Homeຂ່າວພາຍ​ໃນພົບເຫັນເງິນ 21 ລ້ານກ່ວາກີບ ຂອງປະຊາຊົນຫລັງນໍ້າຖ້ວມ

ພົບເຫັນເງິນ 21 ລ້ານກ່ວາກີບ ຂອງປະຊາຊົນຫລັງນໍ້າຖ້ວມ

Published on

ຈາກເຫດເກີດນ້ຳຄັ້ງໃຫຍ່ ທີ່ແຂວງອຸດົມໄຊ ໃນຄັ້ງວັນທີ 26 ສີງຫາ 2022 ທີ່ຜ່ານມາ ໄດ້ສ້າງຄວາມເສຍຫາຍຢ່າງມະຫາສານແກ່ສັບສີນຂອງປະຊາຊົນ ໂດຍສະເພາະແມ່ນຢູ່ 3 ບ້ານຂອງເມືອງຫລາ ຄື: ບ້ານສາມັກຄີໄຊ, ບ້ານໂພນໄຊ ແລະ ບ້ານຫ້ວຍຫຼາ.

ໃນຄວາມສູນເສຍດັ່ງກ່າວ ໜຶ່ງໃນຄົວເຮືອນທີ່ເສຍຫາຍກໍຄື ຄອບຄົວຂອງທ້າວ ພິດໄຊ ອາຍຸ 38 ປີ ອາຊີບພະນັກງານ ອາໃສຢູ່ບ້ານໂພນໄຊ (ຫລັກ15) ເຊິ່ງຖືກກະແສນໍ້າໄຫລຊຸເອົາເຮືອນຂອງລາວໄປ ໃນນັ້ນລວມທັງເງິນຈຳນວນໜຶ່ງ ກໍ່ຖຶກກະແສນໍ້າພັດໄຫລໄປນຳ.

ໃນວັນທີ 7 ກັນຍາ 2022 ທີມງານສຳຫຼວດ ແລະ ຂຸດຂຸມເສົາໄຟຟ້າ ຂອງລັດວິສາຫະກິດໄຟຟ້າລາວ ສາຂາແຂວງອຸດົມໄຊ ໄດ້ສົມທົບກັບທະຫານກອງຄໍ 11 ລົງສຳຫລວດແລວສາຍໄຟຟ້າ ແລະ ຂຸດຂຸມ ເສົາໄຟຟ້າແຮງຕ່ຳ ຈຶ່ງໄດ້ພົບເຫັນ ຖົງເງິນທີ່ດິນຖົມຢູ່ ໃນນັ້ນ ມີເງິນສົດຈຳນວນ 21 ລ້ານກວ່າກີບ ແລະ ມີເງິນຫມັນ 5 ຫມັນ. ຫລັງຈາກນັ້ນໄດ້ແຈ້ງໃຫ້ ປກສ ກຸ່ມບ້ານ, ນາຍບ້ານ ເພື່ອສືບຫາເຈົ້າຂອງ ຈຶ່ງຮູ້ວ່າເປັນຂອງທ້າວ ພິດໄຊ ອາຍຸ 38 ປີ ອາຊີບພະນັກງານ ຢູ່ບ້ານໂພນໄຊ (ຫລັກ15) ເມືອງຫລາ ແຂວງອຸດົມໄຊ.

ດັ່ງນັ້ນ, ທ່ານ ສຸນັນໂທ ສຸວັນນະໄມຕຼີ ຮອງຫົວໜ້າລັດວິສາຫະກິດໄຟຟ້າລາວສາຂາອຸດົມໄຊ ພ້ອມດ້ວຍທີມງານ ຈຶ່ງໄດ້ມອບເງິນຈຳນວນດັ່ງກ່າວຄືນໃຫ້ແກ່ເຈົ້າຂອງ ໂດຍຊ້ອງໜ້າອົງການປົກຄອງບ້ານ.

ແຫຼ່ງຂ່າວຈາກ Lao National Radio

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...