spot_img
Homeຂ່າວພາຍ​ໃນເປີດຊຸດອົບຮົມວິຊາສະເພາະປ້ອງກັນຊາຍແດນໄລຍະສັ້ນປະຈຳປີ 2022.

ເປີດຊຸດອົບຮົມວິຊາສະເພາະປ້ອງກັນຊາຍແດນໄລຍະສັ້ນປະຈຳປີ 2022.

Published on

ໃນຕອນເຊົ້າວັນທີ 6 ກັນຍາ 2022 ທີ່ຜ່ານມາ, ຢູ່ທີ່ສະໂມສອນ ກອງບັນຊາການທະຫານຊາຍແດນແຂວງກວາງຈິ ສສ ຫວຽດນາມ ໄດ້ຈັດພິທີ ເປີດຊຸດອົບຮົມວິຊາສະເພາະປ້ອງກັນຊາຍແດນ ໄລຍະສັ້ນໃຫ້ແກ່ພະນັກງານກອງບັນຊາການທະຫານແຂວງສະຫວັນະເຂດ ສປປລາວ ປະຈຳປີ 2022 ພາຍໃຕ້ການເປັນປະທານຂອງສະຫາຍ ພັນເອກ ເລວັນເຟືອງ ກຳມະການພັກແຂວງ ເລຂາຄະນະພັກ ຫົວໜ້າການທະຫານ ກອງບັນຊາການທະຫານຊາຍແດນແຂວງກວາງຈິ,ມີ ສະຫາຍ ພັນເອກ ຄຳເພັດ ສຸລິຍະວົງ ຫົວໜ້າການທະຫານກອງບັນຊາການທະຫານແຂວງສະຫວັນະເຂດ ພ້ອມດ້ວຍຄະນະພັກ-ຄະນະບັນຊາກອງບັຊາການທະຫານແຂວງສະຫວັນະເຂດ -ກວາງຈິ ຕະຫລອດຮອດນັກສຳມະກອນຈຳນວນ 20 ສະຫາຍ ແລະ ພະນັກງານ-ນັກຮົບກອງບັນຊາການທະຫານຊາຍແດນແຂວງກວາງຈິເຂົ້າຮ່ວມ.

ໃນພິທີ ສະຫາຍ ພັນໂທ ຕະກວາງເຫົ້າ ຮອງຫົວໜ້າຫ້ອງເສນາທິການທະຫານຊາຍແດນແຂວງກວາງຈິ ຂື້ນຜ່ານແຜນການອົບຮົມປະກອບມີ ພາກການເມືອງ ຈະໄດ້ຮຽນປະຫວັດສາດ ສາຍພົວພັນມິດຕະພາບ ແບບພິເສດຂອງສອງຊາດລາວ-ຫວຽດນາມ ພາກການທະຫານ ໄດ້ຮຽນຮູ້ ການຫັດແອບ ແລະ ກວດກາຍິງປືນສັ້ນ ກາ 54 ,ພາກວິຊາສະເພາະຊາຍແດນ ຈະໄດ້ຮຽນບາງບົດຮຽນກ່ຽວກັບແຜ່ນດິນ ແລະ ຊາຍແດນແຫ່ງຊາດ,ຮຽນສົນທິສັນຍາວ່າດ້ວຍລະບຽບຫຼັກການຄຸ້ມຄອງຊາຍແດນ ແລະ ດ່ານສາກົນຊາຍແດນ ດິນຕໍ່ແຜ່ນລາວ-ຫວຽດນາມ,ກົນອຸບາຍ,ເລ່ລ່ຽມການເຄື່ອນໄຫວບັນດາກຳລັງສັດຕູ, ກຸ່ມຄົນບໍ່ຫວັງດີ,ການເຄື່ອນໄຫວຂອງປະຕິການຕໍ່ຫວຽດນາມ-ລາວ,ວຽກງານກວດການລາດຕະເວນ,ປ້ອງກັນຊາຍແດນ ແລະ ນຳໃຊ້ແຜນທີ່ກຳນົດຫຼັກໝາຍຊາຍແດນ,ວຽກງານຂົນຂວາຍພໍ່ແມ່ປະຊາຊົນປ້ອງກັນຮັກສາຫຼັກໝາຍຊາຍແດນ,ວຽກງານຄວບຄຸມຕິດຕາມປ້ອງກັນຊາຍແດນ,ວຽກງານສືບຂ່າວປ້ອງກັນຊາຍແດນ,ວຽກງານຮັບປະກັນພະລາທິການໃນວຽກງານປ້ອງກັນຊາຍແດນ ແລະ ວຽກງານຮັບປະກັນເຕັກນິກໃນການປ້ອງກັນຊາຍແດນ.

ຈາກນັ້ນ ສະຫາຍ ພັນເອກ ເລວັນເຟືອງ ຫົວໜ້າການທະຫານກອງບັນຊາການທະຫານຊາຍແດນແຂວງກວາງຈິ ແລະ ສະຫາຍ ພັນເອກ ຄຳເພັດ ສຸລິຍະວົງ ຫົວໜ້າການທະຫານກອງບັນຊາການທະຫານແຂວງສະຫວັນະເຂດ ໄດ້ມີຄຳເຫັນໂອ້ລົມ ເຊິ່ງສະຫາຍໄດ້ເວົ້າວ່າ ການເປີດຊຸດອົບຮົມໃນຄັ້ງນີ້ກໍ່ເພື່ອ ແນໃສ່ປະກອບສ່ວນຍົກສູງຄວາມຮູ້ຄວາມສາມາດ,ນຳໃຊ້ບົດຮຽນ ແລະ ປະສົບການທີ່ໄດ້ຮຽນມາເພື່ອເຮັດໝ້າທີ່ຮັກສາຄວາມໝັ້ນຄົງທາງດ້ານການເມືອງ-ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ ແລະ ຄວາມປອດໄພຢູ່ເຂດຊາຍແດນທັງສອງຝ່າຍ.ຊຸດອົບຮົມຄັ້ງນີ້ຈະໃຊ້ເວລາ 30 ວັນ ຈິ່ງສຳເລັດ.

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...