spot_img
Homeຂ່າວພາຍ​ໃນຄະນະນຳຂັ້ນສູງ ປກສ ຫວຽດນາມ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ

ຄະນະນຳຂັ້ນສູງ ປກສ ຫວຽດນາມ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ

Published on

ວັນທີ 24 ສິງຫາ 2022 ຄະນະນໍາກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ, ນໍາໂດຍ ສະຫາຍ ພົອ. ສຈ. ປອ ໂຕ ເລິມ ກໍາມະການກົມການເມືອງສູນກາງພັກກອມມູນິດຫວຽດນາມ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ພ້ອມດ້ວຍຄະນະ, ໄດ້ເດີນທາງມາເຄື່ອນໄຫວຢ້ຽມຢາມສັນທະວະໄມຕີ ແລະ ພົບປະກັບ ກະຊວງປ້ອງກັນຄວາມສະຫງົບ ສປປ ລາວ ໃນລະຫວ່າງວັນທີ 24-27 ສິງຫາ 2022, ທີ່ ສະໂມສອນໃຫຍ່ ກະຊວງປ້ອງກັນຄວາມສະຫງົບ ໂດຍເປັນກຽດຕ້ອນຮັບຂອງສະຫາຍ ພົອ ວິໄລ ຫຼ້າຄໍາຟອງ ກໍາມະການກົມການເມືອງສູນກາງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ສປປ ລາວ ພ້ອມດ້ວຍຄະນະນໍາຂັ້ນສູງ ກະຊວງປ້ອງກັນຄວາມສະຫງົບລາວ.

ຄະນະນຳກະຊວງປ້ອງກັນຄວາມສະຫງົບ ຫວຽດນາມເດີນທາງຢ້ຽໃຢາມ ທີ່ ສະໂມສອນໃຫຍ່ ກະຊວງປ້ອງກັນຄວາມສະຫງົບ ໂດຍເປັນກຽດຕ້ອນຮັບຂອງສະຫາຍ ພົອ ວິໄລ ຫຼ້າຄໍາຟອງ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ສປປ ລາວ.

 

 

ຈາກນັ້ນ, ທັງສອງຝ່າຍ ກໍ່ໄດ້ເຂົ້າຮ່ວມກອງປະຊຸມ ລະຫວ່າງ ປກສ ລາວ ແລະ ປກສ ຫວຽດນາມ. ໃນກອງປະຊຸມ ສະຫາຍ ພົອ ວິໄລ ຫຼ້າຄໍາຟອງ ໄດ້ຕາງໜ້າໃຫ້ຄະນະພັກ-ຄະນະບັນຊາ ພ້ອມດ້ວຍນາຍ ແລະ ພົນຕໍາຫຼວດ ກ່າວສະແດງຄວາມຕ້ອນຮັບ ຖືເປັນຄວາມພາກພູມໃຈ ແລ ເປັນກຽດຢ່າງສູງ ທີ່ໄດ້ຕ້ອນຮັບຄະນະຜູ້ແທນຂັ້ນສູງ ກະຊວງປ້ອງກັນຄວາມສະຫງົບຫວຽດນາມ ນໍາໂດຍ ສະຫາຍ ພົອ. ສຈ. ປອ ໂຕ ເລິມ, ໃນໂອກາດເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ແລະ ເຂົ້າຮ່ວມກິດຈະກໍາສະເຫຼີມສະຫຼອງປີສາມັກຕີມິດຕະພາບ ລາວ-ຫວຽດນາມ ປີ 2022 ຂອງສອງກະຊວງ, ພ້ອມທັງຈະໄດ້ເຂົ້າຮ່ວມພິທີວາງສີລາລຶກ ໂຄງການກໍ່ສ້າງວິທະຍາຄານການເມືອງ ປ້ອງກັນຄວາມສະຫງົບປະຊາຊົນລາວ.

ສຸມໃສ່ຈັດຕັ້ງຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ ຄັ້ງທີ 11 ຂອງພັກປະຊາຊົນ ປະຕິວັດລາວ ແລະ ມະຕິກອງປະຊຸມໃຫຍ່ ຄັ້ງທີ 13 ຂອງພັກກອມມູນິດຫວຽດນາມ, ພິເສດໃນປີ 2022 ນີ້ ແມ່ນວັນສ້າງຕັ້ງສາຍພົວພັນການທູດ ລາວ-ຫວຽດນາມ ຄົບຮອບ 60 ປີ ແລະ ວັນເຊັນສົນທິສັນຍາມິດຕະພາບການຮ່ວມມືຮອບດ້ານ ຄົບຮອບ 45 ປີ, ທັງສອງກະຊວງ ລາວ-ຫວຽດນາມ ກໍ່ໄດ້ຮ່ວມກັນສ້າງກິດຈະກໍາຕ່າງໆ.

ໃນໄລຍະຜ່ານມາ ການພົວພັນຮ່ວມມື ລະຫວ່າງ ສອງປະເທດໄດ້ກ້າວເຂົ້າສູ່ລວງເລິກ, ການນໍາ ພັກ-ລັດ ຂອງສອງປະເທດ ໄດ້ມີການແລກປ່ຽນຢ້ຽມຢາມ, ພົວພັນເຮັດວຽກຮ່ວມກັນ, ມີການແລກປ່ຽນຄະນະຜູ້ແທນໃນຂັ້ນຕ່າງໆ ນັບທັງຂັ້ນສູນກາງ ແລະ ໃນຂັ້ນທ້ອງຖິ່ນ, ພ້ອມທັງໄດ້ຕົກລົງຫຼາຍບັນຫາທີ່ສໍາຄັນ ເຊີ່ງໄດ້ກໍານົດໃນບົດບັນທຶກກອງປະຊຸມ ຄັ້ງທີ 44 ຂອງຄະນະກໍາມະການຮ່ວມມື ລາວ-ຫວຽດນາມ ແລະ ໄດ້ເປັນບ່ອນອີງສໍາຄັນ ໃຫ້ແກ່ສອງກະຊວງປ້ອງກັນຄວາມສະ ຫງົບ ລາວ-ຫວຽດນາມ ໃນການສ້າງແຜນຈັດຕັ້ງຜັນຂະຫຍາຍ ໃຫ້ມີໝາກຜົນຕົວຈິງ.

ພາຍຫຼັງສໍາເລັດກອງປະຊຸມພົບປະສອງຝ່າຍ ຂອງຄະນະຜູ້ແທນຂັ້ນສູງ ກະຊວງປ້ອງກັນຄວາມສະຫງົບ ລາວ-ຫວຽດນາມ, ກໍ່ໄດ້ເຂົ້າຢ້ຽມຂໍ່ານັບ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ, ສະຫາຍ ພົອ. ສຈ. ປອ ໂຕ ເລິມ ໄດ້ຕາງໜ້າໃຫ້ຄະນະຜູ້ແທນ, ນໍາເອົາຄວາມຢື້ຢາມຖາມຂ່າວ, ພ້ອມທັງໄດ້ລາຍງານຈຸດປະສົງ ໃນການເດີນທາງເຄື່ອນໄຫວຢ້ຽມ ຢາມສັນທະວະໄມຕີ ສປປ ລາວ ຄັ້ງນີ້, ໃຫ້ປະທານປະເທດ ແຫ່ງ ສປປ ລາວ ໄດ້ຮັບຊາບ.

ຄະນະຜູ້ແທນຂັ້ນສູງ ກະຊວງປ້ອງກັນຄວາມສະຫງົບ ລາວ-ຫວຽດນາມເຂົ້າຢ້ຽມຂໍ່ານັບ ສະຫາຍ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ

ຈາກນັ້ນ, ສະຫາຍ ທອງລຸນ ສີສຸລິດ ໄດ້ສະແດງຄວາມຕ້ອນຮັບ ແລະ ຊົມເຊີຍຕໍ່ຄະນະນໍາກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ໃນການມາຢ້ຽມຢຽມ ແລະ ເຮັດວຽກຢູ່ ສປປ ລາວ, ເວົ້າສະເພາະ ກໍ່ແມ່ນການເຮັດວຽກຮ່ວມກັບ ກະຊວງປ້ອງກັນຄວາມສະຫງົບລາວ ພ້ອມນັ້ນສະຫາຍປະທານປະເທດ ກໍ່ໄດ້ເນັ້ນໜັກໃຫ້ສອງກຳລັງ ສືບຕໍ່ເສີມຂະຫຍາຍສາຍພົວພັນທີ່ເປັນມູນເຊື້ອລະຫວ່າງ ລາວ-ຫວຽດນາມ, ສືບຕໍ່ຮັດແໜ້ນສາຍພົວພັນແບບພິເສດ-ການຮ່ວມມືຮອບດ້ານ ໃຫ້ເລິກເຊິ່ງ, ກວ້າງຂວາງ, ສຸມໃສ່ພັດທະນາສອງກຳລັງປ້ອງກັນຄວາມສະຫງົບ ລາວ-ຫວຽດນາມ ໃຫ້ເຕີບໃຫຍ່ເຂັ້ມແຂງ, ຮັບປະກັນໃຫ້ສອງປະເທດ ລາວ-ຫວຽດນາມ ມີຄວາມສະຫງົບປອດໄພ, ປະຊາຊົນສອງຊາດ ໄປມາຫາສູ່ກັນຢ່າງສະດວກສະບາຍ ສ້າງຄວາມເຂັ້ມແຂງ ໃນການປົກປັກຮັກສາ ແລະ ພັດທະນາປະເທດຊາດ ໃຫ້ຈະເລີນຮຸ່ງເຮືອງ. ພ້ອມທັງອວຍພອນໃຫ້ ສະຫາຍ ພົອ. ສຈ. ປອ ໂຕ ເລິມ ກໍາມະການກົມການເມືອງສູນກາງພັກກອມມູນິດຫວຽດນາມ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ພ້ອມດ້ວຍຄະນະ, ຈົ່ງມີສຸຂະພາບທີ່ເຂັ້ມແຂງ, ປະສົບຜົນສໍາເລັດໃນໜ້າທີ່ວຽກງານ ແລະ ເດີນທາງກັບປະ ເທດດ້ວຍຄວາມສະຫວັດດີພາບ.

ຫຼັງຈາກນັ້ນ, ສະຫາຍ ພົອ. ສຈ. ປອ ໂຕ ເລິມ ໄດ້ເຂົ້າຢ້ຽມຂໍ່ານັບ ສະຫາຍ ພັນຄໍາ ວິພາວັນ ກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ລາຍງານກ່ຽວກັບການພົບປະແລກປ່ຽນວຽກງານ ຂອງສອງກະຊວງປ້ອງກັນຄວາມສະຫງົບ ລາວ-ຫວຽດນາມ.

ສະຫາຍ ພົອ. ສຈ. ປອ ໂຕ ເລິມ ໄດ້ກ່າວວ່າ: ຕະຫຼອດໄລຍະທີ່ຜ່ານມາ ກໍຄືປະຈຸບັນ ສອງກະຊວງໄດ້ເພີ່ມທະວີປະສານສົມທົບ ໃນການຮ່ວມມືຮ່ວມມືຫຼາຍດ້ານເຊັ່ນ:

  1. ຮ່ວມກັນຕ້ານອາຊະຍາກໍາດ້ານຕ່າງໆ, ຊ່ວຍເຫຼືອກໍ່ສ້າງນາຍ ແລະ ພົນຕໍາຫຼວດ,
  2. ປຶກສາຫາລືເນື້ອໃນສົນທິສັນຍາ ວ່າດ້ວຍການປົກປ້ອງ ແລະ ຮັກສາຂໍ້ມູນ,
  3. ຊູກຍູ້, ປະສານງານກັບພາກສ່ວນທີ່ກ່ຽວຂ້ອງ ເພື່ອໃຫ້ໄດ້ລົງນາມສົນທິສັນຍາ ວ່າດ້ວຍການໂອນຜູ້ຮ້າຍຂ້າມແດນ ລະຫວ່າງ ສປປ ລາວ ແລະ ສສ ຫວຽດນາມ,
  4. ສືບຕໍ່ປະຕິບັດໂຄງການກໍ່ສ້າງຫ້ອງການປະສານງານ ປກສ ບ້ານ, ໂຄງການກໍ່ສ້າງວິທະຍາຄານການເມືອງ ປ້ອງກັນຄວາມສະຫງົບປະຊາຊົນ ແລະ ໂຄງການກໍ່ສ້າງສູນຂໍ້ມູນພົນລະເມືອງ ຕິດພັນກັບການປະສານສົມທົບ ກ່ຽວກັບແຜນການເຄື່ອນ ໄຫວກິດຈະກໍາປີສາມັກຕີມິດຕະພາບ ລາວ-ຫວຽດນາມ.
  5. ການສະເໜີຍ້ອງຍໍກົມກອງ ລວມໝູ່ ແລະ ບຸກຄົນ ທີ່ມີຜົນງານຊຸກຍູ້ໂຄງການກໍ່ສ້າງ ຫ້ອງການປະສານງານຕ້ານອາດຊະຍາກໍາຂ້າມຊາຍແດນ ແລະ ການຮ່ວມມືສະກັດກັ້ນ ອາດຊະຍາກໍາຢາເສບຕິດ.

ໂອກາດດັ່ງກ່າວ ທ່ານ ພັນຄໍາ ວິພາວັນ ກໍ່ໄດ້ສະແດງຄວາມຊົມເຊີຍ ແລະ ຕ້ອນຮັບຢ່າງອົບອຸ່ນຕໍ່ຄະນະຜູ້ແທນຂັ້ນສູງ ກະຊວງປ້ອງກັນຄວາມສະຫງົບຫວຽດນາມ, ທີ່ໄດ້ເຄື່ອນໄຫວພົບປະສອງຝ່າຍ, ເຊີ່ງຢູ່ໃນບັນຍາກາດທີ່ທົ່ວພັກ, ລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ພວມສະເຫຼີມສະຫຼອງປີສາມັກຄີມິດຕະພາບ ລາວ-ຫວຽດນາມ 2022 ຢ່າງເປັນຂະບວນການຟົດຟື້ນ ແລະ ມີຄວາມໝາຍ-ຄວາມສໍາຄັນ, ມັນໄດ້ເປັນການປະກອບສ່ວນຢ່າງຕັ້ງໜ້າ ຂອງຄະນະຜູ້ແທນຂັ້ນສູງທັງສອງກະຊວງ ໃນການຮັກສາສະຖຽນລະພາບທາງດ້ານການເມືອງ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ ໃຫ້ແກ່ສອງປະເທດ ແລະ ສ້າງເງື່ອນໄຂອໍານວຍຄວາມສະດວກໃຫ້ແກ່ປະຊາຊົນສອງຊາດ ລາວ-ຫວຽດນາມ, ມີໂອກາດໃນການສ້າງສາ ແລະ ພັດທະນາປະເທດຊາດ ກໍຄື ກໍາລັງປ້ອງກັນຄວາມສະຫງົບ ລາວ-ຫວຽດນາມ ໃຫ້ນັບມື້ໄດ້ຮັບການປັບປຸງຢ່າງໜັກແໜ້ນ ແລະ ມີແບບແຜນທັນສະໄໝຂື້ນເທື່ອລະກ້າວ.

ແຫຼ່ງຂ່າວຈາກ ວາລະສານປ້ອງກັນຄວາມສະຫງົບ

ບົດຄວາມຫຼ້າສຸດ

ງົດງາມທີ່ສຸດຈາກທົ່ວໂລກ ຕາດກວາງຊີ ແຂວງຫຼວງພະບາງ ຖືຈັດຢູ່ໃນ 21 ນໍ້າຕົກທີ່ສວຍງາມຈາກທົ່ວໂລກ ປີ 2025

ວາລະສານ ການທ່ອງທ່ຽວຊື່ດັງຂອງໂລກ Travel + Leisure ໄດ້ຈັດອັນດັບ Top 21 Most Beautiful Waterfalls in the World...

ໄທເລີ່ມປະຕິບັດແລ້ວ ທະນາຄານເລີ່ມປາບປາມຂະບວນການບັນຊີມ້າ ຖ້າກວດພົບຄວາມສົງໄສ ຈະອາຍັດບັນຊີທັນທີ

ບັນຊີມ້າແມ່ນບັນຊີທະນາຄານທີ່ຖືກນໍາໃຊ້ໂດຍອາດຊະຍາກອນ ເພື່ອເກັບເງິນ ຫຼື ຟອກເງິນທີ່ໄດ້ມາແບບຜິດກົດໝາຍ ແມ່ນບັນຊີທີ່ຖືກຈ້າງໃຫ້ເປີດ ຫຼື ຖືກລັກຂໍ້ມູນໄປໃຊ້ ເພື່ອເປັນທາງຜ່ານຂອງເງິນທີ່ໄດ້ມາຈາກການກະທຳຜິດກົດໝາຍ ລວມທັງການພະນັນ. ໃນຊ່ວງໜຶ່ງອາທິດທີ່ຜ່ານມາ ທາງທະນາຄານເເຫ່ງປະເທດໄທ ເລີ່ມກວດສອບ ແລະ ລົງມືປະຕິບັດຢ່າງເຂັ້ມງວດ ໃນການອາຍັດບັນຊີມ້າ...

ຄວາມຫວັງໃໝ່ຂອງເນປານ ແຕ່ງຕັ້ງລັດຖະມົນຕີຄົນໃໝ່ ໂດຍຈະປະຕິບັດໜ້າຮັກສາການ 6 ເດືອນ

ພາຍຫຼັງຄວາມວຸ່ນວາຍຂອງເຫດການປະທ້ວງໃນປະເທດເນປານ ເຮັດໃຫ້ອະດີດນາຍຍົກລັດຖະມົນຕີໄດ້ລາອອກ ພ້ອມທັງເດີນທາງອອກນອກປະເທດ ນຳພາໃຫ້ເນປານບໍ່ມີຄົນດຳລົງຕໍາເເໜ່ງນາຍົກລັດຖະມົນຕີໃນໄລຍະໜຶ່ງ. ເຊິ່ງໃນວັນທີ 12 ກັນຍາ 2025 ທີ່ຜ່ານມາ, ໄດ້ມີການປະກາດແຕ່ງຕັ້ງ ທ່ານ ນາງ  ສຸຊີລາ ກາກີ ຂຶ້ນຮັບຕໍາແໜ່ງຮັກສາການນາຍົກລັດຖະມົນຕີ...

ສະຫຼົດ! ຊາຍອາຍຸ 26 ປີ (ເສຍຊີວິດ) ຍ້ອນຂັບລົດຕຳງົວ ທີ່ບ້ານວຽງແກ້ວ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ

ບັນຫາການປ່ອຍສັດຊະຊາຍ ສ່ຽງເຮັດໃຫ້ຄົນອື່ນເກີດອຸບັດຕິເຫດ ເຖິງຂັ້ນເສຍຊີວິດໄດ້. ບັນຫາການປ່ອຍສັດລ້ຽງ (ງົວ, ຄວາຍ, ແບ້, ມ້າ...) ຍັງຄົງຖືກພົບເຫັນເລື້ອຍໆຢູ່ຫຼາຍໆຂົງເຂດ ຕັ້ງແຕ່ເຂດຊານເມືອງຈົນໄປເຖິງໃນເມືອງ. ຈົນກາຍເປັນຄວາມເຄີຍຊິນໄປແລ້ວສຳລັບຜູ້ສັນຈອນໄປມາທີ່ຕ້ອງລະວັງເອງ ແຕ່ບາງຄັ້ງກໍມີອຸບປະຕິເຫດຕາມມາ ເຊັ່ນ: ລົດໃຫຍ່ຕຳງົວ, ລົດຈັກຕຳງົວ,...