Homeຂ່າວຕ່າງປະເທດທໍ່ສົ່ງກາສຂອງຣັດເຊຍທີ່ຈະສົ່ງໄປຫາເອີຣົບເກີດການຮົ່ວໄຫຼ

ທໍ່ສົ່ງກາສຂອງຣັດເຊຍທີ່ຈະສົ່ງໄປຫາເອີຣົບເກີດການຮົ່ວໄຫຼ

Published on

ສະຫະພາບເອີຣົບ ແລະ ສະຫະລັດອາເມຣິກາ ຢືນຢັນວ່າ ການຮົ່ວໄຫຼຂອງທໍ່ສົ່ງກາສທຳມະຊາດຂະໜາດໃຫຍ່ຈາກຣັດເຊຍສູ່ເອີຣົບ ແມ່ນເກີດຈາກການໂຈມຕີ ບໍ່ແມ່ນອຸບັດຕິເຫດ.

ສຳນັກຂ່າວ ABC Australia News ໄດ້ລາຍງານວ່າ ຄະນະກຳມະການເອີຣົບ (EC) ຢືນຢັນໃນວັນພຸດທີ 28 ກັນຍາ 2022 ວ່າ ການຮົ່ວໄຫຼເຖິງ 3 ຈຸດທີ່ທໍ່ສົ່ງກາສທຳມະຊາດ ນອດ ສະຕຣີມ 1 ແລະ 2 ເຊິ່ງກວດພົບເມື່ອຕົ້ນອາທິດແລ້ວນີ້ ໂດຍເກີດຈາກການໂຈມຕີ, ໂດຍ ນາງ ເອີຊູລາ ວອນແດເລເຢນ ປະທານ EC ກ່າວວ່າ ການຕັ້ງໃຈເພື່ອເຮັດໃຫ້ເກີດການຢຸດສະງັກ ຈະຕ້ອງປະເຊີນກັບການຕອບສະໜອງຢ່າງຮຸນແຮງທີ່ສຸດ.

ແອນໂທນີ ບລິງເຄນ ລັດຖະມົນຕີວ່າການກະຊວງຕ່າງປະເທດສະຫະລັດອາເມຣິກາ ເຊື່ອວ່າການຮົ່ວໄຫຼທີ່ເກີດຂຶ້ນບໍ່ໄດ້ສົ່ງຜົນກະທົບທາງດ້ານພະລັງງານ (energy resilience) ຂອງເອີຣົບ ເພາະຕອນນີ້ ທໍ່ທັ້ງ 2 ບໍ່ໄດ້ກຳລັງສົ່ງກາສທຳມະຊາດເຂົ້າສູ່ເອີຣົບ ເຖິງວ່າໃນທໍ່ຈະມີກາສຢູ່ກໍຕາມ.

ໜ່ວຍງານເດີນທະເລຂອງປະເທດສະວີເດນ ກໍໄດ້ອອກຄຳສັ່ງເຕືອນ ຍ້ອນການຮົ່ວໄຫຼຂອງກາສ ແລະ ປະເທດເດນມາກ ຕ້ອງໄດ້ຈຳກັດການເດີນເຮືອ ເນື່ອງຈາກກາສທີ່ຮົ່ວອອກມາໃຫ້ຜິວນ້ຳປັ່ນປ່ວນເປັນວົງກວ້າງເຖິງ 1 ກິໂລແມັດ ແລະ ບັງຄັບໃຊ້ເຂດຫ້າມບິນຂະໜາດນ້ອຍ.

 

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...