Homeຂ່າວຕ່າງປະເທດຣັດເຊຍສະເໜີຂາຍນ້ຳມັນໃນອາຊີຖືກກວ່າຕະຫຼາດ 30%

ຣັດເຊຍສະເໜີຂາຍນ້ຳມັນໃນອາຊີຖືກກວ່າຕະຫຼາດ 30%

Published on

ຣັດ​ເຊຍ​ ພວມ​ເຈ​ລະ​ຈາ​ກັບຫຼາຍ​ປະ​ເທດໃນ​ອາ​ຊີ​ຫຼາຍ​ ​ກ່ຽວ​ກັບ​ສັນ​ຍາ​ນ້ຳ​ມັນ​ໃນ​ໄລ​ຍະ​ຍາວ​ ທີ່​ມີ​ທ່າ​ແຮງ​ໂດຍ​ມີ​ການ​ຫຼຸດ​ຜ່ອນ​ລົງ.

ວັນທີ 24 ສິງຫາ 2022 ອ້າງອີງຈາກສຳນັກຂ່າວ ບຣູມເບີກ ໄດ້ລາຍງານວ່າ: ການຫຼຸດລາຄາຂອງນ້ຳມັນນັ້ນ ອາດຈະຫຼາຍເຖິງ 30% ແລະ ອາດຈະບົ່ງບອກວ່າ ມອສໂກ ປະເທດຣັດເຊຍ ກຳລັງຫາການຕອບໂຕ້ການຫາລື ໂດຍສະຫະລັດອາເມຣິກາ ແລະ ກຸ່ມປະເທດ G7 ກ່ຽວກັບການກຳນົດລາຄານ້ຳມັນດິບຂອງຣັດເຊຍ.

ໂດຍລັດຖະມົນຕີອິນໂດເນເຊຍ ລະບຸວ່າ ຣັດເຊຍຍື່ນຂໍ້ສະເໜີຕໍ່ອິນໂດເນເຊຍ ເພື່ອຂາຍນ້ຳມັນໃນລາຄາທີ່ຕ່ຳກວ່າຕະຫຼາດເຖິງ 30%.

ບໍລິສັດຂຸດຄົ້ນພະລັງງານ Rystad Energy ຄາດວ່າຜົນຜະລິດນ້ຳມັນດິບຂອງຣັດເຊຍລະຫຼຸດລົງຫຼາຍກວ່າ 1 ລ້ານບາເຣວ ຕໍ່ມື້ ໃນອີກບໍ່ດົນ ເນື່ອງຈາກວ່າຄວາມຕ້ອງການໃນອາຊີຫຼຸດລົງ ແລະ ການຂວ້ຳບາດຂອງສະຫະພາບເອີຣົບທີ່ເກີດຂຶ້ນ.

 

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...