spot_img
Homeຊີວິດແລະຄວາມຮັກວິທີ​ແຕ່ງ​ຕົວໄປ​ສຳພາດ​ວຽກ​ໃຫ້​ງາມ ​ໜ້າ​ປະ​ທັບ​ໃຈ

ວິທີ​ແຕ່ງ​ຕົວໄປ​ສຳພາດ​ວຽກ​ໃຫ້​ງາມ ​ໜ້າ​ປະ​ທັບ​ໃຈ

Published on

1880

ເມື່ອ ສາວໆ ຕ້ອງ​ມີ​ນັດ​ໄປ​ສຳພາດ​ວຽກ ກໍ​ອາດ​ເຮັດໃຫ້​ຕື່ນ​ເຕັ້ນ​ຈົນ​ບໍ່​ທັນ​ໄດ້​ກຽມ​ຕົວ ຊຶ່ງ​ນອກ​ຈາກ​ການ​ທີ່​ເຈົ້າ​ຕ້ອງ​ກຽມ​ຕອບ​ຄຳ​ຖາມ​ ແລະ ​ສ້າງ​ຄວາມຫມັ້ນ​ໃຈ​ໃຫ້​ກັບ​ຕົວ​ເອງ​ຫລາຍ​ໆ ແລ້ວ ກໍ​ຍັງ​ຕ້ອງ​ເລືອກ​ກຽມ​ເສື້ອ​ຜ້າ ​ແລະ ​ການແຕ່ງ​ໂຕ​ໃຫ້​ດີ ​ເພາະ​ການ​ແຕ່ງ​ຕົວ​ດີ​ກໍ​ຖື​ວ່າ​ມີ​ໄຊ​ໄປ​ກວ່າ​ເຄຶ່ງ​ແລ້ວ​ ເອົາ​ເປັນ​ວ່າ ໃຜ​ທີ່​ກຳ​ລັງ​ຈະ​ໄດ້​ວຽກ​ໃໝ່​ແລ້ວ​ກຳ​ລັງ​ຈະ​ໄປ​ສຳພາດ​ໄວ​ໆນີ້ ມາ​ເລືອກ​ເສື້ອ​ຜ້າ​ຕາມ​ທີ່​ໄດ້​ແນະ​ນຳ​ກັນ​ເລີຍ​ດີກວ່າ ຮັບຮອງ​ບໍ່​ວ່າ​ຈະ​ຕ້ອງ​ສຳພາດ​ຈັກ​ດ່ານ​ກໍ​ຜ່ານ​ແນ່ນອນ
1 ເສື້ອ​ຜ້າ   ຖ້າ​ບໍ່​ຢາກ​ແຕ່ງ​ຕົວ​ໄປ​ສຳພາດ​ວຽກແບບ​ພາດໆ ໃຫ້​​ເລືອກ​ເຄື່ອງ​ທີ່​ເບິ່ງ​​ບໍ່​ໂປ໊ ແບບ​ບໍ່​ແຫກ​ໜ້າ​ແຫກ​ຫລັງ​ຈົນ​ເກີນ​ໄປ ຫລື ​ຖ້າ ກໍ​ຄວນ​ເລືອກ​ໂທນ​ສີ​ລຽບໆສະ​ອາດ​ຕາ ບໍ່​ຄວນ​ເລືອກ​ສີ​ສັນ​ຫລາຍ​ເກີນ​ໄປ
2.
ເຄື່ອງປະດັບ   ຢ່າ​ຄິດ​ທີ່ຈະ​ໃສ່​ເຄື່ອງປະດັບ​ເຕັມ​ໄປໝົດ ເພາະ​ນອກ​ຈາກ​ຈະ​ເຮັດໃຫ້​ເບິ່ງ​ບໍ່​ຄ່ອງ​ຕົວ​ແລ້ວ ກໍ​ໝັ່ນໃຈ​ວ່າ​ຄົນ​ສຳພາດ​ອາດ​ບໍ່​ປະ​ທັບ​ໃຈ​ແນ່​ໆ ທາງ​ທີ່​ດີ​ເລືອກ​ໃສ່​ໂມງ​ດີ​ໄຊລຽບ​ຫລູ​​ແລ້ວ​ພາຍ​ກະ​ເປົ໋າ​ທີ່​ເຂົ້າ​ກັບ​ຊຸດ ສ່ວນ​ເຄື່ອງ​ປະ​ດັບ​ກໍ​ເລືອກ​ແຕ່​ຕ່າງ​ຫູ​ນ້ອຍ​ໆ ທີ່​ເບິ່ງ​ບໍ່​ເວີ້ ກັບ​ສະ​ຫລ້ອຍ​ຄໍ​ສວຍງາມ ເທົ່ານີ້​ກໍ​ງາມ​ພ້ອມ​ສ້າງ​ຄວາມ​ປະ​ທັບ​ໃຈ​ແລ້ວ
3 ເກີບ   ເກີບ​ທີ່​ຈະ​ເລືອກ​ໃສ່​ໄປ​ໃນ​ມື້​ສຳພາດ​ງານ​ກໍ​ສຳຄັນ​ບໍ່​ໜ້ອຍ​ເລີຍ ​ຄວນ​ຈະ​ເລືອກ​ເກີບ​ດີ​ໄຊນ໌​ງາມ​ ແລະ​ ສະ​ອາດ​ ຖ້າ​ຈະໃຫ້​ດີ​ຄວນ​ຈະ​ເປັນ​ເກີບ​ສົ້ນ​ສູງພໍປະມານ ຈະ​ຊ່ວຍ​ເສີມ​ບຸກຄະລິກ​ໃຫ້​​ເບິ່ງ​ງາມ​ສະ​ຫງ່າ​ຫລາຍ​ຂຶ້ນ

4.ເບິ່ງແຍງ​ພາຍ​ນອກ  ນອກ​ຈາກ​ການ​ແຕ່ງ​ຕົວ​ຈະ​ສຳຄັນ​ແລ້ວ ການ​ເບິ່ງແຍງ​ຕົວ​ເອງ​ກໍ​ສຳຄັນ​ບໍ່​ແພ້​ກັນ ລອງ​ລົງ​ທຶນ​ຊື້​ນ້ຳ​ຫອມ​ກິ່ນ​ອອ່ນໆ​ມາ​ສີດ​ກ່ອນ​ມື້​ໄປ​ສຳພາດ ບຳ​ລຸງ​ຜິວ​ໃຫ້​ດີ​ດ້ວຍ​ມອຍ​ເຈີ​ໄລ​ເຊີ ແລະ ​ຕັດ​ເລັບ​ໃຫ້​ສັ້ນ​ແລະ​ ພຽງ​ເທົ່າ​ນີ້​ກໍ​ຈະ​ຍິ່ງ​ເສີມ​ລຸກ​ໃຫ້​ເຈົ້າ​ເບິ່ງ​ດີ​ຂຶ້ນ​ໄປ​ອີກ

5.ແຕ່ງ​ໜ້າ ເຖິງວ່າ​ຈະ​ເປັນ​ສາວ​ທີ່​ບໍ່​ເຄີຍ​ແຕ່ງ​ໜ້າ​ມາ​ກ່ອນ​ເລີຍ ແຕ່​ກໍ​ບໍ່​ຄວນ​ຈະ​ເປືອຍ​ໜ້າ​ສົດ​ອອກ​ໄປ​ສຳພາດ​ວຽກຄວນ​ແຕ່ງ​ໜ້າ​ດ້ວຍ​ການ​ລົງ​ຮອງ​ພື້ນ​ໃຫ້​ຜິວ​ນຽນ​ ປັດ​ແກ້ມ​ໃຫ້​ເບິ່ງ​ມີສີສັນ ທາ​ລິບ​ກອດ​ສີ​ອ່ອໆ ແລ້ວ​ປັດ​ມາດ​ຄາ​ລ່າ​ໃຫ້​ດວງ​ຕາ​ກົມ​ໃຫຍ່​ຫລາຍ​ຂຶ້ນ ພຽງ​ເທົ່າ​ນີ້​ໃຜ​ເຫັນ​ກໍ​ປະ​ທັບ​ໃຈ​ແລ້ວ​

 

 

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...