spot_img
Homeຂ່າວພາຍ​ໃນກອງບັນຊາການທະຫານຊາຍແດນ ກວາງຈິ ແລະ ກວາງບີ່ງ ສສ ຫວຽດນາມ ເຂົ້າພົບປະຢ້ຽມຍາມ ທ່ານ ເຈົ້າແຂວງ ສະຫວັນນະເຂດ

ກອງບັນຊາການທະຫານຊາຍແດນ ກວາງຈິ ແລະ ກວາງບີ່ງ ສສ ຫວຽດນາມ ເຂົ້າພົບປະຢ້ຽມຍາມ ທ່ານ ເຈົ້າແຂວງ ສະຫວັນນະເຂດ

Published on

ໃນໂອກາດທີ່ຄະນະການນຳທັງສອງກອງບັນຊາການທະຫານຊາຍແດນແຂວງກວາງຈິ ແລະ ກວາງບີ່ງ ສສ ຫວຽດນາມ ທີ່ເດີນທາງມາ ຮ່ວມກອງປະຊຸມພົບປະແລກປ່ຽນປະຈຳປີ 2022 ເຊິ່ງໄດ້ສຳເລັດລົງໃນຕອນເຊົ້າຂອງວັນທີ 17 ສິງຫານີ້.

ໃນຕອນບ່າຍຂອງວັນດຽວກັນ ນີ້ ຢູ່ທີ່ຫ້ອງຮັບແຂກຫ້ອງວ່າການປົກຄອງແຂວງສະຫວັນນະເຂດ ຄະນະການນຳຂອງສອງກອງບັນຊາການ ນຳໂດຍສະຫາຍ ພັນເອກ ດິງຊວນຮຸ່ງ ຫົວໝ້າການເມືອງກອງບັນຊາການທະການແຂວງກວາງຈິພ້ອມດ້ວຍຄະນະ ໄດ້ເຂົ້າພົບປະຢ້ຽມຢາມ ແລະ ລາຍງານຜົນສຳເລັດກອງປະຊຸມ,ພົບປະແລກປຽ່ນປະຈຳປີ 2022 ໃຫ້ ທ່ານ ເຈົ້າແຂວງໄດ້ຮັບຊາບ.

ໂດຍສະເພາະສອງຝາຍໄດ້ມີການຈັດຕັ້ງປະຕິບັດໝ້າທີ່ວຽກງານຄຸ້ມຄອງຊາຍແດນ, ປ້ອງກັນຊາຍແດນ, ຮັກສາສະຖຽນລະພາບທາງດ້ານການເມືອງ,ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ, ຕ້ານແລະສະກັດກັ້ນການຊື້ຂາຍຂົນສົ່ງ ສິນຄ້າຜິດກົດໝາຍ ແລະແກ້ໄຂບັນຫາເຫດການທີ່ເກີດຂື້ນ ໃນສອງເບື້ອງຊາຍແດນ, ປະຕິບັດແຜນການຕ້ານແລະສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ 19 ຕິດພັນກັບການສ້າງ,ປັບປຸງກຳລັງຊາຍແດນຂອງສອງຝ່າຍໃຫ້ມີຄວາມເຂັ້ມແຂງ, ມີແບບແຜນວິທີເຮັດວຽກທີ່ທັນສະໄໝຂື້ນກວ່າເກົ່າ ພ້ອມກັນນັ້ນ ສະຫາຍ ພັນເອກ ດິງຊວນຮຸ່ງ ຫົວໝ້າການເມືອງ ກອງບັນຊາການທະຫານຊາຍແດນແຂວງກວາງຈິ ກໍ່ອວຍພອນໄຊອັນປະເຊີດໃຫ້ແກ່ທ່ານ ເຈົ້າແຂວງຈົ່ງມີສຸຂະພາບແຂງແຮງ, ປະສົບຜົນສຳເລັດໃນໝ້າທີ່ວຽກງານຂອງທ່ານ ພ້ອມທັງຊີ້ນຳ ນຳພາແຂວງສະຫວັນນະເຂດກ້າວຂື້ນໄປເລື້ອຍໆ.

ໂອກາດດັ່ງກ່າວນີ້ ທ່ານ ສັນຕິພາບ ພົມວິຫານ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງສະຫວັນນະເຂດ, ກໍ່ໄດ້ສະແດງຄວາມຂອບອົກຂອບໃຈຢ່າງສູງຕໍ່ການນຳຂອງສອງກອງບັນຊາການທະຫານຊາຍແດນແຂວງກວາງຈິ ແລະ ກອງບັນຊາການທະຫານຊາຍແດນແຂວງກວາງບີ່ງ ທີ່ມາຢຽ້ມຢາມ ດ້ວຍໄມຕີຈິດມິດຕະພາບທີດີ,ທັງເປັນການເສີມຂະຫຍາຍສາຍພົວພັນຮ່ວມມືຮອບດ້ານລະຫວ່າງ ແຂວງສະຫວັນນະຂດ ກັບ ສອງແຂວງ ກວາງຈິ ແລະແຂວງກວາງບີ່ງ ກໍ່ຄືສອງກອງບັນຊາການທະຫານຊາຍແດນ ໃຫ້ມີຄວາມແໝ້ນແຟ້ນຍິ່ງໆຂື້ນ.

ແຫຼ່ງຂ່າວ: MediaLAOS

ບົດຄວາມຫຼ້າສຸດ

ໄລຍະ 3 ເດືອນ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ສາມາດດຶງດູດການລົງທຶນໄດ້ 1 ຕື້ກວ່າໂດລາ

ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ປະທານຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ໄດ້ລົງຊີ້ນຳວຽກງານ ຫ້ອງການ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ. ໃນຕອນເຊົ້າຂອງ ວັນທີ 13...

ເສຍຊີວິດຢ່າງນ້ອຍ 4 ຄົນ ເກີດເຫດກວດຍິງຢູ່ບາແຫ່ງໜຶ່ງ ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ

ເກີດເຫດກວດຍິງຢູ່ບາແຫ່ງໜຶ່ງ ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ ສຳນັກຂ່າວຕ່າງປະເທດລາຍງານໃນຊ່ວງຕອນເຊົ້າຂອງວັນອາທິດ 12 ຕຸລາ 2025 ເກີດເຫດເຫດການກວດຍິງ ພາຍໃນ ບາແຫ່ງໜຶ່ງ ເຊິ່ງເປັນບາທີ່ໄດ້ຮັບຄວາມນິຍົມຢູ່ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ ເຊິ່ງເຫດການດັ່ງກ່າວເຮັດໃຫ້ມີຄົນເສຍຊີວິດຢ່າງນ້ອຍ 4 ຄົນ...

ເລີ່ມ! ວັນທີ 1 ພະຈິກ 2025 ທ່ານ ໂດນັລ ທຣຳ ປະທານນາທິບໍດີ ສະຫະລັດອາເມລິກາ ຈະຮຽກເກັບພາສີນຳເຂົ້າສິນຄ້າຈາກຈີນ ເພີ່ມອີກ 100%

ລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາ ທ່ານ ໂດນັລ ທຣຳ ປະທານນາທິບໍດີ ສະຫະລັດອາເມລິກາ ໄດ້ອອກຄໍາສັ່ງ ຈະຮຽກເກັບພາສີນຳເຂົ້າສິນຄ້າຈາກຈີນ ເພີ່ມອີກ 100% ຈາກທີ່ປັດຈຸບັນສະຫະລັດເກັບພາສີສິນຄ້າຈີນຢູ່ທີ່...

ອຸທາຫອນ! ແມ່ຕູ້ຊາວຈີນມີຄວາມເຊື່ອແປກ ຕັດສິນໃຈກິນກົບສົດໆລົງທ້ອງ ຫວັງໃຫ້ເຊົາເຈັບຫຼັງ ແຕ່ສຸດທ້າຍອາການໜັກ

ເມື່ອປວດຫຼັງຫຼາຍຄົນອາດຈະເລືອກກິນຢາ ຫຼື ໄປຫາແພດ ແມ່ນບໍ່, ແຕ່ມີລາຍງານຂ່າວຈາກເມືອງຫາງໂຈ ປະເທດຈີນ, ເມືອບໍ່ດົນມານີ້ ວ່າ ມີແມ່ຕູ້ຄົນໜຶ່ງ ມີອາການເຈັບຫຼັງ ແລະເລືອກວິທີຮັກສາຕາມຄວາມເຊື່ອຂອງຕົນ ໂດຍການກືນກິນກົບສົດລົງທ້ອງ ຈົນເຮັດໃຫ້ເຊື້ອພະຍາດເຂົ້າສູ່ຮ່າງກາຍ. ເຊິ່ງກ່ອນເກີດເຫດແມ່ຕູ້ໄດ້ຂໍໃຫ້ພີ່ນ້ອງໄປຈັບກົບຂະໜາດນ້ອຍມາໃຫ້ ໂດຍບໍ່ໄດ້ບອກວ່າຈະເອົາໄປເຮັດຫຍັງ,...