Homeຂ່າວຕ່າງປະເທດຣັດເຊຍ-ສປປ. ເກົາຫລີ ຍົກລະດັບຄວາມສຳພັນການຮ່ວມມືທະວິພາຄີ

ຣັດເຊຍ-ສປປ. ເກົາຫລີ ຍົກລະດັບຄວາມສຳພັນການຮ່ວມມືທະວິພາຄີ

Published on

ອີງຕາມການລາຍງານຂອງສຳນັກຂ່າວ ​KCNA,​ ​ໃນວັນທີ 15 ສິງຫາ 2022 ນີ້ວ່າ: ປະທານາທິບໍດີ ຣັດເຊຍ ທ່ານ ວາລາດິເມຍ ປູຕິນ (Vladimir Putin) ໄດ້ສົ່ງຈົດໝາຍເຖິງຜູ້ນຳເກົາຫຼີເໜືອ ທ່ານ ຄິມ ຈອງອຶນ (Kim Jong Un) ເນື່ອງໃນໂອກາດວັນປະກາດເອກະລາດຂອງເກົາຫຼີເໜືອ. ເນື້ອຂໍ້ຄວາມບາງສ່ວນລະບຸວ່າ “ສອງ​ປະ​ເທດ​ຈະ​ຮ່ວມ​ກັນ​ເສີມ​ຂະ​ຫຍາຍ​ການ​ພົວ​ພັນ​ສອງ​ປະ​ເທດ​ແບບ​ລວມ​ແລະ​ສ້າງ​ສັນ.”

ທ່ານ ປູຕິນ Putin ກ່າວໃນຈົດໝາຍວ່າ ສາຍ​ພົວ​ພັນ​ທີ່​ໃກ້​ຊິດ​ລະ​ຫວ່າງ​ລັດ​ເຊຍ​ແລະ​ ເກົາ​ຫຼີ​ເຫນືອ​ ມັນຈະເປັນປະໂຫຍດທັງສອງຝ່າຍ. ​ແລະ​ຈະ​ຊ່ວຍ​ເພີ່ມ​ທະວີ​ຄວາມ​ໝັ້ນຄົງ ​ແລະ ສະຖຽນ​ລະ​ພາບ​ຂອງ​ແຫຼມ​ເກົາຫຼີ ​ແລະ ອາຊີ​ຕາ​ເວັນ​ອອກ​ສ່ຽງ​ເໜືອ.

ພ້ອມ​ກັນ​ນັ້ນ, ຜູ້ນຳ​ສູງ​ສຸດ ​ຂອງສປປ ​ເກົາຫລີ ​ຍັງ​ມີ​ຈົດໝາຍ​ ຕອບ​ກັບ ​ຜູ້ນຳຣັດ​ເຊຍ. ມັນເປັນສິ່ງ ສໍາຄັນທີ່ ການ​ພົວ​ພັນ ການ​ຮ່ວມ​ມື ​ລະ​ຫວ່າງ ​ລັດ​ຖະ​ບານ ທັງ​ສອງ​ປະ​ເທດ ຣັດ​ເຊຍ ແລະ ​ສປປ ​ເກົາຫລີ ​ໃຫ້​ແໜ້ນ​ແຟ້ນ ຍິ່ງ​ຂຶ້ນ ​ໃນ​ຕໍ່ໜ້າ.

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...