ມັດ​ຜົມ​ຂະນະ​ຜົມ​ປຽກ​ເພາະ​ເປັນ​ເວລາ​ທີ່​ເສັ້ນ​ຜົມ​ອ່ອນແອ​ທີ່​ສຸດ

ບົດຄວາມຫຼ້າສຸດ

ບໍລິສັດຈີນອອກກົດລະບຽບຫ້າມພະນັກງານເຂົ້າຫ້ອງນ້ຳກາຍ 2 ນາທີ ຫາກຝ່າຝືນຈະຖືກຕັດເງິນເດືອນ

ບໍລິສັດຈີນອອກກົດລະບຽບຫ້າມພະນັກງານເຂົ້າຫ້ອງນ້ຳກາຍ 2 ນາທີ ສຳນັກຂ່າວ Business Standard ລາຍງານໃນວັນທີ 25 ກຸມພາ 2025 ກ່ຽວກັບເລື່ອງລາວສຸດຮືຮາ ເມື່ອບໍລິສັດແຫ່ງໜຶ່ງໃນປະເທດຈີນ ອອກກົດລະບຽບ ໃຫ້ພະນັກງານສາມາດເຂົ້າຫ້ອງນ້ຳໄດ້ພຽງຄັ້ງລະ 2...

ພິທີສະເຫຼີມສະຫຼອງ ຄົບຮອບ 30 ປີ ແຫ່ງ ການສ້າງຕັ້ງ ບໍລິສັດ ເຄພີ ຈໍາກັດ

ພິທີສະເຫຼີມສະຫຼອງ ຄົບຮອບ 30 ປີ ແຫ່ງ ການສ້າງຕັ້ງ ບໍລິສັດ ເຄພີ ຈໍາກັດ ໃນວັນທີ 21 ກຸມພາ 2025 ທີ່ຜ່ານມານີ້, ບໍລິສັດ...

ແພດໄທເປີດເຜີຍ 3 ນັກຮຽນມີອາການແໜ້ນໜ້າເອິກ ກ່ອນພົບວ່າປອດຖືກທຳລາຍເກືອບໝົດ ຍ້ອນສູບຢາສູບໄຟຟ້າ ແລະ ດື່ມນ້ຳກະທ້ອມ

ແພດໄທເປີດເຜີຍ 3 ນັກຮຽນມີອາການແໜ້ນໜ້າເອິກ ກ່ອນພົບວ່າປອດຖືກທຳລາຍເກືອບໝົດ ຍ້ອນສູບຢາສູບໄຟຟ້າ ແລະ ດື່ມນ້ຳກະທ້ອມມາເປັນເວລາ 2 ປີ. ສຳນັກຂ່າວໄທລາຍງານວ່າ: ເມື່ອວັນທີ 20 ກຸມພາ 2025 ມີການລາຍງານຈາກໜ່ວຍກູ້ໄພຕຳບົນດອນບົນ...

ລາວ-ໄທ ຮ່ວມກັນເປັນສັກຂີພະຍານໃນການລົງນາມ ແລະ ແລກປ່ຽນຂໍ້ຕົກລົງຮ່ວມກັນ 4 ສະບັບ

ນາຍົກລັດຖະມົນຕີ ລາວ-ໄທ ຮ່ວມກັນເປັນສັກຂີພະຍານໃນການລົງນາມ ແລະ ແລກປ່ຽນຂໍ້ຕົກລົງຮ່ວມກັນ 4 ສະບັບ. ໃນວັນທີ 20 ກຸມພາ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ສປປ...