spot_img
Homeຂ່າວພາຍ​ໃນກາເຟປະສົມສານເສບຕິດເປັນໄພອັນຕະລາຍຕໍ່ສັງຄົມ

ກາເຟປະສົມສານເສບຕິດເປັນໄພອັນຕະລາຍຕໍ່ສັງຄົມ

Published on

ປັດຈຸບັນ, ການດື່ມສິ່ງມືນເມົາສາມາດພົບເຫັນໄດ້ຫຼາຍຂຶ້ນໃນສັງຄົມ. ນອກນັ້ນ, ຍັງມີການນຳເອົາສານເສບຕິດເຂົ້າມາປະສົມກັບເຄື່ອງດື່ມເພື່ອເພີ່ມປະສົມການໃໝ່ໆ ຈົນລືມນຶກເຖິງຜົນຮ້າຍຂອງມັນ.

ຈົນກາຍມາເປັນສິ່ງທີ່ໄວໜຸ່ມນິຍົມ ແລະ ຢາກລອງເວລາດື່ມສິ່ງມືນເມົາ, ເຮັດໃຫ້ສານເສບຕິດ ຫຼື ຢາອີ (MDMA) ທີ່ໃຊ້ໃນງານບັນເທີງ ກາຍມາເປັນຈຸດສົນໃຈຂອງສັງຄົມເພີ່ມຂື້ນ. ວັງມໍ່ໆມານີ້, ກໍໄດ້ເກີດເລື່ອງເສົ້າ, ເນື່ອງຈາກມີຄອບຄົວຜູ້ເຄາະຮ້າຍໜຶ່ງ, ໄດ້ໂພສທາງສື່ອອນລາຍ ເຖິງການເສຍຊີວິດຂອງຄົນໃນຄອບຄົວ 1 ຄົນ ແລະ ເພື່ອເຕືອນສັງຄົມເຖິງປະສົບການຂອງການສູນເສຍຄັ້ງນີ້. ລ

ອີງຕາມການຄົ້ນຄວ້າຂອງ British Journal of Pharmacology ໄດ້ເຮັດໃຫ້ຮູ້ວ່າ: ການບໍລິໂພກຄາເຟອີນ ຫຼື ກາເຟ ປະສົມກັບສານເສບຕິດປະເພດ ຢາອີ (MDMA) ທີ່ເປັນຢາກະຕຸ້ນປະສາດ ມັນສາມາດສ້າງຜົນຂ້າງຄຽງທີ່ຮ້າຍແຮງ ເຊິ່ງລວມເຖິງເຮັດໃຫ້ອຸນຫະພູມໃນຮ່າງກາຍມີການປ່ຽນແປງຜິດປົກກະຕິ, ຫົວໃຈເຕັ້ນຜິດປົກກະຕິ ແລະ ຊ໋ອກ.

ທ່ານ ພົນເອກ ວິໄລ ຫຼ້າຄຳຟອງ ຮອງນາຍົກ, ລັດຖະມົນຕີກະຊວງ ປກສ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ກ່າວໃນກອງປະຊຸມສະພາແຫ່ງຊາດ ເມື່ອບໍ່ດົນມານີ້ວ່າ: ທາດໄນໂຕຣອັອກໄຊ (ແກສຢູ່ໃນປຸມເປົ້າ ທີ່ມັກໃຊ້ໃນສະຖານທີ່ບັນເທີງ) ແລະ ກາເຟທີ່ປະສົມຢາເສບຕິດຊະນິດຕ່າງໆ ແມ່ນເປັນທີ່ຮູ້ຈັກກັນດີໃນກຸ່ມຄົນມັກໄປສ້າງສັນ ຫຼື ໄປສະຖານທີ່ບັນເທີງໃນລາວ.

ດັ່ງນັ້ນ, ການປະຖົມພະຍາບານເບື້ອງຕົ້ນເມື່ອພົບຜູ້ປ່ວຍມີລັກຊະນະຊັອດ ຫຼື ເມົາ ເມື່ອກູ້ໄພຍັງເດີນທາງບໍ່ທັນຮອດສາຖານທີ່ເກີດເຫດ, ສະມາຄົມອາສາກູ້ໄພນະຄອນຫຼວງວຽງຈັນ1624 ໄດ້ໃຫ້ຄຳແນະນຳກ່ຽວກັບການປະຖົມພະຍາບານເບຶ້ອງຕົ້ນຄື:

  • ເມື່ອຄົນເຈັບມີອາການຊັອກ, ໂຕເກັງ: ຕ້ອງໃຫ້ຄົນເຈັບນອນທ່າຕະແຄງ.
  • ຖ້າເບິ່ງຄົນເຈັບວ່າມີອາການຫາຍໃຈຝືດ ຕ້ອງໄດ້ແກ້ກະດຸມໂສ້ງ-ເສື້ອ ຄົນເຈັບອອກ ເພື່ອຄົນເຈັບຈະບໍ່ຮູ້ສຶກອຶດອັດ ແລະ ສະບາຍໂຕຂຶ້ນ.
  • ເມື່ອຄົນເຈັບມີ ຂີ້ກະເທີ່ ຫຼື ສິ່ງຂອງຢູ່ໃນປາກ, ລຳຄໍ, ຕ້ອງໃຊ້ນິ້ວກ້ອຍແຍ່ເຂ0າໃນປາກ ເພື່ອໃຫ້ຂີ້ກະເທີ່ອອກມາ ເພື່ອບໍ່ໃຫ້ມີຫຍັງໄປຕັນໃນຮູຄໍ.
  • ເມື່ອຄົນເຈັບກັດກັດລີ້ນຕົນເອງ ຕ້ອງເອົາຜ້າຢັດໃສ່ປາກ ເພື່ອປ້ອງກັນບໍ່ໃຫ້ຄົນເຈັບກັດລີ້ນຕົນເອງ.

ທາງສະມາຄົມອາສາກູ້ໄພນະຄອນຫຼວງວຽງຈັນ1624 ຝາກເຖິງສັງຄົມ ຜ່ານທີມງານລາວໂພສ ວ່າ: ຕ້ອງມີສະຕິລິວັງໂຕ, ຫ້າມດື່ມສິ່ງມຶນເມົາເກີນຂອບເຂດ ແລະ ຫ້າມນຳໃຊ້ສານເສບຕິດຊະນິດຕ່າງໆ ທີ່ອາດກໍ່ຄວາມວຸ່ນວາຍຕໍ່ສັງຄົມ ຈົນໄປເຖິງໜ່ວຍງານຕ່າງໆ ແລະ ອາດເຮັດໃຫ້ເກີດອັນຕະລາຍຕໍ່ໂຕເຮົາເອງຈົນຮ້າຍແຮງເຖິງຂັ້ນເສຍຊີວິດ.

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...