spot_img
Homeຂ່າວພາຍ​ໃນເທພາລັກ ໄຂຄຳພິທູນ ຄອງແຊ໋ມເຮືອເຈັດສະກີ ຊີງຂັນເຈົ້າແຂວງຫຼວງພະບາງ

ເທພາລັກ ໄຂຄຳພິທູນ ຄອງແຊ໋ມເຮືອເຈັດສະກີ ຊີງຂັນເຈົ້າແຂວງຫຼວງພະບາງ

Published on

ທ້າວ ເທພາລັກ ໄຂຄຳພິທູນ ເຈົ້າຂອງຜົນງານອັນດັບທີ 3 ເຍົາວະຊົນໂລກ ປີ 2016 ອະດິດທີມແຊ໋ມເກົ່າ ໂຊຟອມເກັ່ງສົມລາຄາ ພາເຮືອຄູ່ໃຈ ໝາຍເລກ 16 ເຂົ້າໄຊເສັ້ນໄຊ ເປັນອັນດັບທີ 1 ພາທີມ 137 ນາວາສັກສິດ ຄວ້າແຊ໋ມການແຂ່ງຂັນເຮືອເຈັດສະກີ ຮຸ່ນ 1.800 ຊີຊີ ປະເພດມືໂປຣ ຫຼື 1.800 cc open & newgent ຊີງຂັນທ່ານເຈົ້າແຂວງຫຼວງພະບາງ ຄັ້ງທີ 3 ປະຈຳປີ 2022 ເພື່ອເປັນການສ້າງຂະບວນການວັນບຸນເຂົ້າປະດັບດິນ ປີ 2022 ພ້ອມທັງເປັນການດຶງດູດການທ່ອງທ່ຽວຂອງແຂວງໃຫ້ມີບັນຍາກາດຟົດຟື້ນ ໄປຄອງເປັນສະໄໝທີ 2 ຕິດຕໍ່ກັນ.

ການແຂ່ງຂັນເຮືອເຈັດສະກີ 3 ລາຍການ ຊີງຂັນທ່ານເຈົ້າແຂວງຫຼວງພະບາງ ເພື່ອເປັນການສ້າງຂະບວນການວັນບຸນເຂົ້າປະດັບດິນ ປີ 2022 ໄດ້ມີຂຶ້ນວັນທີ 25 ສິງຫາ ຜ່ານມາ ທີ່ຫາດດອນຊາຍມຸງຄຸນ ນະຄອນ ຫຼວງພະບາງ ແຂວງຫຼວງພະບາງ ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ສົມສະຫວາດ ເລັ່ງສະຫວັດ ອະດິດຮອງນາຍົກລັດຖະມົນຕີ ແຫ່ງສປປ ລາວ, ທ່ານ ຄຳຂັນ ຈັນທະວີສຸກ ເຈົ້າແຂວງຫຼວງພະບາງ, ທ່ານ ວຽງທອງ ຮັກສະຈັນ ເຈົ້າຄອງນະຄອນ ຫຼວງພະບາງ ແລະ ທ່ານ ສອນເພັດ ເມືອງວົງ ປະທານບໍລິສັດ ແສງເພັດ ເກັບກູ້ລະເບີດ ຈຳກັດຜູ້ດຽວ ພ້ອມດ້ວຍບັນດາເຈົ້າເມືອງ-ຮອງເຈົ້າເມືອງ, ອພນາດການປົກຄອງບ້ານ, ຄະນະນຳແຕ່ພາກສ່ວນ ຕະຫຼອດຮອດນັກກິລາ ແລະ ມວນຊົນຊາວ ນະຄອນ ຫຼວງພະບາງ ແລະ ແຂກຕ່າງດ້າວທ້າວຕ່າງເມືອງເຂົ້າຮ່ວມຢ່າງຫຼວງຫຼາຍ.

ການແຂ່ງຂັນລາຍການດັ່ງກ່າວ ມີເຮືອເຂົ້າຮ່ວມເກືອບ 30 ລຳ ທີ່ມາຈາກ ນະຄອນຫຼວງວຽງຈັນ, ສະຫວັນນະເຂດ ແລະ ແຂວງຫຼວງພະບາງ ແຂ່ງຂັນ 3 ລາຍການ ຫຼື 3 Moto ຊີງຂັນຂອງເຈົ້າເເຂວງຫຼວງພະບາງ ຄັ້ງທີ 3 ປະຈຳປີ 2022 ຊີງເງີນລາງວັນ ຫຼາຍກວ່າ 100 ລ້ານກີບ ເພື່ອສ້າງຂະບວນການສະເຫຼີມສະຫຼອງງານບຸນຫໍ່ເຂົ້າປະດັບດິນ ປະຈຳປີນີ້ ພ້ອມທັງເປັນການສົ່ງເສີມການທ່ອງທ່ຽວລາວທ່ຽວລາວ ດຶງດູດຊາວຕ່າງຊາດເຂົ້າມາທ່ຽວລາວໃຫ້ນັບມື້ຫຼາຍຂຶ້ນເລື້ອຍໆ ອີກດ້ານໜຶ່ງກໍຍັງເປັນການສົ່ງເສີມນັກກິລາແຈັດສະກີລາວ ໃຫ້ມີການເຄື່ອນໄຫວສາມາດພັດທະນາຕົນເອງໃຫ້ກ້າວທັນກັບນັກກິລາລະດັບອາຊີບໃນສາກົນ.

ຜ່ານການແຂ່ງຂັນຜົນປະກົດວ່າ: ຊະນະເລີດ ຮຸ່ນ 1.800 ຊີຊີ ຊະນະເລີດຕົກເປັນຂອງທ້າວ ເທພາລັກ ໄຂຄຳພິທູນ ທີມ 137 ນາວາສັກສິດ, ທີ 2 ທ້າວ ສຸດໃຈ ໄຂຄຳພີທູນ ທີມເອກແມວນໍ້າເຈັດສະກີ ຈາກນະຄອນຫຼວງ, ທີ 3 ທ້າວ ຫຸມພັນ ຈັນດາພອນ ທີມໄຮເທັກ ຈາກນະຄອນຫຼວງ, ທີ 4 ທ້າວ ເບນ້ອຍ ທີມໄຮເທັກ ແລະ ທີ 5 ທ້າວ ແຊັກໂກ ເຮືອແພເມືອງຟ້າ ຈາກແຂວງສະຫວັນນະເຂດ, ຮຸ່ນ 1.100 ຊີຊີ ທີ 1 ທ້າວ ຫຸມພັນ ຈັນດາພອນ ທີມໄຮເທັກ, ທີ 2 ທ້າວ ເທພາລັກ ໄຂຄຳພິທູນ ທີມ 137 ນາວາສັກສິດ, ທີ 3 ທ້າວ ບິນລ້ຽນ ທີມ 36 ເລຊີ້ງ ບາຍ ບິນລ້ຽນ, ທີ 4 ທ້າວ ວັດທະນາ ແກ້ວດວງເດດ ຈາກທີມໄຮເທັກ ແລະ ທີ 5 ທ້າວ ແຟນຕ້າ ສີສົມບັດ ທີມໂກດ້າກ້ອນ ແລະ ຮຸ່ນ 700 ຊີຊີ ທີ 1 ທ້າວ ມອດ ຈາກທີມຫຼວງພະບາງ, ທີ 2 ທ້າວ ຫຸມພັນ ຈັນດາພອນ ທີມໄຮເທັກ, ທີ 3 ທ້າວ ຕຸກລິກ ທີມທີທີ ໂອໂຕ ຫຼວງພະບາງ, ທີ 4 ທ້າວ ມີໂນ້ ທີມບີບີ ໂອໂຕ ຊາວ ແລະ ທີ 5 ທ້າວ ແລັມ ທີມຫຼວງພະບາງ. ນອກຈາກນັ້ນ, ຫຍັງມີການແຂ່ງຂັນເຈັດສະກີ ຮຸ່ນສະໝັກຫຼິ້ນອີກ 2 ລາຍການອີກດ້ວຍ.

ສຳລັບລາງວັນ 3 ຮຸ່ນ ກໍຄື ຮຸ່ນ 1.800 cc open & newgent ອັນດັບທີ 1 ໄດ້ຮັບຂັນແຊ໋ມ ພ້ອມເງິນສົດ 15.000.000 ກີບ, ອັນດັບທີ 2 ໄດ້ຮັບຂັນ ແລະ ເງິນສົດ 10.000.000 ກີບ ແລະ ທີ ອັນດັບທີ 3 ໄດ້ຮັບຂັນ ແລະ ເງິນສົດ 5.000.000 ກີບ; ຮຸ່ນ 1.100 cc open & newgent ອັນດັບທີ 1 ໄດ້ຮັບຂັນແຊ໋ມ ພ້ອມເງິນສົດ 10.000.000 ກີບ, ອັນດັບທີ 2 ໄດ້ຮັບຂັນ ແລະ ເງິນສົດ 5.000.000 ກີບ ແລະ ທີ ອັນດັບທີ 3 ໄດ້ຮັບຂັນ ແລະ ເງິນສົດ 3.000.000 ກີບ ແລະ ຮຸ່ນ 700 cc open ອັນດັບທີ 1 ໄດ້ຮັບຂັນແຊ໋ມ ພ້ອມເງິນສົດ 5.000.000 ກີບ, ອັນດັບທີ 2 ໄດ້ຮັບຂັນ ແລະ ເງິນສົດ 3.000.000 ກີບ ແລະ ທີ ອັນດັບທີ 3 ໄດ້ຮັບຂັນ ແລະ ເງິນສົດ 2.000.000 ກີບ.
ໂດຍ ສົງການ ພັນແພງດີ

ບົດຄວາມຫຼ້າສຸດ

ຮຽນວາງຢາພິດໂດຍຖາມ ChatGPT ສາວອາເມລິກາໃຊ້ເວລາສຶກສາກວ່າ 3 ເດືອນ ເພື່ອວາງຢາຜົວ ສຸດທ້າຍຖືກເຈົ້າໜ້າທີ່ກັກໂຕ

ມີລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາທີ່ລັດໂຄໂລໄລນາ, ສະຫະລັດອາເມລິກາ ເຈົ້າໜ້າທີ່ໄດ້ເຂົ້າກັກໂຕຍິງ ອາຍຸ 43 ປີ ໃນຂໍ້ຫາພະຍາຍາມຈົບຊີວິດຜົວຂອງຕົນເອງ ໂດຍການໃຊ້ສານປົນເປື້ອນໃນອາຫານ ແລະ ເຄື່ອງດື່ມ. ຈາກການສືບສວນຂອງເຈົ້າໜ້າທີ່ໄດ້ຮູ້ວ່າ ໃນລະຫວ່າງ...

ໄລຍະ 3 ເດືອນ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ສາມາດດຶງດູດການລົງທຶນໄດ້ 1 ຕື້ກວ່າໂດລາ

ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ປະທານຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ໄດ້ລົງຊີ້ນຳວຽກງານ ຫ້ອງການ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ. ໃນຕອນເຊົ້າຂອງ ວັນທີ 13...

ເສຍຊີວິດຢ່າງນ້ອຍ 4 ຄົນ ເກີດເຫດກວດຍິງຢູ່ບາແຫ່ງໜຶ່ງ ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ

ເກີດເຫດກວດຍິງຢູ່ບາແຫ່ງໜຶ່ງ ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ ສຳນັກຂ່າວຕ່າງປະເທດລາຍງານໃນຊ່ວງຕອນເຊົ້າຂອງວັນອາທິດ 12 ຕຸລາ 2025 ເກີດເຫດເຫດການກວດຍິງ ພາຍໃນ ບາແຫ່ງໜຶ່ງ ເຊິ່ງເປັນບາທີ່ໄດ້ຮັບຄວາມນິຍົມຢູ່ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ ເຊິ່ງເຫດການດັ່ງກ່າວເຮັດໃຫ້ມີຄົນເສຍຊີວິດຢ່າງນ້ອຍ 4 ຄົນ...

ເລີ່ມ! ວັນທີ 1 ພະຈິກ 2025 ທ່ານ ໂດນັລ ທຣຳ ປະທານນາທິບໍດີ ສະຫະລັດອາເມລິກາ ຈະຮຽກເກັບພາສີນຳເຂົ້າສິນຄ້າຈາກຈີນ ເພີ່ມອີກ 100%

ລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາ ທ່ານ ໂດນັລ ທຣຳ ປະທານນາທິບໍດີ ສະຫະລັດອາເມລິກາ ໄດ້ອອກຄໍາສັ່ງ ຈະຮຽກເກັບພາສີນຳເຂົ້າສິນຄ້າຈາກຈີນ ເພີ່ມອີກ 100% ຈາກທີ່ປັດຈຸບັນສະຫະລັດເກັບພາສີສິນຄ້າຈີນຢູ່ທີ່...