spot_img
Homeຂ່າວພາຍ​ໃນເຈົ້າໜ້າທີ່ພາສີແຂວງຊຽງຂວາງຍຶດສານເຄມີນໍາເຂົ້າຜ່ານດ່ານສາກົນນໍ້າກັ່ນ 11.550 ກິໂລກຣາມ

ເຈົ້າໜ້າທີ່ພາສີແຂວງຊຽງຂວາງຍຶດສານເຄມີນໍາເຂົ້າຜ່ານດ່ານສາກົນນໍ້າກັ່ນ 11.550 ກິໂລກຣາມ

Published on

ເຈົ້າໜ້າທີ່ພາສີປະຈໍາແຂວງຊຽງຂວາງກໍ່ຄືເຈົ້າໜ້າທີ່ພາສີປະຈຳດ່ານພາສີສາກົນນໍ້າກັ່ນທີ່ໄດ້ເອົາ ໃຈໃສ່ໃນການຈັດຕັ້ງປະຕິບັດວຽກງານວິຊາສະເພາະທີ່ຖືກມອບໝາຍຢ່າງເຂັ້ມງວດ ແລະ ສາມາດຢຶດໄດ້ສານເຄມີ ຂັ້ນຕົ້ນປະເພດຝຸ່ນສີຂາວຈໍານວນ 231 ເປົ້າລວມນໍ້າໜັກທັງໝົດ 11.550 ກິໂລກຣາມ ແລະ ຜ້າເຜີດເດັກນ້ອຍ ຈຳນວນ 10 ແກັດພ້ອມທັງໄດ້ດຳເນີນການມອບ ຮັບຂອງກາງດັ່ງກ່າວໃຫ້ເຈົ້າໜ້າທີ່ຕໍາຫຼວດ ປກສ ແຂວງຊຽງຂວາງ ດໍາເນີນ ຄະດີຕາມລະບຽບກົດໝາຍໃນຂັ້ນຕໍ່ໄປ.

ຊຶ່ງຕາມການລາຍງານຂອງພາສີ ປະຈຳແຂວງຊຽງຂວາງ ໃຫ້ຮູ້ວ່າໂດຍອີງຕາມການລາຍງານຂອງດ່ານພາສີສາກົນນໍ້າກັ່ນ ສະບັບເລກທີ 0325/ດນກລົງວັນທີ 07 ກັນຍາ 2022 ເຫັນມີການແຈ້ງເສຍພາສີນຳເຂົ້າສິນຄ້າເຄື່ອງຂອງຜ່ານການຮັບແຈ້ງ ແລະ ກວດກາສິນຄ້າຕົວຈິງພົບເຫັນສິນຄ້າປະເພດເກືອດຫ້າມເຈົ້າໜ້າທີ່ພາສີປະຈໍາດ່ານກໍ່ໄດ້ປະຕິບັດຂັ້ນຕອນການແຈ້ງ ແລະ ຂັ້ນຕອນຂອງການກວດກາ.

ຊຶ່ງໃນວັນທີ 20 ສິງຫາ 2022 ດ່ານພາສີສາກົນນ້ຳກັ່ນ ແຂວງຊຽງຂວາງໄດ້ຮັບແຈ້ງພາສີເປັນລາຍລະອຽດຕາມໃບແຈ້ງ ເລກທີ 667, ລົງວັນທີ 20 ສິງຫາ 2022, ແຈ້ງສິນຄ້າເປັນປະເພດສີຮອງພື້ນ ແລະ ໄດ້ດຳເນີນການຊຳລະຄ່າພາສີອາກອນ ແລະ ພັນທະອື່ນໆຕາມລະບຽບການຈາກນັ້ນໄດ້ລໍຖ້າເຈົ້າຂອງສິນຄ້າ ແລະ ຜູ້ບໍລິການແຈ້ງພາສີມາຮອດວັນທີ 24 ສິງຫາ 2022, ເວລາ 15:30 ໂມງເຈົ້າໜ້າທີ່ປະຈຳດ່ານປະກອບມີເຈົ້າໜ້າທີ່ພາສີ,ເຈົ້າໜ້າທີ່ ຕມເຈົ້າໜ້າທີ່ຢ່າເສບຕິດເຈົ້າໜ້າທີ່ສາທາຈຶ່ງໄດ້ພ້ອມກັນກວດກາລົດຕູ້ຄອນເທນເນີຫົວລາກໝາຍເລກທະບຽນ 37C10610, ຫາງລາກ 37R 01948 ພົບເຫັນເປົາບັນຈຸຝຸ່ນສີຂາວຈຳນວນ 231 ເປົາ (ເປົາ50 ກິໂລລວມນໍ້າໜັກທັງໝົດ 11.550 ກິໂລກຣາມຜ້າເພີດເດັກນ້ອຍຈໍານວນ 10 ແກັດ.

ຜ່ານການກວດກາສິນຄ້າຕົວຈິງເຫັນວ່າການແຈ້ງຊະນິດ ແລະ ຈຳນວນນໍ້າໜັກບໍ່ຖືກຕ້ອງຫີບຫໍ່ສິນຄ້າບໍ່ມີເຄື່ອງໝາຍການຄ້າບໍ່ລະບຸວັນເດືອນປີຜະລິດ,ເອກະສານປະກອບການແຈ້ງບໍ່ຄົບຖ້ວນຖືກຕ້ອງຕາມກົດໝາຍວ່າດ້ວຍພາສີກຳນົດໄວ້ຈຶ່ງໄດ້ກວດກາຕົວຈິງຢ່າງລະອຽດພົບເຫັນເຫັນເປົາບັນຈຸແປ້ງຝຸ່ນສີຂາວຜິດປົກກະຕິຈຶ່ງໄດ້ນຳເອົາຕົວຢ່າງຈຳນວນ ກິໂລກະຣາມມອບໃຫ້ເຈົ້າໜ້າທີ່ຢາເສບຕິດ ແລະ ເຈົ້າໜ້າທີ່ ປກສ ຂອງແຂວງຊຽງຂວາງເພື່ອນຳໄປວິໄຈ.

ມາຮອດວັນທີ ກັນຍາ 2022 ເຈົ້າໜ້າທີ່ຕຳຫຼວດ ປກສ ແຂວງຊຽງຂວາງໄດ້ນຳເອົາໃບຢັ້ງຢືນຜົນການວິໄຈຂອງກົມຕຳຫຼວດຕິວິທະຍາ ກະຊວງປ້ອງກັນຄວາມສະຫງົບມາແຈ້ງຕໍ່ເຈົ້າໜ້າທີ່ພາສີປະຈໍາດ່ານສາກົນນໍ້າກັ່ນ ເປັນສານເຄມີຂັ້ນຕົ້ນປະເພດຝຸ່ນສີຂາວຜິດຕໍ່ລະບຽບກົດໝາຍຂອງ ສປປ ລາວ ແລະ ຕຳຫຼວດ ປກສ ແຂວງ ໄດ້ສະເໜີວ່າຈະນໍາຕົວຜູ້ຖືກຫາທັງ ຄົນພ້ອມຂອງກາງ ແລະ ພາຫະນະທີ່ພົວພັນກັບຄະດີດັ່ງກ່າວໄປໄວ້ຢູ່ກອງບັນຊາການ ປກສ ແຂວງຊຽງຂວາງ.

ສະນັ້ນທາງເຈົ້າໜ້າທີ່ພາສີປະຈໍາດ່ານເຫັນວ່າຜູ້ຖືກຫາແມ່ນເຫັນດີໃຫ້ເອົາໄປຕາມການສະເໜີຂອງເຈົ້າໜ້າທີ່ ປກສ ແຂວງສ່ວນສິນຄ້າທີ່ເປັນຂອງກາງ ແລະ ພາຫະນະເຈົ້າໜ້າທີ່ພາສີປະຈຳດ່ານດຳເນີນຂັ້ນຕອນເບື້ອງຕົ້ນຂອງການພົບເຫັນການລະເມີດກົດໝາຍວ່າດ້ວຍພາສີພາຍຫຼັງສຳເລັດລາຍງານຕາມຂັ້ນຕອນ ແລະ ປະຕິບັດຕາມລະບຽບການກົດໝາຍກຳນົດຈະດຳເນີນການມອບໃຫ້ເຈົ້າໜ້າທີ່ຕໍາຫຼລວດ ປກສ ແຂວງຊຽງຂວາງເພື່ອໄປດຳເນີນຄະຕິຕາມລະບຽບກົດໝາຍ.

ດັ່ງນັ້ນໃນວັນທີ 07 ກັນຍາ 2022 ຜ່ານມານີ້ທີ່ດ່ານພາສີສາກົນນ້ຳກັ່ນ ແຂວງຊຽງຂວາງໄດ້ມອບຮັບຂອງກາງດັ່ງກ່າວປະເພດຝຸ່ນສີຂາວ (ສານເຄມີຂັ້ນຕົ້ນຈໍານວນ 231 ເປົາ (ເປົາ=50ກິໂລລວມນໍ້າໜັກທັງໝົດ 11.550 ກິໂລກຣາມ ແລະ ຜ້າເພີດເດັກນ້ອຍ ຈໍານວນ 10 ແກ້ດພາຫະນະ ຄັນຫົວລາກໝາຍເລກ 37C10610 ແລະ ທາງລາກໝາຍເລກ 37R 01948 ແກ່ຕູ້ຄອນເທນເນີໃຫ້ເຈົ້າໜ້າທີ່ຕໍາຫຼລວດ ປກສ ແຂວງຊຽງຂວາງນຳໄປດຳເນີນຄະຕິຕາມລະບຽບກົດໝາຍໃນຂັ້ນຕໍ່ໄປ.

ໂດຍການຕາງໜ້າມອບຂອງທ່ານ ກ້ອນແກ້ວ ເທບພະວົງ ຫົວໜ້າດ່ານພາສີສາກົນນໍ້າກັ່ນ ແລະ ຕາງໜ້າຮັບ ຂອງເຈົ້າໜ້າຕໍາຫຼວດ ປກສ ແຂວງຊຽງຂວາງແມ່ນທ່ານ ຄໍາໄຊຢ່າ ເຍ່ຍເຈີ ຮອງຫົວໜ້າຫ້ອງຕໍາຫຼວດ ກອງບັນຊາການ ປກສ ແຂວງຊຽງຂວາງຊຶ່ງມີຄະນະຄຸ້ມຄອງດ່ານສາກົນນໍ້າກັ່ນຄະນະດ່ານພາສີສາກົນນໍ້າກັ່ນເຈົ້າໜ້າທີ່ພາສີປະຈຳແຂວງປະຈຳດ່ານເຈົ້າໜ້າທີ່ ຕມເຈົ້າໜ້າທີ່ຢ່າເສບຕິດເຈົ້າໜ້າທີ່ສາທາ ແລະ ຂະແໜງການທີ່ກ່ຽວຂ້ອງເຂົ້າຮ່ວມ.   

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...