spot_img
Homeຂ່າວຕ່າງປະເທດແນນຊີ ເພໂລຊີ ຢ້ຽມເຂດບໍ່ມີທະຫານເກົາຫຼີເໜືອແລະເກົາຫຼີໃຕ້

ແນນຊີ ເພໂລຊີ ຢ້ຽມເຂດບໍ່ມີທະຫານເກົາຫຼີເໜືອແລະເກົາຫຼີໃຕ້

Published on

ແນນຊີ ເພໂລຊີ ປະທານສະພາສະຫະລັດອາເມຣິກາ ຢ້ຽມເຂດບໍ່ມີທະຫານຂອງເກົາຫຼີເໜືອ-ໃຕ້ ເພື່ອເນັ້ນຍ້ຳໃນການປົດອາວຸດນິວເຄຼຍໃນເກົາຫຼີເໜືອ ກ່ອນທີ່ນາງ ເພໂລຊີ ຈະເດີນທາງໄປຍີ່ປຸ່ນ.

ສຳນັກຂ່າວ ທາງການຂອງເກົາຫຼີເໜືອ ໄດ້ລາຍງານວ່າ: ນາງ ແນນຊີ ເພໂລຊີ ປະທານສະພາສະຫະລັດອາເມຣິກາ ພ້ອມດ້ວຍຄະນະ ໄດ້ເດີນທາງໄປຢ້ຽມຊາຍແດນເຂດບໍ່ມີທະຫານຂອງເກົາຫຼີ ໃນບໍລິເວນບ້ານປັນມຸນຈອມ ຂອງຝັ່ງເກົາຫຼີໃຕ້, ເພື່ອສົ່ງສັນຍານຄວາມໜັກແໜ້ນເຖິງຄວາມຮ່ວມມືກັບເກົາຫຼີໃຕ້ ໃນຄວາມພະຍາຍາມກົດດັນເກົາຫຼີເໜືອໃຫ້ຢຸດໂຄງການພັດທະນາອາວຸດນິວເຄຼຍ.

ເຊິ່ງນາງ ແນນຊີ ເພໂລຊີ ເປັນປະທານສະພາຄົນທຳອິດຂອງອາເມຣິກາໃນຮອບ 20 ປີທີ່ມາຢ້ຽມເກົາຫຼີໃຕ້ ຫຼັງຈາກ ເດນນິສ ຮາສເທິດ ອະດີດປະທານສະພາອາເມຣິກາ ທີ່ເຄີຍມາໃນປີ 2002.

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...