Homeຂ່າວນໍ້າຖ້ວມຄອບຄົວ ລຽບແຄມນໍ້າພາກຂອງເມືອງຂວາ ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມ

ຄອບຄົວ ລຽບແຄມນໍ້າພາກຂອງເມືອງຂວາ ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມ

Published on

ໃນຕອນບ່າຍວັນທີ 25-26 ສິງຫາ 2022 ທີ່ຜ່ານມາ, ຫຼັງຈາກທີ່ເກີດມີຝົນຕົກໜັກຕິດຕໍ່ກັນເປັນເວລາຫຼາຍຊົ່ວໂມງ ເຮັດໃຫ້ນໍ້າພາກມີລະດັບປະລິມານນໍ້າສູງຂຶ້ນ ພ້ອມທັງເກີດມີນໍ້າປ່າໄຫຼສຸແຮງ ເຮັດໃຫ້ເກີດມີນໍ້າອັ່ງຖ້ວມຖະໜົນຫົນທາງ ໂດຍສະເພາະແມ່ນເສັ້ນທາງຫຼວງ 2 E ແລະ 1B ແຕ່ບ້ານສະຫຼອງໄຊຫາບ້ານຫາດນາງ ແລະ ບ້ານສິນໄຊ ຫາ ບ້ານບວມພັນ.

ນອກຈາກນິ້, ກໍຍິ່ງຖ້ວມບ້ານເຮືອນຂອງປະຊາຊົນຢູ່ແຄມນໍ້າພາກເຂດພື້ນທີ່ຕໍ່າ. ຕໍ່ກັບສະພາບການດັ່ງກ່າວດ້ວຍຄວາມເປັນຫ່ວງເປັນໃຍຂອງຄະນະພັກ-ຄະນະນຳຂອງເມືອງ ມາໃນວັນທີ 27 ສິິງຫາ 2022 ນິ້, ທ່ານວົງເດືອນພູມີທຳ ຮອງເຈົ້າເມືອງ ຜູ້ຊີ້ນຳຂົງເຂດ ເສດຖະກິດຂັ້ນເມືອງ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງຂັ້ນເມືອງກໍໄດ້ລົງຕິດຕາມສະພາບການຢ່າງໃກ້ຊິດ ພ້ອມທັງລົງກວດກາຜົນກະທົບຢູ່ 4 ບ້ານດັ່ງກ່າວ ເກີດມີນໍ້າພາກໄຫຼສຸແຮງພັດເຂົ້າບ້ານເຮືອນ, ໄຮ່, ນາຮົ້ວ, ສ່ວນ, ສັດລ້ຽງ ແລະ ເຄື່ອງຂອງອື່ນໆ ຂອງປະຊາຊົນ ເຮັດໃຫ້ມີເຮືອນພັດໄຫຼຈຳນວນຫຼາຍ ແລະ ມີດິນເຊາະເຈື່ອນພົບຄວາມຫຍຸ້ງຍາກໃນການສັນຈອນ ຕໍ່ກັບບັນຫາດັ່ງກ່າວນິ້, ທ່ານຮອງເຈົ້າເມືອງກໍ່ໄດ້ແນະນຳໃຫ້ອົງການປົກຄອງບ້ານເອົາໃຈໃສ່ຊ່ວຍເຫຼືອເຊີ່ງກັນ ແລະ ກັນ ໂດຍສະເພາະແມ່ນອາຫານ, ເຄື່ອງໃຊ້ຊອຍ ຊ່ວຍເຫຼືອຄອບຄົວທີ່ໄດ້ຮັບຜົນກະທົບເບືອງຕົ້ນ.

ປະຈຸບັນທາງເມືອງໄດ້ລະດົມກຳລັງຊາວໜຸ່ມ ກຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ຊາວໜຸ່ມອ້ອມຂ້າງເມືອງ ແລະ ແຮງງານພໍ່ແມ່ປະຊາຊົນບ້ານອ້ອມຂ້າງເມືອງລົງຊ່ວຍເຫຼືອຄອບຄົວທີ່ຖືກຜົນກະທົບຈາກໄພນໍ້າຖ້ວມ ພ້ອມທັງລົງກວດກາ ແລະ ປະເມີນຜົນເສຍຫາຍໃນເບື່ອນຕົ້ນ: ໃນນີ້ບ້ານທີ່ຖືກໄພພິບັດນໍ້າຖ້ວມມີ 4 ບ້ານ, ມີຈຳນວນຄອບຄົວທີ່ຖືກຜົນກະທົບທັງໝົດຈຳ 97 ຄອບຄົວ, ມີຜົນລະເມືອງທີ່ໄດ້ຮັບຜົນກະທົບ 583 ຄົນ, ຍິງ 269 ຄົນຄາດຄະເນຜົນເສຍຫາຍເບື່ອງຕົ້ນປະມານ 5,680,000,000 ກີບ. ນອກຈາກນິ້, ຍັງມີບ້ານໄດ້ຮັບຜົນກະຈາກຈາກນໍ້າຖ້ວມ ນາ, ຊົນລະປະທານ, ໜອງປາ, ຄອງເໝືອງ, ເສັ້ນທາງແຕ່ບ້ານຫາບ້ານ ແລະ ເສັ້ນທາງເຂົ້າເຂດຜະລິດຈຳນວນ 34 ບ້ານ, ໃນ 9 ກຸ່ມບ້ານໃນທົ່ວເມືອງ.

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...