spot_img
Homeຄວາມງາມເຄັດລັບໜ້າງາມໃນລະດູໜາວ

ເຄັດລັບໜ້າງາມໃນລະດູໜາວ

Published on

Young Woman Washing Her Face

ອາ​ກາດ​ລະດູ​ໜາວ​ທີ່​ກຳ​ລັງ​ຈະ​ມາ​ຮອດນີ້ ນອກ​ຈາກ​ຈະ​ເຮັດໃຫ້​ເຮົາ​ເຢັນ​ສະບາຍ​ແລ້ວ ແຕ່​ມັນ​ກໍ​ຈະ​ເຮັດໃຫ້​ເຮົາ​ເຢັນ​ເກີນ​ໄປ ຈົນ​ໜ້າ​ເຮົາ​ແຫ້ງ​ລອກ​ເປັນ​ຜຸຍ​ໄດ້ ເພາະ​ ສະ​ນັ້ນ​ຈຶ່ງ​ຕ້ອງ​ມີ​ເຄັດ​ລັບ​ມາ​ບອກ​ສາວໆ ເພື່ອລະດູ​ໜາວ​ນີ້ ຈະ​ໄດ້​ມີ​ໜ້າ​ງາມໆ ໄປ​ທ້າ​ລົມ​ໜາວ​

ພະຍາຍາມ​ໃຊ້​ນ້ຳ​ລ້າໆ​ລ້າງ​ໜ້າ​ຕອນ​ເຊົ້າ ໃນ​ໄລຍະ​ເຊົ້າ​ອາ​ກາດ​ຈະ​ເຢັນ​ຫລາຍກວ່າ​ປົກກະຕິ ເພາະ​ສະ​ນັ້ນ​ຄວນ​ຫລີກ​ລ້ຽງ​ການ​ໃຊ້​ສະ​ບູ​ ຫລື​ ໂຟມ​ລ້າງ​ໜ້າ​ໃນ​ໄລຍະ​ເຊົ້າ ໃຫ້​ໃຊ້​ເປັນ​ນ້ຳ​ລ້າ​ແທນ ແລ້ວ​ກໍ່ຕ້ອງ​ເປັນ​ນ້ຳ​ອຸນຫະພູມ​ປົກກະຕິ​ຈະ​ດີກວ່າ​ໃຊ້​ນ້ຳ​ອຸ່ນ ຖ້າຫາກ​ໃຊ້​ນ້ຳ​ອຸ່ນ​ອາດຈະ​ເຮັດໃຫ້​ໜ້າ​ແຮງແຫ້ງ ​ແລະ ​ຄັນ​ຫລາຍ​ຍິ່ງ​ຂຶ້ນ

  1. ການ​ເລືອກ​ໃຊ້​ຜະລິດຕະພັນ​ເຮັດ​ຄວາມ​ສະ​ອາດ ຄວນ​ເລືອກ​ທີ່​ມີ​ຄວາມ​ອ່ອນ​ໂຍນ​ຕໍ່​ຜິວ ຫລື​ມີ​ຄ່າ pH ທີ່​ສົມ​ດຸນ ໂດຍ​ບໍ່​ມີ​ສ່ວນ​ປະສົມ​ຂອງ​ ແອວກໍ​ຮໍ
  2. ຫ້າມ​ຂັດ​​ໜ້າ​ເດັດ​ຂາດ ເພາະ​ການ​ຂັດ​ຜິວ​ໜ້າ​ນັ້ນ​ຈະ​ຍິ່ງ​ເຮັດໃຫ້​ໜ້າ​ເຮົາ​ແຫ້ງ​ຫລາຍ​ຂຶ້ນ​ໄປ​ກວ່າ​ເກົ່າ
  3. ບຳ​ລຸງ​ດ້ວຍ​ມາກ ​ຈາກ​ທຳມະຊາດ ດ້ວຍ​ນ້ຳ​ເຜິ້ງ ໝາກແຕງ​ ຫລື ​ຫວ້ານຫາງ​ເຂ້ ພອກ​ໃຫ້​ທົ່ວ​ໜ້າ​ກ່ອນ​ນອນ​ເປັນ​ປະຈຳ ຈະ​ຊ່ວຍ​ບຳ​ລຸງ​ຜິວ​ທີ່​ແຫ້ງ​ຂາດ​ນ້ຳ​ໃຫ້​ເບິ່ງ​ງາມ​ ຜິວ​ສົດ​ຊື່ນ​ຂຶ້ນ​ຢ່າງ​ເຫັນ​ໄດ້​ແຈ້ງ
  4. ຕ້ອງ​ທາ​ຄີມ​ກັນ​ແດດ​ກ່ອນ​ອອກຈາກ​ເຮືອນ ເພາະ​ລະດູ​ໜາວ​ນັ້ນ​ແດດ​ຈະ​ແຮງ​ຫລາຍ​ໃນ​ໄລຍະ​ກາງເວັນ ຈະ​ເຮັດໃຫ້​ໜ້າ​ເຮົາ​ຍິ່ງ​ຖືກ​ທໍາ​ຮ້າຍ​ຫລາຍ​ຂຶ້ນ​ກວ່າ​ເກົ່າ
  5. ເລືອກ​ໃຊ້​ເຄື່ອງ​ສຳ​ອາງ​ໃຫ້​ເໝາະ​ກັບ​ຄົນ​ຜິວ​ມັນ ອາດ​ເປັນ​ຮອງ​ພື້ນ ບີ​ບີ​ຄີມ ຫລື​ແປ້ງ​ທີ່​ມີ​ຄຸນສົມບັດ​ເພີ່ມ​ຄວາມ​ຊຸ່ມ​ຊື່ນ ແລະ ​ບຳ​ລຸງ​ຜິວ​ມັນ​ ແລະ ​ຫລຸດ​ການ​ກະຕຸ້ນ​ໃຫ້​ເກີດ​ຜື່ນ​ຜິວ​ໜັງ​ອັກ​ເສບ ຈົນ​ເກີດ​ເປັນ​ຜື່ນ​ແດງ​ ແລະ ​ລອກ​ແຫ້ງ​ເປັນ​ຜຸ

ດື່ມ​ນ້ຳ​ໃຫ້​ຫລາຍ​ຍິ່ງ​ຂຶ້ນ ເພື່ອ​ເພີ່ມ​ຄວາມ​ຊຸ່ມ​ຊື່ນ​ແກ່​ຜິວ​ຈາກ​ພາຍ​ໃນ ນອກ​ຈາກ​ນັ້ນ​ແລ້ວ​ຍັງ​ຄວນ​ເລືອກ​ກິນ​ຜັກ ​ແລະ ​ຫມາກໄມ້ ເພື່ອ​ເຕີມ​ວິ​ຕາ​ມິນ​ເອ ຊີ ອີ​ ແລະ ​ສານ​ອາຫານ​ບຳ​ລຸງ​ໃຫ້​ງາມ​ສົດ​ໃສ​ຢ່າ​ງສະເໝີ​ນໍາອີກ​

ບົດຄວາມຫຼ້າສຸດ

ການຈັດການຂີ້ເຫຍື້ອທີ່ດີ ຄືຄວາມປອດໄພຕໍ່ສະພາບແວດລ້ອມ ແລະ ສັງຄົມ

ການຈັດການຂີ້ເຫຍື້ອ ຍັງເປັນສິ່ງທີ່ທ້າທ້າຍໃນແຕ່ລະຂົງເຂດ ຕັ້ງແຕ່ເຮືອນຊານ, ຫ້າງຮ້ານ, ບໍລິສັດ ຈົນໄປເຖິງບັນດາໂຮງງານຜະລິດຕ່າງໆ. ເນື່ອງຈາກເປັນໄປບໍ່ໄດ້ທີ່ຈະຫຼີກລ່ຽງບໍ່ໃຫ້ມີການສ້າງຂີ້ເຫຍື້ອເລີຍ. ເຊິ່ງບາງຄັ້ງຍັງພົບເຫັນການທຳລາຍ ແລະ ຈັດການຂີ້ເຫຍື້ອຢ່າງບໍ່ຖືກວິທີ ທີ່ສົ່ງຜົນເສຍຕໍ່ສິ່ງແວດລ້ອມ ແລະ ສ້າງຄວາມເປີເປື້ອນໃຫ້ສັງຄົມ ເຊັ່ນ:...

ຮູ້ຫຼືບໍ່? ທີ່ໄປທີ່ມາຂອງຊື່ພາຍຸແຕ່ລະລູກ ໃຜເປັນຄົນຕັ້ງ ແລະ ໃຜເປັນຄົນຄິດຊື່

ພາຍຸແຕ່ລະລູກ ໃຜເປັນຄົນຕັ້ງ ແລະ ໃຜເປັນຄົນຄິດຊື່ ມາຮູ້ຄຳຕອບມື້ນີ້ ພາຍຸວິພາ, ພາຍຸຄາຈິກິ ໄດ້ມາຈາກໃສ ໃນໄລຍະນີ້ເຫັນວ່າມີພາຍຸກໍ່ໂຕຂຶ້ນມາຕະຫຼອດ ແລະມີຫຼາຍຄົນອາດຈະສົງໃສວ່າ ໃນການຕັ້ງຊື່ພາຍຸແຕ່ລະລູກ ແມ່ນໃຜເປັນຄົນຕັ້ງ ແລະຄໍາຕອບກໍຄື ຊື່ຂອງພາຍຸແມ່ນໄດ້ຖືກຕັ້ງຂຶ້ນຈາກປະເທດຕ່າງໆໃນທົ່ວໂລກ. ສຳລັບພາຍຸທີ່ສາມາດຕັ້ງຊື່ໄດ້ນັ້ນ ຕ້ອງແມ່ນພາຍຸລະດັບໂຊນຮ້ອນຂຶ້ນໄປ...

ແຈ້ງເຕືອນພາຍຸລູກໃໝ່ ທີ່ອາດຈະສົ່ງຜົນກະທົບຕໍ່ປະເທດລາວ ໃນວັນທີ 30/08/2025 – 02/09/2025

ກຽມຮັບມືພາຍຸລູກໃໝ່ ຫວຽດນາມອອກແຈ້ງເຕືອນພາຍຸລູກໃໝ່ ອາດສົ່ງຜົນກະທົບຕໍ່ປະເທດລາວ, ປະເທດໄທ ແລະ ປະເທດຫວຽດນາມ ຫວຽດນາມອອກແຈ້ງເຕືອນພາຍຸລູກໃໝ່ ທີ່ຄາດວ່າຈະໃຊ້ຊື່ວ່າພາຍຸໜອງຟ້າ ຫຼື ຟ້າໃສ ທີ່ຕັ້ງຊື່ໂດຍປະເທດລາວ ຄາດອິດທິພົນຂອງພາຍຸລູກນີ້ຈະສົ່ງຜົນກະທົບຕໍ່ປະເທດລາວ, ປະເທດໄທ ແລະ ປະເທດຫວຽດນາມ...

ຜົນສໍາເລັດ ກອງປະຊຸມໃຫຍ່ ຜູ້ແທນສະມາຊິກພັກ ຄັ້ງທີ III ຂອງ ອົງຄະນະພັກ ກະຊວງເຕັກໂນໂລຊີ ແລະ ການສື່ສານ

ເອກະສັນຮັບເລືອກ ສະຫາຍ ປອ. ສັນຕິສຸກ ສິມມາລາວົງ ເປັນເລຂາຄະນະພັກ ກະຊວງເຕັກໂນໂລຊີ ແລະ ການສື່ສານ (ຊຸດໃໝ່) ກະຊວງເຕັກໂນໂລຊີ ແລະ ການສື່ສານລາຍງານຜົນ ກອງປະຊຸມໃຫຍ່ ຜູ້ແທນສະມາຊິກພັກ...