Homeຂ່າວພາຍ​ໃນລັດຖະມົນຕີກະຊວງການເງິນ ຕິດຕາມການຈັດຕັ້ງປະຕິບັດຂະຫຍາຍຖານລາຍຮັບຕິດພັບກັບວາລະແຫ່ງຊາດຢູ່ສະຫວັນນະເຂດ

ລັດຖະມົນຕີກະຊວງການເງິນ ຕິດຕາມການຈັດຕັ້ງປະຕິບັດຂະຫຍາຍຖານລາຍຮັບຕິດພັບກັບວາລະແຫ່ງຊາດຢູ່ສະຫວັນນະເຂດ

Published on

ໃນວັນທີ 31 ສິງຫາ 2022 ນີ້, ທ່ານ ບຸນໂຈມ ອຸບົນປະເສີດ ລັດຖະມົນຕີກະຊວງການເງິນ, ພ້ອມຄະນະໄດ້ເຄື່ອນໄຫວຢ້ຽມຢາມບໍລິສັດ ລ້ານຊ້າງມິເນໂຣນສ໌ ລີມີເຕັດ ຢູ່ບໍ່ຄໍາເຊໂປນ ເມືອງເຊໂປນ ແຂວງສະຫວັນນະເຂດ, ໂດຍຄະນະນໍາຂອງຂະແໜງການເງິນ, ພ້ອມດ້ວຍບັນດາທ່ານຕາງໜ້າພະແນກການທີ່ກ່ຽວຂ້ອງອ້ອມຂ້າງແຂວງ ແລະ ເມືອງເຂົ້າຮ່ວມ.

ການເຄື່ອນໄຫວຄັ້ງນີ້, ໄດ້ຢ້ຽມຢາມສະຖານທີ່ຫ້ອງເຮັດວຽກຂອງບໍລິສັດ ແລະ ພ້ອມນັ້ນບໍລິສັດກໍໄດ້ມອບພັນທະໃຫ້ລັດຖະບານຈໍານວນ 10,67 ລ້ານກວ່າ ໂດລາສະຫະລັດ, ໃນນີ້ ພາສີຊັບພະຍາກອນແຮ່ທາດຈໍານວນ 4,75 ລ້ານກວ່າໂດລາສະຫະລັດ ແລະ ເງິນປັນຜົນ 5,91 ລ້ານກວ່າໂດລາສະຫະລັດ.

ໂອກາດນີ້,ໄດ້ຮັບຟັງການລາຍງານຂອງທ່ານ ຮອງຫົວໜ້າພະແນກການເງິນແຂວງສະຫວັນນະເຂດ ກ່ຽວກັບການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈຳປີ 8 ເດຶອນ ປີ2022 ແລະ ແຜນການ 4 ເດຶອນທ້າຍປີ, ຊຶ່ງມີໂອກາດອັນເອື້ອອຳນວຍ, ສິ່ງທ້າທາຍ ແລະ ຜົນກະທົບຫຼາຍຢ່າງຕໍ່ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ – ສັງຄົມ 5 ປີ ຄັ້ງທີ IX ຂອງແຂວງສະຫວັນນະເຂດເວົ້າລວມ, ແຕ່ວ່າອີງໃສ່ມາດຕະການແກ້ໄຂຄວາມຫຍຸງຍາກທາງດ້ານເສດຖະກິດ-ການເງິນຂອງລັດຖະບານ ໂດຍສະເພາະຄຳສັ່ງເລກທີ 18/ນຍ, ວາລະແຫ່ງຊາດຂອງແຂວງສະຫວັນນະເຂດສະບັບເລກທີ 2626/ຈຂ.

ພະແນກການເງິນແຂວງພ້ອມດ້ວຍ 3 ຂະແໜງສາຍຕັ້ງໄດ້ເອົາໃຈໃສ່ບຸກບືນໃນການຈັດເກັບລາຍຮັບໃນ 07 ເດືອນຕົ້ນປີ 2022 ສາມາດຈັດເກັບລາຍຮັບປະຕິບັດຮອດວັນທີ 30 ສິງຫາ 2022: ໄດ້ທັງໝົດ 1.091,15 ຕື້ກີບ ເທົ່າ 64,71% ຂອງແຜນການປີ, ສ່ວນລາຍຈ່າຍຮອດວັນທີ 30 ສິງຫາ 2022 ປະຕິບັດໄດ້ 510,44 ຕື້ກີບເທົ່າກັບ 62,29% ຂອງແຜນການປີ.

ສຳລັບການຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ແລະ ການຫັນເປັນທັນສະໄໝຂອງຂະແໜງການເງິນແຂວງສະຫວັນນະເຂດ ໃນໄລຍະຜ່ານມາສຸມໃສ່ຈັດຕັ້ງປະຕິບັດມາດຕະການຕ່າງໆທີ່ໄດ້ກໍານົດໄວ້ໃນຄໍາສັ່ງເລກທີ 18/ນຍ, ລົງວັນທີ 16 ກັນຍາ 2021 ວ່າດ້ວຍການເພີ່ມທະວີການຄຸ້ມຄອງ ແລະ ຕ້ານການຮົ່ວໄຫຼຂອງລາຍຮັບງົບປະມານແຫ່ງລັດ; ຫັນເອົາແຜນຜັນຂະຫຍາຍວາລະແຫ່ງຊາດວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນຂອງແຂວງ ເຂົ້າສູ່ຕົວຈິງໂດຍສະເພາະການຫັນເປັນທັນສະໄໝຂອງຂະແໜງການເງິນ, ເພື່ອສູ້ຊົນຈັດເກັບລາຍຮັບງົບປະມານໃຫ້ສາມາດບັນລຸຕາມຕົວເລກແຜນການ, ລື່ນແຜນການໃນແຕ່ລະປີ ເພື່ອກ້າວໄປສູ່ ເຮັດໃຫ້ລາຍຮັບພູດຂອງແຂວງກຸ້ມລາຍຈ່າຍພາຍໃນແຂວງ.

ທ່ານ ລັດຖະມົນຕີກະຊວງການເງິນ ຍັງໄດ້ແນະນໍາໃຫ້ເຈົ້າໜ້າທີ່ຂະແໜງການການເງິນກໍຄືກົມທີ່ກ່ຽວຂ້ອງຈົ່ງປະສານສົມທົບກັບຜູ້ປະກອບການທຸລະກິດ, ເພື່ອເຮັດໜ້າທີ່ດ້ວຍຄວາມໂປ່ງໃສຫຼີກລ້ຽງການສວຍໂອກາດໃນການລັກ ລອບນໍາເຂົ້າ ແລະ ສົ່ງອອກສິນຄ້າທີ່ບໍ່ຖືກຕ້ອງ.

ແຫຼ່ງຂ່າວຈາກ ເສດຖະກິດການຄ້າ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...