spot_img
Homeຂ່າວການຮ່ວມມືລາວ-ຫວຽດນາມ ເພີ່ມທະວີ ການຮ່ວມມືວຽກງານໄອຍະການປະຊາຊົນ

ລາວ-ຫວຽດນາມ ເພີ່ມທະວີ ການຮ່ວມມືວຽກງານໄອຍະການປະຊາຊົນ

Published on

ໃນວັນທີ 22 ສິງຫາ 2022 ນີ້, ຄະນະຜູ້ແທນຂັ້ນສູງ ອົງການໄອຍະການປະຊາຊົນສູງສຸດ ແຫ່ງ ສປປ ລາວ ນຳໂດຍ ສະຫາຍ ໄຊຊະນະ ໂຄດພູທອນ ກໍາມະການ ສູນກາງພັກ, ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ແຫ່ງ ສປປ ລາວ ໄດ້ຮ່ວມເຮັດວຽກກັບ ສະຫາຍ ເລມິງ ຈີ ກໍາມະການສູນກາງພັກຄອມມູນິດຫວຽດນາມ, ຫົວໜ້າອົງ ການໄອຍະການປະຊາຊົນສູງສຸດ ແຫ່ງ ສສ ຫວຽດນາມ ພ້ອມຄະນະ ເພື່ອເປັນການເພີ່ມທະວີການພົວພັນຮ່ວມມືສອງຝ່າຍ ໃຫ້ນັບມື້ກ້າວສູ່ລວງເລິກ, ມີຜົນສຳເລັດໃຫຍ່ຫລວງກວ່າເກົ່າ.

ສະຫາຍ ໄຊຊະນະ ໂຄດພູທອນ ໄດ້ໃຫ້ຮູ້ວ່າ: ການພົບປະຄັ້ງນີ້, ສອງຝ່າຍ ຕີລາຄາສູງຜົນສໍາເລັດ ຂອງການພົວພັນ-ຮ່ວມມືສອງຝ່າຍ ໃນໄລຍະຜ່ານມາ ນັບແຕ່ປີ 1993 ເປັນຕົ້ນມາ ມີຜົນສໍາເລັດຫລາຍດ້ານ; ໄດ້ລົງນາມບົດບັນທຶກຊ່ວຍຈຳສະບັບທໍາອິດໃນປີ 1997, ຕໍ່ມາໃນ ປີ 2002, 2012 ແລະ ບົດບັນທຶກການພົບປະ, ບົດບັນທຶກກອງປະຊຸມໃນປີ 2010, ປີ 2014 ອັນໄດ້ເຮັດໃຫ້ການຮ່ວມມືຂອງສອງປະເທດພວກເຮົາ ເຂົ້າສູ່ລວງເລິກ ໂດຍສະເພາະການແລກປ່ຽນຄະນະຜູ້ແທນຂັ້ນສູງ, ຂັ້ນວິຊາການ, ການກໍ່ສ້າງພະນັກງານ, ການແລກປ່ຽນຄະນະຜູ້ແທນພະນັກງານອະວຸໂສ-ບໍານານ, ການສ້າງກິດຈະ ກຳຮ່ວມສິລະປະ-ກິລາ ແລະ ກິດຈະກໍາອື່ນຈໍານວນໜຶ່ງ; ໄດ້ຮ່ວມກັນຈັດກອງປະຊຸມອົງການໄອຍະການປະຊາຊົນບັນດາແຂວງ ທີ່ມີຊາຍແດນຕິດຈອດກັນໃນປີ 2009, 2011, 2013, 2015, 2017 ແລະ ໃນປີ 2019 ທີ່ນະຄອນປາກເຊ ແຂວງຈຳປາສັກ ສປປ ລາວ ດ້ວຍຜົນສຳເລັດ; ສອງຝ່າຍ ເອກະພາບກ່ຽວກັບກິດຈະກໍາຮ່ວມກັນ ເພື່ອເປັນການສະເຫລີມສະຫລອງ “ປີສາມັກຄີມິດຕະພາບລາວ-ຫວຽດນາມ, ຫວຽດນາມ-ລາວ ປີ 2022 ແລະ ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຄົບຮອບ 45 ປີ ແລະ ວັນສ້າງຕັ້ງສາຍພົວພັນການທູດ ຄົບຮອບ 60 ປີ”.

ໃນໄລຍະຜ່ານມາ ຄະນະພັກ-ຄະນະນໍາ ອົງການໄອຍະການປະຊາຊົນ ຂອງສອງປະເທດ ລາວ-ຫວຽດນາມ ໄດ້ມີການພົວພັນຮ່ວມມືເຕີບໃຫຍ່ເຂັ້ມແຂງ ແລະ ເຂົ້າສູ່ລວງເລິກຢ່າງບໍ່ຢຸດຢັ້ງ, ປະກອບສ່ວນສໍາຄັນເຂົ້າໃນການພັດທະນາວຽກງານໄອຍະການປະຊາຊົນ ກໍຄື ການພົວພັນ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ, ຫວຽດນາມ-ລາວ ຢ່າງໜັກແໜ້ນ.

ເພື່ອເປັນພື້ນຖານ ໃຫ້ແກ່ການຮ່ວມມືກັນຢ່າງມີປະສິດທິຜົນ, ສອງອົງການໄອຍະການປະຊາຊົນ ລາວ-ຫວຽດນາມ ໄດ້ລົງນາມບົດບັນທຶກຊ່ວຍຈຳສະບັບໃໝ່ ໂດຍສຸມໃສ່ການແລກປ່ຽນຄະນະຜູ້ແທນຂັ້ນສູງ, ຜູ້ແທນຂັ້ນວິຊາການ, ການຖອດຖອນບົດຮຽນ ກ່ຽວກັບການດໍາເນີນຄະດີປົກຄອງ ແລະ ບົດບາດ ຂອງອົງການໄອຍະການປະຊາຊົນ, ການຮ່ວມມືທາງອາຍາ, ການປະຈຳຄ້າຍຄຸມຂັງ ຂອງພະນັກງານໄອຍະການປະຊາຊົນ, ການຂຽນຄຳຖະແຫລງ ແລະ ການເຂົ້າຮ່ວມປະຊຸມສານຂອງ ພະນັກງານໄອຍະການປະຊາຊົນ, ການກໍ່ສ້າງພະນັກງານໄອຍະການປະຊາຊົນ, ການຮ່ວມມື ລະຫວ່າງ ອົງການໄອຍະການປະຊາຊົນທ້ອງຖິ່ນ ທີ່ມີຊາຍແດນຕິດຈອດກັນ ແລະ ວຽກງານອື່ນ ທີ່ສອງຝ່າຍໃຫ້ຄວາມສົນໃຈ ເຊິ່ງຈະປະສ່ວນສຳຄັນເຂົ້າ ໃນການເສີມຂະຫຍາຍສາຍພົວພັນມິດຕະພາບ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາ ຊົນສອງຊາດ ລາວ-ຫວຽດນາມ, ຫວຽດນາມ-ລາວ ໂດຍສະເພາະ ການພົວພັນ-ຮ່ວມມືລະ ຫວ່າງ ອົງການໄອຍະການປະຊາຊົນ ແຫ່ງ ສປປ ລາວ ແລະ ອົງການໄອຍະການປະຊາຊົນ ແຫ່ງ ສສ ຫວຽດນາມ ໃຫ້ນັບມື້ກ້າວສູ່ລວງເລິກ, ມີຜົນສຳເລັດໃຫຍ່ຫລວງກວ່າເກົ່າ ແລະ ໝັ້ນຄົງທະນົງແກ່ນຊົ່ວກາລະນາ, ເພີ່ມທະວີການຮ່ວມມືທາງດ້ານກົດໝາຍ, ຕ້ານອາຊະຍາກໍາຂ້າມຊາດ, ເຮັດໃຫ້ສັງຄົມມີຄວາມສະຫງົບ, ມີຄວາມເປັນລະບຽບຮຽບຮ້ອຍ ຈະເລີນກ້າວໜ້າຢ່າງບໍ່ຢຸດຢັ້ງ ຕາມທິດສັງຄົມນະຍົມ.

ບົດຄວາມຫຼ້າສຸດ

ໄລຍະ 3 ເດືອນ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ສາມາດດຶງດູດການລົງທຶນໄດ້ 1 ຕື້ກວ່າໂດລາ

ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ປະທານຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ໄດ້ລົງຊີ້ນຳວຽກງານ ຫ້ອງການ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ. ໃນຕອນເຊົ້າຂອງ ວັນທີ 13...

ເສຍຊີວິດຢ່າງນ້ອຍ 4 ຄົນ ເກີດເຫດກວດຍິງຢູ່ບາແຫ່ງໜຶ່ງ ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ

ເກີດເຫດກວດຍິງຢູ່ບາແຫ່ງໜຶ່ງ ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ ສຳນັກຂ່າວຕ່າງປະເທດລາຍງານໃນຊ່ວງຕອນເຊົ້າຂອງວັນອາທິດ 12 ຕຸລາ 2025 ເກີດເຫດເຫດການກວດຍິງ ພາຍໃນ ບາແຫ່ງໜຶ່ງ ເຊິ່ງເປັນບາທີ່ໄດ້ຮັບຄວາມນິຍົມຢູ່ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ ເຊິ່ງເຫດການດັ່ງກ່າວເຮັດໃຫ້ມີຄົນເສຍຊີວິດຢ່າງນ້ອຍ 4 ຄົນ...

ເລີ່ມ! ວັນທີ 1 ພະຈິກ 2025 ທ່ານ ໂດນັລ ທຣຳ ປະທານນາທິບໍດີ ສະຫະລັດອາເມລິກາ ຈະຮຽກເກັບພາສີນຳເຂົ້າສິນຄ້າຈາກຈີນ ເພີ່ມອີກ 100%

ລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາ ທ່ານ ໂດນັລ ທຣຳ ປະທານນາທິບໍດີ ສະຫະລັດອາເມລິກາ ໄດ້ອອກຄໍາສັ່ງ ຈະຮຽກເກັບພາສີນຳເຂົ້າສິນຄ້າຈາກຈີນ ເພີ່ມອີກ 100% ຈາກທີ່ປັດຈຸບັນສະຫະລັດເກັບພາສີສິນຄ້າຈີນຢູ່ທີ່...

ອຸທາຫອນ! ແມ່ຕູ້ຊາວຈີນມີຄວາມເຊື່ອແປກ ຕັດສິນໃຈກິນກົບສົດໆລົງທ້ອງ ຫວັງໃຫ້ເຊົາເຈັບຫຼັງ ແຕ່ສຸດທ້າຍອາການໜັກ

ເມື່ອປວດຫຼັງຫຼາຍຄົນອາດຈະເລືອກກິນຢາ ຫຼື ໄປຫາແພດ ແມ່ນບໍ່, ແຕ່ມີລາຍງານຂ່າວຈາກເມືອງຫາງໂຈ ປະເທດຈີນ, ເມືອບໍ່ດົນມານີ້ ວ່າ ມີແມ່ຕູ້ຄົນໜຶ່ງ ມີອາການເຈັບຫຼັງ ແລະເລືອກວິທີຮັກສາຕາມຄວາມເຊື່ອຂອງຕົນ ໂດຍການກືນກິນກົບສົດລົງທ້ອງ ຈົນເຮັດໃຫ້ເຊື້ອພະຍາດເຂົ້າສູ່ຮ່າງກາຍ. ເຊິ່ງກ່ອນເກີດເຫດແມ່ຕູ້ໄດ້ຂໍໃຫ້ພີ່ນ້ອງໄປຈັບກົບຂະໜາດນ້ອຍມາໃຫ້ ໂດຍບໍ່ໄດ້ບອກວ່າຈະເອົາໄປເຮັດຫຍັງ,...