Homeຂ່າວຕ່າງປະເທດແຜ່ນດິນໄຫວ 7.0 ຣິກເຕີ ທີ່ຟີລິບປິນ

ແຜ່ນດິນໄຫວ 7.0 ຣິກເຕີ ທີ່ຟີລິບປິນ

Published on

ແຜ່ນດິນໄຫວໃນຟີລິບປິນຮຸນແຮງເຖິງ 7.0 ຣິກເຕີ ທີ່ເກາະລູຊອນ ແຕ່ແຮງສັ່ນສະເທືອນມາໄກເຖິງກຸງມະນິລາ.

ໃນວັນທີ 27 ກໍລະກົດ 2022 ຈາກທາງການຟີລິບປິນ ລາຍງານຄວາມຄືບໜ້າ ທີ່ເກີດແຜ່ນດິນໄຫວຄັ້ງໃຫຍ່ຂະໜາດ 7.0 ທີ່ເກາະລູຊອນ ທາງພາກເໜືອຂອງຟີລິບປິນ ທີ່ເຮັດໃຫ້ເກີດຄວາມເສຍຫາຍແກ່ຕຶກອາຄານ, ຈາກສະຖານະການແຜ່ນດິນໄຫວ ເຮັດໃຫ້ຜູ້ຄົນໄດ້ແລ່ນໜີດ້ວຍຄວາມແຕກຕື່ນ ຂະນະທີ່ຄວາມຮຸນແຮງຂອງແຜ່ນດິນໄຫວເທື່ອນີ້ ສະເທືອນໄປຮອດມານິລາ ເມືອງຫຼວງຂອງຟີລິບປິນ ທີ່ຢູ່ໄກຈາກຈຸດແຜ່ນດິນໄຫວ 300 ກມ ຈົນເຮັດໃຫ້ປະຊາຊົນຈຳນວນຫຼາຍຕ້ອງຟ້າວອອກຈາກອາຄານບ້ານເຮືອນ.

ແຜ່ນດິນໄຫວໃນເທື່ອນີ້ກໍ່ໃຫ້ເກີດຄວາມເສຍຫາຍແກ່ອາຄານບ້ານເຮືອນ ແລະ ໂຄງສ້າງຈຳນວນຫຼາຍ ແລະ ມັນສະເທືອນໄປໄດ້ເປັນວົງກວ້າງ.

ບົດຄວາມຫຼ້າສຸດ

ແຂວງຄຳມ່ວນ ຈັດກອງປະຊຸມປຶກສາຫາລື ແລະ ຄົ້ນຄວ້າ ການຈັດຕັ້ງວາລະແຫ່ງຊາດ

ແຂວງຄຳມ່ວນ ຈັດກອງປະຊຸມປຶກສາຫາລື ແລະ ຄົ້ນຄວ້າ ການຈັດຕັ້ງວາລະແຫ່ງຊາດ ວ່າດ້ວຍວຽກງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ໄລຍະປີ 2027-2030 ເພື່ອກຳນົດແຜນງານ, ໂຄງການ ແລະ ເປົ້າໝາຍໃຫ້ຈະແຈ້ງ...

ສໍາລັບຊຸດຮຽນ ຮຸ່ນທີ 26 (2022-2026) ມີນັກສຶກສາ ສໍາເລັດການສຶກສາທັງໝົດ 3,492 ຄ

ວັນທີ 26 ກັນຍາ 2026 ນີ້, ມະຫາວິທະຍາໄລແຫ່ງຊາດ ໄດ້ຈັດພິທີມອບ-ຮັບປະກາສະນີຍະບັດ ໃຫ້ນັກສຶກສາ ທີ່ສໍາເລັດການສຶກສາ ປະຈຳສົກສຶກສາ 2025-2026 (ຊຸດຮຽນ ຮຸ່ນທີ 26,...

ອຸດົມໄຊ ສະຫຼຸບກວດກາ 5 ປີ ເກັບກູ້ເງິນສໍ້ລາດບັງຫຼວງຄືນໄດ້ 24 ຕື້ກີບ

ກອງປະຊຸມວຽກງານກວດກາທົ່ວແຂວງ ອຸດົມໄຊ 05 ປີ (2021-2025) ຕິດພັນກັບການຈັດຕັ້ງຜນຂະຫຍາຍເນື້ອໃນກອງປະຊຸມວຽກງານກວດກາທົ່ວປະເທດຄັ້ງທີ V ໄດ້ໄຂຂຶ້ນຢ່າງເປັນທາງການໃນວັນທີ 24 ກັນຍານີ້ ຢູ່ທີ່ສະໂມສອນຂອງແຂວງ ໂດຍການເປັນປະທານຂອງສະຫາຍ ບຸນຄົງ ຫຼ້າຈຽມພອນ...

ຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນກັນຍາ 2026 ແລະ ທິດທາງແຜນໃນຕໍ່ໜ້າ.

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນກັນຍາ 2026 ປິດລົງດ້ວຍຜົນສຳເລັດ ໃນວັນທີ 23 ກັນຍາ 2026 ໂດຍການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ມີບັນດາຮອງນາຍົກລັດຖະມົນ...