spot_img
Homeຂ່າວພາຍ​ໃນຍົກສູງການຮ່ວມມືຕ້ານ-ສະກັດກັ້ນອາຊະຍາກໍາຂ້າມຊາດ ຕາມເຂດຊາຍແດນ ລາວ-ຫວຽດນາມ

ຍົກສູງການຮ່ວມມືຕ້ານ-ສະກັດກັ້ນອາຊະຍາກໍາຂ້າມຊາດ ຕາມເຂດຊາຍແດນ ລາວ-ຫວຽດນາມ

Published on

ໃນວັນທີ 23 ສິງຫາ 2022 ກອງປະຊຸມ ອົງການໄອຍະການປະຊາຊົນບັນດາແຂວງ ທີ່ມີຊາຍແດນຕິດຈອດກັນ ລາວ-ຫວຽດນາມ ຄັ້ງທີ VII ທີ່ ນະຄອນຫລວງຮ່າໂນ້ຍ ສສ ຫວຽດນາມ ພາຍໃຕ້ຫົວຂໍ້ “ຍົກສູງການຮ່ວມມືຕ້ານ ແລະ ສະກັດກັ້ນອາຊະຍາກໍາຂ້າມຊາດຕາມເຂດຊາຍແດນ ລາວ-ຫວຽດນາມ ຢ່າງມີປະສິດທິຜົນ” ໂດຍການເປັນປະທານຮ່ວມຂອງ ສະຫາຍ ເລມິງ ຈີ ກໍາມະການສູນກາງພັກຄອມມູນິດຫວຽດນາມ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ສສ ຫວຽດນາມ ແລະ ສະຫາຍ ໄຊຊະນະ ໂຄດພູທອນ ກໍາມະການສູນກາງພັກ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ແຫ່ງ ສປປ ລາວ ແລະ ພາກສ່ວນກ່ຽວຂ້ອງສອງຝ່າຍ ເຂົ້າຮ່ວມ.

อาจเป็นรูปภาพของ 18 คน, ผู้คนกำลังยืน และ สถานที่ในร่ม

ກອງປະຊຸມ ໄດ້ສະຫລຸບຕີລາຄາການຈັດຕັ້ງປະຕິບັດ ເນື້ອໃນຈິດໃຈຂອງກອງປະ ຊຸມອົງການໄອຍະການປະຊາຊົນ ທີ່ມີຊາຍແດນຕິດຈອດກັນຄັ້ງທີ VI ທີ່ໄດ້ຈັດຂຶ້ນ ໃນວັນທີ 14 ສິງຫາ 2019 ຜ່ານມາ, ທີ່ນະຄອນປາກເຊ, ແຂວງຈຳປາສັກ ໂດຍຊີ້ໃຫ້ເຫັນຜົນສຳເລັດ, ຄວາມຫຍຸ້ງຍາກ, ສາເຫດ ແລະ ບົດຮຽນທີ່ຖອດຖອນໄດ້ ໃນການເພີ່ມທະວີການຮ່ວມມືໃນການປະຕິບັດ ບັນດາການຮ້ອງຂໍການຊ່ວຍເຫລືອເຊິ່ງກັນ ແລະ ກັນ ເພື່ອຕ້ານອາຊະຍາກຳຂ້າມຊາດຢ່າງ.

ເນື້ອໃນຂອງກອງປະຊຸມມີຄື:

  1. ຈະເພີ່ມທະວີປະສານສົມທົບກັນ ເພື່ອພ້ອມກັນຈັດຕັ້ງປະຕິບັດບົດບັນທຶກການຮ່ວມມືສະບັບໃໝ່ ທີ່ອົງການໄອຍະການປະຊາຊົນສອງປະເທດລາວ-ຫວຽດນາມ ທີ່ຈະໄດ້ລົງນາມຮ່ວມກັນ,
  2. ສືບຕໍ່ແລກປ່ຽນຄະນະຜູ້ແທນແຕ່ລະຂັ້ນເປັນປົກກະຕິ ເພື່ອແລກປ່ຽນບັນດາຂໍ້ມູນຂ່າວສານກ່ຽວກັບສະພາບການອາຊະຍາກຳ,
  3. ແກ້ໄຂບັນດາຂໍ້ຫຍຸ້ງຍາກ, ຂໍ້ຄົງຄ້າງໃຫ້ທັນການ,
  4. ສືບຕໍ່ຍົກສູງການຕ້ານ ແລະ ສະກັດກັ້ນອາຊະຍາກຳຂ້າມຊາດໃນຂົງເຂດຊາຍແດນໃຫ້ມີປະສິດທິຜົນ,
  5. ປະກອບສ່ວນຢ່າງຕັ້ງໜ້າ ໃນການປັບປຸງ, ເພີ່ມທະວີສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ຮ່ວມມມືຮອບດ້ານ ລະຫວ່າງ ສອງປະເທດ ລາວ-ຫວຽດນາມ,
  6. ເພີ່ມທະວີການຮ່ວມມືໃນການບຳລຸງສ້າງວຽກງານໄອຍະການໃຫ້ຖັນແຖວພະນັກງານ, ພະນັກງານໄອຍະການຢູ່ທ້ອງຖິ່ນ ໂດຍສະເພາະໃນຂົງເຂດຮ່ວມມືລະຫວ່າງປະເທດທາງອາຍາ;
  7. ຍົກສູງລະດັບພາສາຫວຽດນາມ ແລະ ພາສາລາວ ໃຫ້ແກ່ພະນັກງານໄອຍະການໃນຂົງເຂດຊາຍແດນຂອງສອງປະເທດ, ປະສານສົມທົບຈັດກອງປະຊຸມທາງໄກ ແມ່ນເປັນວິທີການຮ່ວມມືອັນໃໝ່, ມີປະສິດທິຜົນ, ແທດເໝາະກັບຕົວຈິງ, ແທດເໝາະກັບແນວໂນ້ມການພັດທະນາ ແລະ ສະພາບແວດລ້ອມປັດຈຸບັນ,
  8. ປະກອບພື້ນຖານວັດຖຸອຸປະກອນທາງດ້ານເຕັກນິກ ທີ່ຈຳເປັນໃຫ້ແກ່ອົງການໄອຍະການປະຊາຊົນບັນດາແຂວງ, ອົງການໄອຍະການປະຊາຊົນບັນດາເມືອງ ທີ່ມີຊາຍແດນຕິດຈອດກັນ, ອົງການໄອຍະການທະຫານສອງປະເທດ,
  9. ຊຸກຍູ້ທ່າແຮງການຮ່ວມມື,
  10. ຍົກສູງຄວາມອາດສາມາດໃນການຕ້ານ ແລະ ສະກັ້ນອາຊະຍາກຳຂ້າມຊາດ, ບັນດາອົງການໄອຍະການປະຊາຊົນຂັ້ນທ້ອງຖິ່ນ ທີ່ມີຊາຍແດນຕິດຈອດກັນ ຈຳເປັນຕ້ອງເຮັດວຽກງານໂຄສະນາ, ເຜີຍແຜ່ກົດ ໝາຍໃຫ້ໄດ້ດີ.

อาจเป็นรูปภาพของ 13 คน และ ผู้คนกำลังยืน

ພ້ອມທັງ, ຍົກສູງຄວາມຮັບຮູ້ ແລະ ຜັນຂະຫຍາຍບົດບາດຂອງປະຊາຊົນ ໃນການຊອກໃຫ້ເຫັນ, ຕ້ານ ແລະ ສະກັດກັ້ນອາຊະຍາກຳໃນຂົງເຂດຊາຍແດນ, ສືບຕໍ່ກົນໄກການພົບປະເປັນປົກກະຕິ ລະຫວ່າງ ອົງການໄອຍະການປະຊາຊົນບັນດາແຂວງທີ່ມີຊາຍແດນຕິດຈອດກັນ ລາວ-ຫວຽດນາມ; ເປັນເອກະພາບໃນການຈັດກອງປະຊຸມຄັ້ງທີ VIII ທີ່ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນປີ 2025; ມອບໃຫ້ພາກສ່ວນຮ່ວມມືກັບຕ່າງປະເທດສອງຝ່າຍ ເປັນຈຸດປະສານງານເສນາທິການ, ສະເໜີການນໍາອົງການໄອຍະການປະຊາຊົນສູງສຸດ ສອງປະເທດ ກ່ຽວກັບບັນຫາລະອຽດທີ່ພົວພັນເຖິງການຈັດຕັ້ງຜັນຂະຫຍາຍບົດບັນທຶກ ເພື່ອໃຫ້ມີຜົນສຳເລັດ ຢ່າງແທ້ຈິງ.

ແຫຼ່ງຂ່າວ ປະເທດລາວ

ບົດຄວາມຫຼ້າສຸດ

ຮຽນວາງຢາພິດໂດຍຖາມ ChatGPT ສາວອາເມລິກາໃຊ້ເວລາສຶກສາກວ່າ 3 ເດືອນ ເພື່ອວາງຢາຜົວ ສຸດທ້າຍຖືກເຈົ້າໜ້າທີ່ກັກໂຕ

ມີລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາທີ່ລັດໂຄໂລໄລນາ, ສະຫະລັດອາເມລິກາ ເຈົ້າໜ້າທີ່ໄດ້ເຂົ້າກັກໂຕຍິງ ອາຍຸ 43 ປີ ໃນຂໍ້ຫາພະຍາຍາມຈົບຊີວິດຜົວຂອງຕົນເອງ ໂດຍການໃຊ້ສານປົນເປື້ອນໃນອາຫານ ແລະ ເຄື່ອງດື່ມ. ຈາກການສືບສວນຂອງເຈົ້າໜ້າທີ່ໄດ້ຮູ້ວ່າ ໃນລະຫວ່າງ...

ໄລຍະ 3 ເດືອນ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ສາມາດດຶງດູດການລົງທຶນໄດ້ 1 ຕື້ກວ່າໂດລາ

ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ປະທານຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ໄດ້ລົງຊີ້ນຳວຽກງານ ຫ້ອງການ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ. ໃນຕອນເຊົ້າຂອງ ວັນທີ 13...

ເສຍຊີວິດຢ່າງນ້ອຍ 4 ຄົນ ເກີດເຫດກວດຍິງຢູ່ບາແຫ່ງໜຶ່ງ ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ

ເກີດເຫດກວດຍິງຢູ່ບາແຫ່ງໜຶ່ງ ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ ສຳນັກຂ່າວຕ່າງປະເທດລາຍງານໃນຊ່ວງຕອນເຊົ້າຂອງວັນອາທິດ 12 ຕຸລາ 2025 ເກີດເຫດເຫດການກວດຍິງ ພາຍໃນ ບາແຫ່ງໜຶ່ງ ເຊິ່ງເປັນບາທີ່ໄດ້ຮັບຄວາມນິຍົມຢູ່ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ ເຊິ່ງເຫດການດັ່ງກ່າວເຮັດໃຫ້ມີຄົນເສຍຊີວິດຢ່າງນ້ອຍ 4 ຄົນ...

ເລີ່ມ! ວັນທີ 1 ພະຈິກ 2025 ທ່ານ ໂດນັລ ທຣຳ ປະທານນາທິບໍດີ ສະຫະລັດອາເມລິກາ ຈະຮຽກເກັບພາສີນຳເຂົ້າສິນຄ້າຈາກຈີນ ເພີ່ມອີກ 100%

ລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາ ທ່ານ ໂດນັລ ທຣຳ ປະທານນາທິບໍດີ ສະຫະລັດອາເມລິກາ ໄດ້ອອກຄໍາສັ່ງ ຈະຮຽກເກັບພາສີນຳເຂົ້າສິນຄ້າຈາກຈີນ ເພີ່ມອີກ 100% ຈາກທີ່ປັດຈຸບັນສະຫະລັດເກັບພາສີສິນຄ້າຈີນຢູ່ທີ່...