spot_img
Homeຂ່າວພາຍ​ໃນຟຟລ ຈັດສຳມະນາ ເພື່ອສ້າງຄວາມເຂົ້າໃຈກ່ຽວກັບສະພາບການດຳເນີນທຸລະກິດ

ຟຟລ ຈັດສຳມະນາ ເພື່ອສ້າງຄວາມເຂົ້າໃຈກ່ຽວກັບສະພາບການດຳເນີນທຸລະກິດ

Published on

ໃນວັນທີ 10 ສິງຫາ 2022 ລັດວິສາຫະກິດໄຟຟ້າລາວ (ຟຟລ) ໄດ້ຈັດກອງປະຊຸມກ່ຽວກັບການດຳເນີນທຸລະກິດຂອງ ຟຟລ ທີ່ສຳນັກງານໃຫຍ່ຂອງ ຟຟລ ໂດຍການເປັນປະທານຮ່ວມຂອງ ທ່ານ ທອງພັດ ອິນທະວົງ ຮອງລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ຮອງຫົວໜ້າຄະນະປະຕິຮູບ ຟຟລ, ທ່ານ ຈັນທະບູນ ສຸກອາລຸນ ຜູ້ອຳນວຍການໃຫຍ່ ຟຟລ ແລະ ທ່ານ ວັນທອງ ສິດທິກຸນ ຮອງປະທານສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ໂດຍມີທຸກພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ຈຸດປະສົງຫຼັກຂອງກອງປະຊຸມໃນມື້ນີ້ ເປັນການສ້າງຄວາມເຂົ້າໃຈ ຕໍ່ສະພາບການດໍາເນີນທຸລະກິດຂອງ ຟຟລ ແລະ ຫາວິທີທາງແກ້ໄຂ ເພື່ອປະກອບສ່ວນເຂົ້າໃນການຍົກລະດັບການບໍລິການ ກໍຄືແນວທາງການດໍາເນີນທຸລະກິດຂອງ ຟຟລ ໃນຕໍ່ໜ້າ.

ກອງປະຊຸມຄັ້ງນີ້, ເປັນໜຶ່ງໃນແຜນການຈັດຕັ້ງຜັນຂະຫຍາຍ ວາລະແຫ່ງຊາດ ເພື່ອແກ້ໄຂຄວາມຫຍຸ້ງຍາກທາງເສດຖະກິດ-ການເງິນ, ທັງເປັນການທໍາຄວາມເຂົ້າໃຈໃຫ້ເລິກເຊິ່ງຂຶ້ນຕື່ມ ກ່ຽວກັບການດໍາເນີນທຸລະກິດຂອງ ຟຟລ, ວິສາຫະກິດຂອງລັດ ທີ່ເປັນຍຸດທະສາດສໍາຄັນຂອງປະເທດ ຢູ່ໃນການຄຸ້ມຄອງດ້ານເຕັກນິກ-ວິຊາການ ໂດຍກະຊວງພະລັງງານ ແລະ ບໍ່ແຮ່.

ຟຟລ ໄດ້ປະຕິບັດສອງໜ້າທີ່ຍຸດທະສາດ ທີ່ພັກ-ລັດ ມອບໝາຍໃຫ້ ຄື: ສະໜັບສະໜູນ ແລະ ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ໃນແຕ່ລະໄລຍະໃຫ້ເປັນຮູບປະທໍາ, ໂດຍສະເພາະແມ່ນຮັບປະກັນການສະໜອງໄຟໃຫ້ປະຊາຊົນລາວບັນດາເຜົ່າ ສາມາດມີໄຟຟ້າໃຊ້ຢ່າງພຽງພໍ ແລະ ທົ່ວເຖິງ ຕາມທິດທາງນະໂຍບາຍທີ່ລັດຖະບານກໍານົດໄວ້. ໜ້າທີ່ອັນທີສອງ ແມ່ນຮັບປະກັນການດໍາເນີນທຸລະກິດໃຫ້ມີປະສິດທິພາບ ແລະ ປະສິດທິຜົນ ໂດຍແນໃສ່ສ້າງອຸດສາຫະກໍາໄຟຟ້າ ໃຫ້ເປັນຂະ ແໜງການຫຼັກໃນການພັດທະນາເສດຖະກິດ-ສັງຄົມ ແລະ ສ້າງລາຍຮັບໃຫ້ແກ່ປະເທດ; ພ້ອມທັງຊຸກຍູ້ສົ່ງເສີມຂະແໜງການປິ່ນອ້ອມໃຫ້ມີການພັດທະນາໄຟຟ້າຄຽງຄູ່ກັນ ເພື່ອສ້າງວຽກເຮັດງານທໍາໃຫ້ ປະຊາຊົນລາວບັນດາເຜົ່າ ແລະ ໄດ້ຊົມໃຊ້ໄຟຟ້າໃນລາຄາທີ່ສົມເຫດສົມຜົນ.

ທ່ານຜູ້ອຳນວຍການໃຫຍ່ ຟຟລ ຍັງໃຫ້ຮູ້ວ່າ: ການປະຕິບັດສອງໜ້າທີ່ຍຸດທະສາດ ເປັນພາລະໜ້າທີ່ອັນໜັກໜ່ວງຂອງ ຟຟລ ແລະ ຈໍາເປັນຕ້ອງໃຊ້ທຶນຮອນອັນມະຫາສານ ເຂົ້າໃນການພັດທະນາລະບົບໂຄງລ່າງພື້ນຖານ ນັບຕັ້ງແຕ່ການລົງທຶນກໍ່ສ້າງແຫຼ່ງຜະລິດ (ສ່ວນໃຫຍ່ແມ່ນການລົງທຶນໂດຍນັກລົງທຶນຕ່າງປະເທດ), ການກໍ່ສ້າງສາຍສົ່ງສະຖານີໄຟຟ້າແຮງສູງ, ກໍ່ສ້າງຕາຂ່າຍໄຟຟ້າແຮງກາງ ແລະ ແຮງຕໍ່າ, ຈົນຮອດໝໍ້ນັບໄຟ ທີ່ຕິດຕັ້ງຢູ່ຕາມຄົວເຮືອນຂອງປະຊາຊົນ. ຄຽງຄູ່ກັບການເຕີບໃຫຍ່ຂະຫຍາຍຕົວ ຂອງ ຟຟລ ຍັງມີບັນຫາຫຼາຍອັນ ທີ່ຍັງຄົງຄ້າງທີ່ຕ້ອງໄດ້ຮັບການປັບປຸງ ແກ້ໄຂເຊັ່ນ: ການປັບປຸງລະບົບສະໜອງໄຟໃຫ້ມີຄວາມໝັ້ນຄົງ, ຄວາມໝັ້ນຄົງຂອງພະລັງງານພາຍໃນປະເທດ ໃຫ້ມີຄວາມດຸ່ນດ່ຽງ ແລະ ລາຄາໄຟຟ້າໃຫ້ສົມເຫດສົມຜົນ.

ປັດຈຸບັນ, ຟຟລ ຊື້ພະລັງງານໄຟຟ້າຈາກແຫຼ່ງຜະລິດພາຍໃນ 89 ແຫ່ງ, ມີສະຖານີໄຟຟ້າແຮງສູງ 75 ແຫ່ງ, ມີລະບົບສາຍສົ່ງໄຟຟ້າແຮງສູງ 115 ກິໂລວັດ (ກວ) ແລະ 230 ກວ ຍາວປະມານ 9.974 Km ວົງຈອນ, ມີລະບົບຕາຂ່າຍຈໍາໜ່າຍໄຟຟ້າພາກແຮງດັນກາງ ແລະ ແຮງດັນຕໍ່າ ຍາວປະມານ 55.600 Km ວົງຈອນສາມາດສະໜອງພະລັງງານໄຟຟ້າໄດ້ 95% ຂອງຈໍານວນຄົວເຮືອນທົ່ວປະເທດ.

ແຫຼ່ງຂ່າວຈາກ ປະເທດລາວ

ບົດຄວາມຫຼ້າສຸດ

ຕ້ອນຮັບຢ່າງອົບອຸ່ນ! ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ

ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ໃນວັນທີ 16 ຕຸລາ 2025 ນີ້, ທີ່ທໍານຽບປະທານປະເທດ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ...

ຍທຂ ຈະສຸມໃສ່ວຽກງານເຄຫາ-ຜັງເມືອງ ນໍ້າປະປາຕາມແຜນພັດທະນາແບບຍືນຍົງ

ວຽກງານເຄຫາ ແລະ ຜັງເມືອງ, ວຽກງານນໍ້າປະປາ ກໍເປັນວຽກງານສໍາຄັນທີ່ພັກ-ລັດ ກໍຄືກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໃຫ້ຄວາມສໍາຄັນ ແລະ ຈະສືບຕໍ່ສຸມໃສ່ແກ້ໄຂ ເພື່ອເຮັດໃຫ້ວຽກງານດັ່ງກ່າວບັນລຸຄາດໝາຍຕາມແຜນພັດທະນາແບບຍືນຍົງ. ສະຫາຍ ເຫຼັກໄຫຼ...

ຮຽນວາງຢາພິດໂດຍຖາມ ChatGPT ສາວອາເມລິກາໃຊ້ເວລາສຶກສາກວ່າ 3 ເດືອນ ເພື່ອວາງຢາຜົວ ສຸດທ້າຍຖືກເຈົ້າໜ້າທີ່ກັກໂຕ

ມີລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາທີ່ລັດໂຄໂລໄລນາ, ສະຫະລັດອາເມລິກາ ເຈົ້າໜ້າທີ່ໄດ້ເຂົ້າກັກໂຕຍິງ ອາຍຸ 43 ປີ ໃນຂໍ້ຫາພະຍາຍາມຈົບຊີວິດຜົວຂອງຕົນເອງ ໂດຍການໃຊ້ສານປົນເປື້ອນໃນອາຫານ ແລະ ເຄື່ອງດື່ມ. ຈາກການສືບສວນຂອງເຈົ້າໜ້າທີ່ໄດ້ຮູ້ວ່າ ໃນລະຫວ່າງ...

ໄລຍະ 3 ເດືອນ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ສາມາດດຶງດູດການລົງທຶນໄດ້ 1 ຕື້ກວ່າໂດລາ

ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ປະທານຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ໄດ້ລົງຊີ້ນຳວຽກງານ ຫ້ອງການ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ. ໃນຕອນເຊົ້າຂອງ ວັນທີ 13...