spot_img
Homeຄວາມງາມນ້ຳຫມາກໄມ້ ສາລະພັດເມນູ ເພີ່ມຄວາມສົດຊື່ນລະຫວ່າງມື້

ນ້ຳຫມາກໄມ້ ສາລະພັດເມນູ ເພີ່ມຄວາມສົດຊື່ນລະຫວ່າງມື້

Published on

1  1. ແອັບ​ເປິ້ນ

ການ​ເລືອກ​ກິນ​ແອັບ​ເປີ້ນ​ຢ່າງ​ນ້ອຍ​ມື້​ລະ 1 ໜ່ວຍ​ໃນ​ໄລຍະຢຸດ​ແທນ​ການ​ດື່ມ​ກາ​ເຟ​ສາມາດ​ກະຕຸ້ນ​ໃຫ້​​ສົດ​ຊື່ນ ​ແລະ ​ເຕັມ​ດ້ວຍ​ພະລັງ ນອກ​ຈາກ​ນີ້ ​ແອັບ​ເປີ້ນ​ຍັງ​ຊ່ວຍ​ເຮັດໃຫ້​ແຂ້ວ​ຂາວ ໃນ​ຂະນະ​ທີ່​ ກາ​ເຟ​ມີ​ໂອ​ກາດ​ເຮັດໃຫ້​ແຂ້ວ​ເຫລືອງ

22. ນ້ຳ​ເຜິ້ງ

ມີ​ນ້ຳ​ເຜິ້ງ​ແທ້​ໆ ຈາກ​ທຳມະຊາດ​ຕິດ​ໂຕະ​ໄວ້ ເວລາ​ເໜື່ອຍ​ໆ ກິນ​ພຽງແຕ່ 1 ບ່ວງນ້ອຍ ກໍ​ຈະ​ຊ່ວຍ​ກະຕຸ້ນ​ພະລັງ​ງານ​ໃຫ້​ຮ່າງກາຍ​ກັບ​ມາ​ຄຶກ​ຄື້ນ​ໄດ້​ອີກ

33. ກ້ວຍ

ເປັນ​ຫມາກໄມ້​ທີ່​ນັກ​ກິລາ​ມັກ​ໄວ້​ຕິດ​ໂຕ ເພາະ​ກິນ​ພຽງແຕ່​ບໍ່​ເທົ່າໃດໜ່ວຍ​​ກໍ​ຊ່ວຍ​ໃຫ້​ຮ່າງກາຍ​ມີ​ພະລັງ​ງານ​ເຫລືອ​ເຟືອ ສ່ວນ​ໜຸ່ມ​ສາວ​ ຫ້ອງການກິນ​ກ້ວຍ​ມື້​ລະ 2 ໜ່ວຍກໍ​ພຽງ​ພໍ​ແລ້ວ

44. ຊາ

ດື່ມ​ຊາ​ໜຶ່ງຈອກ ບໍ່​ວ່າ​ຈະ​ເປັນ​ຊາ ​ຮ້ອນ ​ຫລື ​ຊາ​ເຢັນ ຈະ​ຊ່ວຍ​ກະຕຸ້ນ​ໃຫ້​ຮ່າງກາຍ​ສົດ​ຊື່ນ​ບໍ່​ແພ້​ກັນ ທີ່​ສຳຄັນ​ຊາ ​ມີ​ສານ​ແອນ​ຕິ​ອອກ​ຊິ​ແດນ​ສູງ ​ຄົນ​ຈີນ​ ຈຶ່ງ​ມັກ​ໃຊ້​ຊາ​ເປັນ​ເຄື່ອງ​ດື່ມ​ຊ່ວຍ​ຍຽວ​ຢາ​ຄົົນທີ່​ກຳ​ລັງ​ເຈັບ​ໄຂ້​ໄດ້​ປ່ວຍ ຊາ​ຊ່ວຍ​ປ້ອງ​ກັນ​ພະຍາດ​ຫົວ​ໃຈ​ ແລະ ​ພະຍາດ​ມະ​ເຮັງ

55. ເຄື່ອງ​ດື່ມ​ສະ​ມຸດ​ຕີ້

ສະ​ມຸດ​ຕີ້ ທີ່​ມີ​ສ່ວນ​ປະສົມ​ຂອງ​ແອັບ​ເປີ້ນ ສະ​ຕໍ​ເບີ​ລີ ຫລື ​ບຣູ​ເບີ​ລີ ຊ່ວຍ​ໃຫ້​​ສົດ​ຊື່ນ ແລະ ​ພ້ອມ​ລຸຍ​ວຽກ​ໄດ້​ຢ່າງ​ສົດ​ຊື່ນ​ແບບ​ບໍ່​ໜ້າ​ເຊື່ອ

66. ອາຫານ​ວ່າງ​ຈຳ​ພວກ​ຂອງກິນຫລິ້ນທີ່ມີສ່ວນປະສົມຂອງທົ່ວ

ບໍ່​ວ່າ​ຈະ​ເປັນ​ຂອງກິນຫລິ້ນ​ທີ່​ມີ​ສ່ວນ​ປະສົມ​ຂອງ​ອາວມອນ ​ຫລື ​ເນີຍ​ປະສົມ​ຖົ່ວ​ດິນ​ບົດ​ ພຽງ​ກິນ​ມື້​ລະ 1 ກ້ອນ ​ກໍ​ຈະ​ຊ່ວຍ​ໃຫ້​ມີພະລັງ​ງານ​ພ້ອມ​ສະ​ສາງວຽກ ແຖ​ມຂອງກິນຫລິ້ນ​ເຫລົ່າ​ນີ້​ຍັງ​ອຸດົມ​ດ້ວຍ​ໄຟ​ເບີ ​ເຊິ່ງ​ຈະ​ຊ່ວຍ​ໃຫ້​ຫ​ລຸດ​ນ້ຳ​ໜັກ​ໄດ້​ອີກ​ທາງ​ໜຶ່ງ

77. ແກ່ນຖົ່ວ ​ແລະ ​ລູກ​ເກດ​ແຫ້ງ

ໃຜ​ທີ່​ເບື່ອ​ອາຫານ​ເພາະ​ເມ​ນູ​ຊ້ຳ​ໆ ແຖມ​ລົດ​ຊາດ​ກໍ​ບໍ່​ໄດ້​ດັ່ງ​ໃຈ​ເທົ່າໃດ ແກ້​ເບື່ອ​ດ້ວຍ​ການ​ກິນ​ແກ່ນ​ຖົ່ວ ​ແລະ ​ລູກ​ເກດ​ແຫ້ງ​ທີ່​ອຸດົມ​ດ້ວຍ​ໂປ​ຕີນ ​ແລະ ​ໄຟ​ເບີ​ໃນ​ລະຫວ່າງ​ມື້ ກໍ​ຈະ​ຊ່ວຍ​ເພີ່ມ​ພະລັງ​ງານ​ແທນ​ການ​ກິນ​ອາຫານ​ມື້​ຫລັກໄດ້

88. ໝາກກ້ຽງ

ບໍ່​ພຽງ​ມີ​ວິ​ຕາ​ມິນ​ຊີ ​ແລະ ​ສານ​ຕໍ່​ຕ້າ​ນອາ​ນຸ​ມູນ​ອິດສະຫລະ​ສູງ ແຕ່​ຍັງມີ​ວິ​ຕາ​ມິນ B6 ເຊິ່ງ​ຊ່ວຍ​ຜະລິດ​ເຮ​ໂມ​ໂກ​ບິນ ​ທີ່​ຈະ​ລຳ​ລຽງ​ອອກ​ຊິ​ເຈນ​ໄປ​ລ້ຽງ​ສ່ວນ​ຕ່າງໆ ຂອງ​ຮ່າງກາຍ ນອກ​ຈາກ​ນີ້​ຍັງມີ​ສານ​ ໄທ​ອາ​ມິນ ​ທີ່​ຈະ​ຊ່ວຍ​ປ່ຽນ​ອາຫານ​ໃຫ້​ກາຍ​ເປັນ​ພະລັງ​ງານ

ບົດຄວາມຫຼ້າສຸດ

ເສຍຊີວິດຢ່າງນ້ອຍ 4 ຄົນ ເກີດເຫດກວດຍິງຢູ່ບາແຫ່ງໜຶ່ງ ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ

ເກີດເຫດກວດຍິງຢູ່ບາແຫ່ງໜຶ່ງ ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ ສຳນັກຂ່າວຕ່າງປະເທດລາຍງານໃນຊ່ວງຕອນເຊົ້າຂອງວັນອາທິດ 12 ຕຸລາ 2025 ເກີດເຫດເຫດການກວດຍິງ ພາຍໃນ ບາແຫ່ງໜຶ່ງ ເຊິ່ງເປັນບາທີ່ໄດ້ຮັບຄວາມນິຍົມຢູ່ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ ເຊິ່ງເຫດການດັ່ງກ່າວເຮັດໃຫ້ມີຄົນເສຍຊີວິດຢ່າງນ້ອຍ 4 ຄົນ...

ເລີ່ມ! ວັນທີ 1 ພະຈິກ 2025 ທ່ານ ໂດນັລ ທຣຳ ປະທານນາທິບໍດີ ສະຫະລັດອາເມລິກາ ຈະຮຽກເກັບພາສີນຳເຂົ້າສິນຄ້າຈາກຈີນ ເພີ່ມອີກ 100%

ລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາ ທ່ານ ໂດນັລ ທຣຳ ປະທານນາທິບໍດີ ສະຫະລັດອາເມລິກາ ໄດ້ອອກຄໍາສັ່ງ ຈະຮຽກເກັບພາສີນຳເຂົ້າສິນຄ້າຈາກຈີນ ເພີ່ມອີກ 100% ຈາກທີ່ປັດຈຸບັນສະຫະລັດເກັບພາສີສິນຄ້າຈີນຢູ່ທີ່...

ອຸທາຫອນ! ແມ່ຕູ້ຊາວຈີນມີຄວາມເຊື່ອແປກ ຕັດສິນໃຈກິນກົບສົດໆລົງທ້ອງ ຫວັງໃຫ້ເຊົາເຈັບຫຼັງ ແຕ່ສຸດທ້າຍອາການໜັກ

ເມື່ອປວດຫຼັງຫຼາຍຄົນອາດຈະເລືອກກິນຢາ ຫຼື ໄປຫາແພດ ແມ່ນບໍ່, ແຕ່ມີລາຍງານຂ່າວຈາກເມືອງຫາງໂຈ ປະເທດຈີນ, ເມືອບໍ່ດົນມານີ້ ວ່າ ມີແມ່ຕູ້ຄົນໜຶ່ງ ມີອາການເຈັບຫຼັງ ແລະເລືອກວິທີຮັກສາຕາມຄວາມເຊື່ອຂອງຕົນ ໂດຍການກືນກິນກົບສົດລົງທ້ອງ ຈົນເຮັດໃຫ້ເຊື້ອພະຍາດເຂົ້າສູ່ຮ່າງກາຍ. ເຊິ່ງກ່ອນເກີດເຫດແມ່ຕູ້ໄດ້ຂໍໃຫ້ພີ່ນ້ອງໄປຈັບກົບຂະໜາດນ້ອຍມາໃຫ້ ໂດຍບໍ່ໄດ້ບອກວ່າຈະເອົາໄປເຮັດຫຍັງ,...

ວັນການທູດລາວຄົບຮອບ 80 ປີ ປັດຈຸບັນ ລາວມີສາຍພົວພັນການທູດກັບ 151 ປະເທດ ມີສໍານັກງານຕາງໜ້າການທູດ ຢູ່ຕ່າງປະເທດ 41 ແຫ່ງ

ວັນການທູດລາວຄົບຮອບ 80 ປີ (12/10/1945-12/10/2025) ແມ່ນວັນສຳຄັນທາງປະຫວັດສາດຂອງຊາດ ທີ່ມີຄວາມໝາຍຄວາມສຳຄັນ ເພາະສະແດງອອກພູມປັນຍາຄວາມສະຫລາດສ່ອງໃສຂອງບັນພະບູລຸດ ແລະ ຄວາມສຳເລັດຂອງພາລະກິດຕ່າງໆຕັ້ງແຕ່ອາດີດຮອດປັດຈຸບັນ ແລະ ແນໃສ່ສືບຕໍ່ສ້າງເປັນບົດຮຽນ ເປັນມູນມັງມໍລະດົກຕົກທອດໃຫ້ແກ່ຄົນຮຸ່ນ ໃໝ່ຕໍ່ໆໄປໃນອະນາຄົດ. ເຊິ່ງກົມການເມືອງສູນກາງພັກໄດ້ອອກແຈ້ງການສະບັບເລກທີ...