spot_img
Homeຂ່າວພາຍ​ໃນຍົກເລີກການເກັບອາກອນ ແບບຈີກປີ້ປະຈໍາວັນ-ອອກບັດປະຈໍາເດືອນນໍາວິສາຫະກິດຂະຫນາດນ້ອຍ

ຍົກເລີກການເກັບອາກອນ ແບບຈີກປີ້ປະຈໍາວັນ-ອອກບັດປະຈໍາເດືອນນໍາວິສາຫະກິດຂະຫນາດນ້ອຍ

Published on

ລັດຖະມົນຕີກະຊວງການເງິນ ອອກຄໍາສັ່ງກ່ຽວກັບການຍົກເລີກການເກັບອາກອນ ແບບຈີກປີ້ປະຈໍາວັນ ແລະ ອອກບັດປະຈໍາເດືອນ ນໍາວິສາຫະກິດຂະຫນາດນ້ອຍ ເຊິ່ງມີເນື້ອໃນດັ່ງລຸ່ມນີ້:
1. ໃຫ້ຍົກເລີກການເກັບອາກອນແບບຈີກປີ້ປະຈໍາວັນ ແລະ ອອກບັດປະຈໍາເດືອນ ນໍາບຸກຄົນ ແລະ ຊາວ ກະສິກອນ ທີ່ເປັນພົນລະເມືອງລາວ ທີ່ຄ້າຂາຍສິນຄ້າຈາກຜົນຜະລິດກະສິກໍາ ຢູ່ໃນຕະຫຼາດທົ່ວໄປ, ຕະຫຼາດຂາຍຜະລິດ ຕະພັນປອດສານພິດ, ຕະຫຼາດນັດ ແລະ ບັນດາຈຸດຂາຍຜົນຜະລິດກະສິກໍາ;
2. ໃຫ້ຍົກເລີກການເກັບອາກອນແບບຈີກປີປະຈໍາວັນ ແລະ ອອກບັດປະຈໍາເດືອນ ນໍາວິສາຫະກິດຂະຫນາດ ນ້ອຍ ທີ່ມີໃບທະບຽນວິສາຫະກິດ ຫຼື ບໍ່ມີໃບທະບຽນວິສາຫະກິດ ທີ່ມີລາຍຮັບປະຈໍາປີແຕ່ 50,000,000 ກີບລົງມາ ຕາມທີ່ໄດ້ກໍານົດໄວ້ໃນມາດຕາ 29 ຂໍ້ 1 ຂອງກົດຫມາຍວ່າດ້ວຍອາກອນລາຍໄດ້ ສະບັບເລກທີ 67/ສພຊ, ລົງວັນທີ 18 ມີຖຸນາ 2013;
3. ໃຫ້ສ່ວຍສາອາກອນ ປະຈໍາ ແຂວງ, ນະຄອນຫຼວງ, ສ່ວຍສາອາກອນ ປະຈໍາ ເມືອງ, ນະຄອນ ເປັນເຈົ້າ ການປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງໃນທ້ອງຖິ່ນຂອງຕົນ ດໍາເນີນການປະເມີນລາຍຮັບທຸລະກິດຂອງບັນດາ ຫົວຫນ່ວຍທຸລະກິດ ທີ່ຂື້ນກັບການຄຸ້ມຄອງຂອງຕົນ ໃຫ້ມີຄວາມຖືກຕ້ອງຊັດເຈນ ຕາມການເຄື່ອນໄຫວທຸລະກິດຮົ້ວ ຈິງ, ເພື່ອເຮັດໃຫ້ການຄຸ້ມຄອງເກັບອາກອນ ຖືກຕ້ອງສອດຄອງ ຕHມກົດຫມາຍ;
4. ສໍາລັບຫົວຫນ່ວຍທຸລະກິດ ທີ່ມີລາຍຮັບປະຈໍາປີ ແຕ່ 50,000,000 ກີບ ຫາ 400,000,000 ກີບ, ໃຫ້ ຄິດໄລ່ເກັບອາກອນໃນຮູບແບບຈຸນລະວິສາຫະກິດ ຕາມອັດຕາທີ່ໄດ້ກໍານົດໄວ້ໃນມາດຕາ 29 ຂໍ້ 2 ຂອງກົດຫມາຍວ່າ ດ້ວຍອາກອນລາຍໄດ້ ສະບັບເລກທີ 67/ສພຊ, ລົງວັນທີ 18 ມິຖຸນາ 2013 ໂດຍການສ້າງບົດບັນທຶກຮັບຮູ້ຣວມກັນ ແລະ ກໍານົດເວລາໃນການມອບອາກອນ ຕາມທີ່ໄດ້ກໍານົດໄວ້ໃນມາດຕາ 32 ຂໍ້ 5 ຂອງກົດຫມາຍວ່າດ້ວຍການຄຸ້ມ ຄອງສ່ວຍສາອາກອນ ສະບັບເລກທີ 66/ສພຊ,

5. ເຈົ້າຫນ້າທີ່ສ່ວຍສາອາກອນ ຕ້ອງເປັນເຈົ້າການ ຕິດຕາມ, ຊຸກຍູ້ ແລະ ເລັ່ງລວງ ໃຫ້ຫົວຫນ່ວຍທຸລະກິດ ແຈ້ງ ແລະ ມອບອາກອນ ຢ່າງເປັນປົກກະຕິ ແລະ ທັນກໍານົດເວລາ ຕາມທີ່ໄດ້ລະບຸໄວ້ໃນສັນຍາ;
6. ຫ້າມເຈົ້າຫນ້າທີ່ສ່ວຍສາອາກອນ ແລະ ອໍານາດການປົກຄອງຂັ້ນຕ່າງໆ ເກັບອາກອນ ຕາມທີ່ໄດ້ກໍານົດໃນ ຂໍ້ 1 ແລະ 2 ຂ້າງເທິງນີ້ຢ່າງເດັດຂາດ, ຖ້າລະເມີດຈະຖືກປະຕິບັດວິໄນ ຕາມກົດຫມາຍ ແລະ ລະບຽບການ;
ກົມສ່ວຍສາອາກອນ, ຂ£ສາອາກອນ ປະຈໍາແຂວງ ນະຄອນຫລວງ, ສ່ວຍສາອາກອນ ປະຈໍາ ເມືອງ, ນະຄອນ ແລະ ອໍານາດການປົກຄອງທ້ອງຖິ່ນຂັ້ນຕ່າງໆ ຈົ່ງຮັບຮູ້ ແລະ ຈັດຕັ້ງປະຕິບັດຄໍາສັ່ງສະບັບນີ້ຢ່າງເຂັ້ມງວດ;
່ 8. ຄໍາສັ່ງສະບັບນີ້ ມີຜົນສັກສິດນັບແຕ່ມື້ລົງລາຍເຊັນເປັນຕົ້ນໄປ ແລະ ປ່ຽນແທນຄໍາສັ່ງ ສະບັບເລກທີ 1034/ກງ, ລົງວັນທີ 04 ເມສາ 2019.

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...