spot_img
Homeຂ່າວຕ່າງປະເທດຜົນ​ກະ​ທົບ​ຈາກ​ໄພ​ນ້ຳ​ຖ້ວມ​ໃນ​ປາ​ກິດ​ສະ​ຖານ

ຜົນ​ກະ​ທົບ​ຈາກ​ໄພ​ນ້ຳ​ຖ້ວມ​ໃນ​ປາ​ກິດ​ສະ​ຖານ

Published on

ເຈົ້າ​ໜ້າ​ທີ່​ປາ​ກິ​ດສະ​ຖານ ​ເລັ່ງ​ຊ່ວຍ​ເຫຼືອ​ຜູ້​ປະ​ສົບ​ໄພ​ນ້ຳ​ຖ້ວມ ຫຼັງ​ຈາກ​ທີ່​ປະ​ເຊີນ​ກັບ​ຝົນ​ຕົກ​ໜັກ​ໃນ​ລະ​ດູ​ມໍ​ລະ​ສຸມ​ ທີ່​ເລີ່ມ​ຕົ້ນ​ໃນ​ເດືອນ​ມິ​ຖຸ​ນາ ທີ່ຜ່ານມາ​ນີ້ ຈຶ່ງເຮັດໃຫ້ ໜຶ່ງໃນສາມຂອງປະເທດໄດ້ຖືກຈົມຢູ່ໃນນໍ້າ.

ໂດຍກອງທັບ​ປາ​ກິ​ດສະຖານ ​ໄດ້​ສົ່ງ​ຍົນ​ເຮ​ລິ​ຄົບເຕີ ເຂົ້າໄປອົບພະຍົບ​ປະຊາຊົນ​ທີ່​ຕິດ​ຄ້າງ​ຢູ່​ໃນ​ເຂດ​ປະສົບ​ໄພ​ນ້ຳ​ຖ້ວມ ພ້ອມ​ທັງ​ນຳ​ເອົາ​ອາຫານ​ໄປ​ໃຫ້​ຜູ້​ປະສົບ​ເຄາະ​ຮ້າຍ​ໃນ​ເຂດ​ທີ່​ຍັງ​ບໍ່​ສາມາດ​ເຂົ້າ​ເຖິງ​ໄດ້.

 

ໄພ​ນ້ຳ​ຖ້ວມ​ຄັ້ງ​ໃຫຍ່ນີ້ ​ໄດ້​ທຳລາຍ​ບ້ານ​ເຮືອນ, ທຸລະ​ກິດ ​ແລະ ພື້ນຖານ​ໂຄງ​ລ່າງຕ່າງໆ ລວມທັງພື້ນທີ່ກະສິກໍາ, ປະຊາຊົນຫຼາຍກວ່າ 33 ລ້ານຄົນ ຫຼື 15% ຂອງຈຳນວນປະຊາກອນ 220 ລ້ານຄົນໃນປາ​ກິ​ດສະຖານ ທີ່ໄດ້ຮັບຜົນກະທົບ ນອກ​ນີ້ຍັງ​ມີ​ລາຍ​ງານ​ວ່າ​ມີ​ຜູ້​ເສຍ​ຊີວິດ 1.100 ຄົນ ​ໃນ​ນັ້ນ​ມີ​ເດັກນ້ອຍ 380 ຄົນ, ​ຂະນະທີ່​ອົງການ​ສະຫະ​ປະຊາ​ຊາດ​ ໄດ້​ຮຽກຮ້ອງ​ໃຫ້​ຊ່ວຍ​ເຫຼືອແກ່ປາກິດສະຖານ  160 ລ້ານ​ໂດ​ລາ​ສະຫະລັດ.

ແຫຼ່ງຂ່າວຈາກ ຣອຍເຕີ

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...