spot_img
Homeຂ່າວພາຍ​ໃນການນຳຂັ້ນສູງ ອຸດົມໄຊ-ຮ່ານາມ ພົບປະຮ່ວມມືສອງຝ່າຍ

ການນຳຂັ້ນສູງ ອຸດົມໄຊ-ຮ່ານາມ ພົບປະຮ່ວມມືສອງຝ່າຍ

Published on

ອີງຕາມແຫຼ່ງຂ່າວ ແຂວງອຸດົມໄຊ ໃຫ້ຮູ້ວ່າ: ໃນວັນທີ 27 ສິງຫາ ຜ່ານມາ, ໄດ້ມີພິທີພົບປະລະຫວ່າງຜູ້ແທນຂັ້ນສູງ ອຸດົມໄຊ ສປປ ລາວ ແລະ ແຂວງຮ່ານາມ ແຫ່ງ ສສ ຫວຽດນາມ ຢູ່ຫ້ອງວ່າການແຂວງອຸດົມໄຊ ໂດຍມີ ສະຫາຍ ບຸນຄົງ ຫລ້າຈຽມພອນ ກຳມະການສຳຮອງສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງອຸດົມໄຊ ແລະ ສະຫາຍ ນາງ ດິງ ທິຫລົວະ ຮອງເລຂາພັກແຂວງ, ຜູ້ປະຈຳການແຂວງຮານາມ ແຫ່ງ ສສ ຫວຽດ ນາມ ແລະ ຄະນະຜູ້ແທນຂັ້ນສູງທັງສອງຝ່າຍ ເຂົ້າຮ່ວມ.

ການພົບປະຄັ້ງນີ້, ສອງຝ່າຍ ໄດ້ປຶກສາຫາລືກ່ຽວກັບທິດທາງແຜນການ, ຄວາມເປັນໄປໄດ້ການຮ່ວມມືດ້ານການລົງທຶນ ຂອງນັກທຸລະກິດຂອງສອງແຂວງ ແລະ ການພົວພັນຮ່ວມມືດ້ານການບໍລິການແລກປ່ຽນສິນຄ້າ, ພ້ອມທັງເຫັນດີເປັນເອກະພາບກັນ ເພື່ອເປັນບ່ອນອີງໃຫ້ແກ່ບັນດາພະແນກການ, ຂະແໜງການ, ກົມກອງທີ່ກ່ຽວຂ້ອງຂອງສອງແຂວງ ນຳໄປຈັດຕັ້ງຜັນຂະຫຍາຍຕາມພາລະບົດບາດ, ສິດໜ້າທີ່ທີ່ໄດ້ຮັບມອບໝາຍ ໂດຍມອບໃຫ້ຂະແໜງຕ່າງປະເທດເປັນໃຈກາງປະສານງານ ແລກປ່ຽນເນື້ອໃນການຮ່ວມມືໃຫ້ເປັນປົກກະຕິ.

ສຳລັບ ວຽກງານທີ່ຈະໄດ້ພົວພັນຮ່ວມມືໃນ 5 ປີຕໍ່ໜ້າຕາມບົດບັນທຶກປະກອບມີ: ການແລກປ່ຽນບົດຮຽນຂອງຄະນະຜູ້ແທນຂັ້ນສູງ, ວຽກງານການລົງທຶນ, ວິທະຍາສາດເຕັກໂນໂລຊີ ແລະ ພັດທະນາຊັບພະຍາກອນມະນຸດ, ວຽກງານສຶກສາ ແລະ ກໍ່ສ້າງ ໂດຍມີເປົ້າໝາຍເພື່ອພັດທະນາສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງສອງແຂວງ ບົນພື້ນຖານຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ ປະກອບສ່ວນເຂົ້າໃນການເພີ່ມພູນ, ພັດທະ ນາສາຍພົ່ວພັນມິດຕະພາບອັນຍິ່ງໃຫຍ່ ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ຫວຽດນາມ-ລາວ ໃຫ້ໝັ້ນຄົງຂະໜົງແກ່ນ.

ແຫຼ່ງຂ່າວ: ຂປລ

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...