spot_img
Homeຂ່າວພາຍ​ໃນບໍລິສັດ ລ້ານຊ້າງ ມິເນໂຣນສ໌ ລິມິເຕັດ ຝຶກອົບຮົມ ຊ່າງສີມືແຮງງານລາວ

ບໍລິສັດ ລ້ານຊ້າງ ມິເນໂຣນສ໌ ລິມິເຕັດ ຝຶກອົບຮົມ ຊ່າງສີມືແຮງງານລາວ

Published on

ໃນວັນທີ 18 ສິງຫາ 2022, ບໍລິສັດ ລ້ານຊ້າງ ມິເນໂຣນສ໌ ລິມິເຕັດ (ລຊມລ) ແລະ ວິທະຍາໄລເຕັກນິກລາວ-ເຢຍລະມັນ ໄດ້ເຊັນບົດບັນທຶກຄວາມເຂົ້າໃຈ ໂຄງການຝຶກອົບຮົມນັກສຶກສາຊ່າງສີມື ເພື່ອສະໜອງທຶນການສຶກສາດ້ານເຕັກນິກໃຫ້ແກ່ຊຸມຊົນທ້ອງຖິ່ນອ້ອມຂ້າງບໍ່ຄໍາ-ທອງເຊໂປນ ໃນເມືອງວິລະບູລີ.

ນັກສຶກສາຊ່າງສີມື ທີ່ໄດ້ຮັບການຄັດເລືອກສໍາລັບໂຄງການ ຈະໄດ້ຮັບການຝຶກອົບຮົມວິຊາຊີບ ໃນຂະແໜງ ການ ເຕັກໂນໂລຊີລົດຍົນ, ໄຟຟ້າເອເລັກໂຕຣນິກ, ຈັກກົນໂຮງງານ, ກົນຈັກໜັກ ແລະ ໂລຫະກຳວິທະຍາ.

ໂຄງການນີ້ຈະຈັດຕັ້ງປະຕິບັດນັບຕັ້ງແຕ່ປີ 2022 ແລະ ສິ້ນສຸດໃນປີ 2026. ລະຫວ່າງປີ 2015 ແລະ 2018, ນັກສຶກສາຊ່າງສີມີ ຈໍານວນ 18 ຄົນ ໄດ້ສໍາເລັດຫຼັກສູດ 5 ປີ ໃບປະກາສະນີຍະບັດຂັ້ນ III ຂອງປະເທດອົດສະຕຣາລີ ແລະ ເຕັກນິກວິຊາຊີບຊັ້ນສູງຂອງລາວ, ຜູ້ສໍາເລັດຫຼັກສູດໄດ້ຮັບທັກສະທີ່ມີຄຸນຄ່າ ເພື່ອປະກອບສ່ວນໃນການພັດທະນາ ສປປ ລາວ,
ທ່ານ ສະໝານ ອະເນກາ, ຜູ້ອໍານວຍການໃຫຍ່ ບໍລິສັດ ລຊມລ ລົງນາມໃນບົດບັນທຶກຄວາມເຂົ້າໃຈຮ່ວມກັບ ທ່ານ ຄໍາສະໄຫວ ຍ່ອມມີລາວົງ ຜູ້ອໍານວຍການວິທະຍາໄລເຕັກນິກລາວ-ເຢຍລະມັນ ໂດຍການໃຫ້ກຽດເປັນສັກຂີພິຍານໂດຍທ່ານ ໜູພັນ ອຸດສາ ຫົວໜ້າກົມອາຊີວະສຶກສາ, ກະຊວງສຶກສາທິການ ແລະ ກິລາ.

ທ່ານ ສະໝານ ອະເນກາ ກ່າວວ່າ: “ຂ້າພະເຈົ້າມີຄວາມພາກພູມໃຈໃນການປະກອບສ່ວນຂອງ ລຊມລ ເພື່ອຝຶກອົບຮົມ ແລະ ພັດທະນາ ເພື່ອສ້າງຊີວິດການເປັນຢູ່ທີ່ດີຂຶ້ນຂອງຄົນຮຸ່ນໃໝ່”. ທ່ານ ກ່າວຕື່ມອີກວ່າ “ທັກສະ ແລະ ປະສົບການທີ່ນັກສຶກສາໄດ້ຮັບ ຈະປະກອບສ່ວນໃນການດໍາເນີນງານຂອງບໍ່ຄໍາ-ທອງເຊໂປນ ແລະ ປະກອບສ່ວນໃສ່ການພັດທະນາ ສປປ ລາວ”.
ນັບຕັ້ງແຕ່ເລີ່ມດໍາເນີນງານໃນປີ 2003, ລຊມລ ໄດ້ລົງທຶນຫຼາຍລ້ານໂດລາສະຫະລັດ ໃສ່ການຝຶກອົບຮົມ, ໃຫ້ທຶນການສຶກສາ, ຊ່າງສີມື, ນັກຮຽນ ແລະ ນັກສຶກສາຝຶກງານ. ນັກສຶກສາຫຼາຍກວ່າ 105 ຄົນ ສໍາເລັດການສຶກສາຈາກໂຄງການນັກສຶກສາຊ່າງສີມື ແລະ 36 ຄົນ ສໍາເລັດການສຶກສາລະດັບອາຊີບຈາກຕ່າງປະເທດດ້ວຍທຶນການສຶກສາຂັ້ນສູງ.

ມາຮອດເດືອນມິຖຸນາ 2022, ລຊມລ ໄດ້ສະໜອງການຝຶກອົບຮົມໃຫ້ແກ່ພະນັກງານລາວກວ່າ 23,000 ຊົ່ວໂມງ ດ້ວຍການຝຶກອົບຮົມພາຍໃນ, ພາຍນອກ, ໃນໜ້າວຽກ ແລະ ຕ່າງປະເທດ, ໃນທ້າຍເຄິ່ງປີ 2022, ລຊມລ ຈະຟື້ນຟູຫຼັກສູດທີ່ເປັນທີ່ນິຍົມ ກໍ່ຄືໂຄງການພັດທະນາຫົວໜ້າຄຸມງານ ແລະ ການເປັນຜູ້ນໍາ ເພື່ອສະໜັບສະໜູນນັກວິຊາການຂຸດຄົ້ນແຮ່ມືອາຊີບຮຸ່ນໃໝ່ຂອງ ສປປ ລາວ.

ບໍລິສັດ ລຊມລ ເປັນບໍລິສັດດໍາເນີນການຂຸດຄົ້ນແຮ່ ໜຶ່ງດຽວໃນ ສປປ ລາວ ທີ່ໄດ້ຮັບການຈັດອັນດັບ ປະເພດ A+ ຢ່າງຕໍ່ເນື່ອງ ຊຶ່ງອອກໃຫ້ໂດຍກະຊວງພະລັງງານ ແລະ ບໍ່ແຮ່ ສຳລັບຄວາມມຸ່ງໝັ້ນໃນການປະກອບສ່ວນຕໍ່ການພັດທະນາເສດຖະກິດ ແລະ ສັງຄົມ, ສຸຂະພາບ ແລະ ຄວາມປອດໄພ, ປົກປັກຮັກສາສິ່ງແວດລ້ອມ ແລະ ຮັກສາມາດຕະຖານການດຳເນີນງານໃນລະດັບສາກົນ.

ນັບຕັ້ງແຕ່ເລີ່ມການຜະລິດໃນປີ 2003, ບໍ່ຄຳ-ທອງເຊໂປນ ປະກອບສ່ວນເປັນລາຍຮັບໂດຍກົງໃຫ້ແກ່ລັດຖະບານລາວກວ່າ US$1.6 ຕື້ ຈາກການຈ່າຍອາກອນຕ່າງໆ, ພາສີຊັບພະຍາກອນທຳມະຊາດ ແລະ ເງິນປັນຜົນ, ນອກຈາກນັ້ນຍັງປະກອບສ່ວນຫຼາຍຮ້ອຍລ້ານໂດລາສະຫະລັດ ຈາກການສ້າງວຽກເຮັດງານທຳ, ການຝຶກອົບຮົມ, ການພັດທະນາຊຸມຊົນ ແລະ ທຸລະກິດທ້ອງຖິ່ນ. ບໍ່ຄຳ-ທອງເຊໂປນ ສ້າງວຽກເຮັດງານທຳໃຫ້ແກ່ຄົນທ້ອງຖິ່ນຫຼາຍກວ່າ 5000 ຄົນ.

ບົດຄວາມຫຼ້າສຸດ

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...