spot_img
Homeຂ່າວພາຍ​ໃນຫສນຍ ພົບປະ ແລະ ແລກປ່ຽນບົດຮຽນ ກັບ ຫລບ ຫວຽດນາມ

ຫສນຍ ພົບປະ ແລະ ແລກປ່ຽນບົດຮຽນ ກັບ ຫລບ ຫວຽດນາມ

Published on

ໃນຕອນເຊົ້າ ຂອງວັນທີ 9 ກັນຍາ 2022 ຢູ່ທີ່ແຂວງເຫງະອານ, ສສ ຫວຽດນາມ ສະຫາຍ ອາລຸນໄຊ ສູນນະລາດ, ກໍາມະການສູນກາງພັກ, ລັດຖະມົນຕີ, ຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນ ເຂົ້າຮ່ວມກອງປະຊຸມພົບປະສອງຝ່າຍ ແລະ ກອງປະຊຸມສຳມະນາແລກປ່ຽນບົດຮຽນດ້ານວິຊາການ ກັບຫ້ອງວ່າການລັດຖະບານ ຫວຽດນາມ ທີ່ນຳພາໂດຍສະຫາຍ ເຈິນ ວັນ ເຊີນ, ກໍາມະການສູນກາງພັກ, ລັດຖະມົນຕີ, ຫົວໜ້າຫ້ອງວ່າການລັດຖະບານ ແຫ່ງ ສສ ຫວຽດນາມ.

ຈຸດປະສົງຂອງການພົບປະແລກປ່ຽນບົດຮຽນກັນຄັ້ງນີ້ ມີ 3 ຈຸດປະສົງໃຫຍ່ ຄື: (1) ເພື່ອເປັນປະຕິບັດຕາມບົດບັນທຶກ ແລະ ການຕົກລົງຮ່ວມມືສອງຝ່າຍ ລະຫວ່າງ ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ (ຫສນຍ) ລາວ ແລະ ຫ້ອງວ່າການລັດຖະບານ (ຫລບ) ຫວຽດນາມ ທີ່ເຄີຍໄດ້ປະຕິບັດຮ່ວມກັນມາເປັນປົກກະຕິ; (2) ເພື່ອປະກອບສ່ວນເຂົ້າຮ່ວມ ໃນການຈັດຕັ້ງປະຕິບັດກິດຈະກຳ ສະເຫຼີມສະຫຼອງສອງວັນປະຫວັດສາດ ຂອງສອງຊາດ ລາວ-ຫວຽດນາມ ໃນປີ 2022 ນີ້ ທັງເປັນການອວຍພອນວັນຊາດຫວຽດນາມ ຄົບຮອບ 77 ປີ ທີ່ຫາກໍ່ຜ່ານພົ້ນໄປ ບໍ່ເທົ່າໃດວັນ ແລະ (3) ເພື່ອຕອບສະໜອງຕາມການເຊື້ອເຊີນ ຂອງສະຫາຍລັດຖະມົນຕີ, ຫົວໜ້າ ຫລບ ຫວຽດນາມ ໂດຍສະເພາະ ພົບປະ ແລະ ລົງເລິກແລກປ່ຽນບົດຮຽນ ການເປັນເສນາທິການ, ປະສານງານ ແລະ ບໍລິການຮັບໃຊ້ ລັດຖະບານ ກໍ່ຄື ປະຊາຊົນ.

ໃນໂອກາດນີ້, ສະຫາຍ ອາລຸນໄຊ ສູນນະລາດ ໄດ້ກ່າວມີຄໍາເຫັນນຳເອົາຄວາມສາມັກຄີຮັກແພງ, ຄໍາຢ້ຽມຢາມຖາມຂ່າວ ແລະ ຄໍາອວຍພອນອັນດີງາມຂອງການນໍາ, ພະນັກງານ-ລັດຖະກອນ ຫສນຍ ລາວ ໄປຍັງການນຳ, ພະນັກ ງານ-ລັດຖະກອນ ຫລບ ຫວຽດນາມ; ສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ການສະໜັບສະໜູນຊ່ວຍເຫຼືອ ອັນສະເໝີຕົ້ນສະເໝີປາຍ ຂອງ ຫລບ ຫວຽດນາມ ໃຫ້ແກ່ ຫສນຍ ລາວ ໃນໄລຍະຜ່ານມາ; ພ້ອມທັງໄດ້ຕີລາຄາສູງ ຕໍ່ຜົນສໍາເລັດ ທີ່ ຫລບ ຫວຽດນາມ ສາມາດປະຕິບັດໄດ້ ໂດຍສະເພາະ ການປະຕິບັດພາລະບົດບາດເປັນເສນາທິການ ໃຫ້ແກ່ລັດຖະບານ ເຊິ່ງຜົນສຳເລັດດັ່ງກ່າວ ໄດ້ປະກອບສ່ວນອັນສໍາຄັນ ເຮັດໃຫ້ການປະຕິບັດໜ້າທີ່ ຂອງລັດຖະບານ ກໍ່ຄືການປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ມີຜົນສຳເລັດທີ່ພົ້ນເດັ່ນຫຼາຍດ້ານ ແລະ ບາງດ້ານສາມາດປະຕິບັດໄດ້ລື່ນຄາດໝາຍທີ່ກໍານົດໄວ້; ສອງຝ່າຍ ເປັນເອກະພາບ ຕໍ່ການຕີລາຄາຜົນສຳເລັດ ໃນຂອບການຮ່ວມມື ຂອງ ຫສນຍ ລາວ ແລະ ຫລບ ຫວຽດນາມ ພ້ອມທັງ ຈະໄດ້ຊີ້ນໍາ, ຊຸກຍູ້ໃຫ້ບັນດາກົມທີ່ກ່ຽວຂ້ອງ ສືບຕໍ່ຈັດຕັ້ງປະຕິບັດໂຄງການຮ່ວມມື ຂອງສອງຫ້ອງວ່າການ ໃຫ້ສໍາເລັດຕາມເວລາທີ່ໄດ້ກໍານົດໄວ້. ນອກຈາກນີ້, ສອງຝ່າຍ ໄດ້ແຈ້ງສະພາບການພັດທະນາເສດຖະກິດ-ສັງຄົມ ທີ່ພົ້ນເດັ່ນ ຂອງປະເທດຕົນ ໃຫ້ກັນຊາບ ແລະ ໄດ້ຕີລາຄາສູງ ຕໍ່ຜົນສຳເລັດການຮ່ວມມື ຂອງສອງລັດຖະບານ ລາວ-ຫວຽດນາມ ແລະ ຫວຽດນາມ-ລາວ ລວມທັງ ຢືນຢັນຮ່ວມກັນວ່າ ຈະສືບຕໍ່ຊຸກຍູ້, ກວດກາ, ຕີລາຄາຄືນ ການປະຕິບັດກິດຈະກໍາອື່ນໆ ໃນຂອບໂຄງການຮ່ວມມືຂອງສອງລັດຖະບານ ໂດຍສະເພາະ ການແກ້ໄຂບັນດາຈຸດທີ່ຍັງຄົງຄ້າງ, ຂໍ້ຫຍຸ້ງຍາກຕ່າງໆ ເພື່ອເຮັດບັນດາໂຄງການດັ່ງກ່າວ ໄດ້ຮັບການຈັດຕັ້ງປະຕິບັດມີຜົນສຳເລັດ ແລະ ມີປະສິດທິຜົນ, ສິ່ງສໍາຄັນ ແມ່ນສາມາດມອບ-ຮັບໂຄງການ ຕາມທີ່ລັດຖະບານສອງປະເທດ ໄດ້ຕົກລົງຮ່ວມກັນ ໃນກອງປະຊຸມ ຄັ້ງທີ 44 ຂອງຄະນະກຳມະການຮ່ວມມືທະວິພາຄີ; ສອງຝ່າຍ ເຫັນດີເປັນເອກະພາບ ເພື່ອປະສານງານກັບພາກສ່ວນທີ່ກ່ຽວຂ້ອງ ໃນການກະກຽມຄວາມພ້ອມດ້ານຕ່າງໆ ໃຫ້ແກ່ການມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ຢ່າງເປັນທາງການ ຂອງທ່ານນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ໃນທ້າຍປີນີ້ ແລະ ໃນຕອນທ້າຍພິທີພົບປະ ສະຫາຍ ອາລຸນໄຊ ສູນນະລາດ ຍັງໄດ້ເຊື້ອເຊີນ ສະຫາຍ ເຈິນ ວັນ ເຊີນ ພ້ອມດ້ວຍຄະນະເດີນທາງຢ້ຽມຢາມ ສປປ ລາວ ໃນເວລາທີ່ເໝາະສົມ.

ໃນໂອກາດດຽວກັນ, ສະຫາຍ ເຈິນ ວັນ ເຊີນ ກໍ່ໄດ້ກ່າວສະແດງຄວາມຊົມເຊີຍ ຕໍ່ຄະນະຜູ້ແທນ ຫສນຍ ລາວ ທີ່ໄດ້ເດີນທາງມາເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ ສສ ຫວຽດນາມ ໃນຄັ້ງນີ້, ພ້ອມທັງ ຍົກໄດ້ໃຫ້ເຫັນ ບາງບົດຮຽນ ແລະ ປະສົບການ ຂອງຫ້ອງວ່າການລັດຖະບານຫວຽດນາມ ໃນການເປັນເສນາທິການ ໃຫ້ແກ່ລັດຖະບານ, ລວມທັງ ສິ່ງທີ່ຄວນເອົາໃຈໃສ່ ຈຳນວນໜຶ່ງ.

ພາຍຫຼັງສໍາເລັດການພົບປະສອງຝ່າຍ, ຄະນະຜູ້ແທນ ຫສນຍ ລາວ ໄດ້ສືບຕໍ່ເຂົ້າຮ່ວມກອງປະຊຸມສຳມະນາແລກປ່ຽນບົດຮຽນ ກັບ ຫລບ ຫວຽດນາມ ເຊິ່ງຝ່າຍຫວຽດນາມໄດ້ລົງເລິກ ບັນດາຫົວຂໍ້ທີ່ຕິດພັນກັບວຽກງານເສນາທິການ, ສັງລວມ ແລະ ບໍລິການຮັບໃຊ້ລັດຖະບານ ກໍ່ຄື ທ່ານນາຍົກລັດຖະມົນຕີ ເປັນຕົ້ນ: ໃນກົນໄກການເຮັດວຽກຂອງລັດຖະບານຫວຽດນາມ ໄລຍະປີ 2021-2026 ໂດຍສະເພາະບາງຈຸດທີ່ໄດ້ປັບປຸງໃໝ່; ບົດບາດຂອງ ຫລບ ຫວຽດນາມ ໃນການຕິດຕາມ, ກວດກາ ບັນດາໂຄງການ, ແຜນການກົດໝາຍ ຂອງລັດຖະບານ; ຜົນສໍາເລັດໃນການປັບປຸງການບໍລິຫານລັດ, ປັບປຸງສະພາບແວດລ້ອມ ແລະ ຍົກສູງຄວາມສາມາດການແຂ່ງຂັນ ຂອງຫວຽດນາມ ໃນປະຈຸບັນ; ບົດບາດຂອງ ຫລບ ຫວຽດນາມ ໃນການເປັນເສນາທິການ, ສັງລວມຊ່ວຍລັດຖະບານ ແລະ ທ່ານນາຍົກລັດຖະມົນຕີ. ຫຼັງຈາກນັ້ນ, ຜູ້ເຂົ້າຮ່ວມຈາກ ຫສນຍ ລາວ ກໍ່ໄດ້ມີຄຳຖາມເຈາະຈີ້ມຕື່ມ ໂດຍສະເພາະກ່ຽວກັບການຍົກສູງບົດບາດ ແລະ ຄວາມສາມາດຂອງຫ້ອງວ່າການ ໃນການເປັນເສນາທິການ ໃຫ້ແກ່ທ່ານ ນາຍົກລັດຖະມົນຕີ ກໍ່ຄືລັດຖະບານ.

ນອກຈາກການພົບປະສອງຝ່າຍ ແລະ ການແລກປ່ຽນບົດຮຽນດ້ານວິຊາການແລ້ວ, ສອງຫ້ອງວ່າການ ຍັງໄດ້ໄປຢ້ຽມຢາມ, ວາງພວງມາລາ ແລະ ປູກຕົ້ນດອກຈຳປາ ເຊິ່ງເປັນດອກໄມ້ປະຈຳຊາດຂອງລາວ ຢູ່ສະຖານທີ່ປະຫວັດສາດ ນາມດ່ານ ເຊິ່ງເປັນບ້ານເກີດເມືອງນອນ ຂອງປະທານ ໂຮ່ຈິມີນ. ພ້ອມກັນນັ້ນ ກໍໄດ້ແຂ່ງຂັນກິລາມິດຕະພາບ ແລະ ແລກປ່ຽນດ້ານສິລະປະ ກັບ ຫລບ ຫວຽດນາມ ແລະ ແຂວງເຫງະອານ ດ້ວຍບັນຍາກາດ ໄມຕີຈິດມິດຕະພາບ, ຄວາມສາມັກຄີຮັກແພງ ແລະ ຟົດຟື້ນມ່ວນຊື່ນ.

ບົດຄວາມຫຼ້າສຸດ

ສະມາຄົມສິລະປະ ແລະ ແລກປ່ຽນວັດທະນະທຳ ສ.ເກົາຫຼີ ມອບພາຫະນະ ແລະ ເຄື່ອງຮັບໃຊ້ ໃຫ້ກະຊວງ ປກສ ລາວ

ວັນທີ 20 ກັນຍາ 2024, ພົອ ວິໄລ ຫຼ້າຄຳຟອງ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ໄດ້ຕ້ອນຮັບຄະນະສະມາຄົມສິລະປະ ແລະ ແລກປ່ຽນວັດທະນະທຳ ສາທາລະນະລັດເກົາຫຼີ...

ຈະປ່ອຍນ້ຳ ເຂື່ອນໄຟຟ້ານ້ຳງື່ມ 2 ແຕ່ວັນທີ 21 ກັນຍາ 2024 ເປັນຕົ້ນໄປ

ອີງຕາມແຈ້ງການຂອງບໍລິສັດໄຟຟ້ານໍ້າງື່ມ 2 ຈຳກັດ ລົງເມື່ອວັນທີ 19 ກັນຍາ 2024 ກ່ຽວກັບແຈ້ງສະຖານະການຂອງປະລິມານນໍ້າໃນອ່າງເກັບນໍ້າງື່ມ 2 ຄາດຄະເນການເປີດປະຕູລະບາຍນໍ້າ. (ອ່ານລາຍລະອຽດລຸ່ມນີ້)

ພາຍຸ ບໍຣິສ ພັດຖະຫຼົ່ມອິຕາລີ ນ້ຳຖ້ວມຕິດ 2 ປີ ຫຼ້າສຸດເສຍຊີວິດ 23 ຄົນ

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 20 ກັນຍາ 2024 ນີ້ວ່າ: ພາຍຸບໍຣິສ ພັດຖະຫຼົ່ມພາກຕາເວັນອອກສ່ຽງເໜືອ ແລະ ພາກກາງຂອງປະເທດອິຕາລີ ໃນວັນທີ 19 ກັນຍາ 2024 ຜ່ານມາ,...

ເຕືອນ 9 ເມືອງ ສ່ຽງນໍ້າຖ້ວມຈາກການລະບາຍນໍ້າ ເຂື່ອນເຊລະນອງ 1 ແຂວງສະຫວັນນະເຂດ

ອີງຕາມແຈ້ງການຂອງຫ້ອງວ່າການແຂວງສະຫວັນນະເຂດ ລົງເມື່ອວັນທີ 19 ກັນຍາ 2024 ກ່ຽວກັບການປ່ອຍປະຕູລະບາຍນໍ້າເພື່ອບໍລິຫານຈັດການນໍ້າຂອງເຂື່ອນໄຟຟ້າເຊລະນອງ 1 (ອ່ານລາຍລະອຽດແຈ້ງການລຸ່ມນີ້)