spot_img
Homeຂ່າວພາຍ​ໃນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2022

ກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2022

Published on

ໃນຕອນເຊົ້າຂອງວັນທີ 21 ກໍລະກົດ 2022 ທີ່ນະຄອນຫຼວງວຽງຈັນ ໄດ້ຈັດກອງປະຊຸມລັດຖະບານ ເປີດກວ້າງ ຄັ້ງທີ I ປີ 2022 ພາຍໃຕ້ການເປັນປະທານຂອງທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີ, ມີບັນດາຄະນະລັດຖະບານ-ບັນ ດາເຈົ້າແຂວງ ແລະ ຕາງໜ້າຈອົງການກ່ຽວຂ້ອງເຂົ້າຮ່ວມຢ່າງ.

 

ກອງປະຊຸມດໍາເນີນໄປທ່າມກາງບັນຍາກາດທີ່ສະພາບ ການສາກົນ ແລະ ພາກພື້ນ ຍັງສືບຕໍ່ຜັນແປ ຢ່າງສະຫຼັບສັບຊ້ອນ ບວກກັບຜົນກະທົບຂອງການແຜ່ລະບາດພະຍາດໂຄວິດ-19 ເຊິ່ງໄດ້ສົ່ງຜົນກະ ທົບຢ່າງໜັກໜ່ວງ ຕໍ່ເສດຖະ ກິດໂລກ ໂດຍສະເພາະຕໍ່ຕ່ອງ ໂສ້ການຄ້າ ລະຫວ່າງປະເທດ, ການສະໜອງນ້ຳມັນ, ສະບຽງອາຫານ, ສິນຄ້າທີ່ຈຳເປັນຈຳ ນວນໜຶ່ງ ບໍ່ພຽງພໍກັບຄວາມຕ້ອງການ ຈຶ່ງເປັນສາເຫດຕົ້ນຕໍ ເຮັດໃຫ້ລາຄານ້ຳມັນເຊື້ອໄຟ, ລາຄາສິນຄ້າສູງຂຶ້ນ ແລະ ເຮັດໃຫ້ອັດຕາເງິນເຟີ້ສູງຂຶ້ນໃນໂລກ ລວມທັງປະເທດທີ່ຈະເລີນແລ້ວ, ຍິ່ງເປັນການຊ້ຳຕື່ມ ຕໍ່ການຟື້ນຕົວ ແລະ ຂະຫຍາຍຕົວທາງດ້ານເສດຖະກິດ-ການຄ້າຂອງໂລກ ທີ່ແກ່ຍາວມາເປັນເວລາ 2 ປີກວ່າ, ຍ້ອນຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ -19.

ສໍາລັບຢູ່ປະເທດເຮົາ ກໍບໍ່ສາມາດຫຼີກລ່ຽງຜົນກະທົບ ຈາກສະພາບດັ່ງກ່າວ ເຊັ່ນດຽວກັນໂດຍສະເພາະຜົນກະ ທົບ ຕໍ່ສະຖຽນລະພາບທາງດ້ານເສດຖະກິດມະຫາພາກ ທີ່ມີຄວາມບອບບາງຢູ່ແລ້ວ ເປັນຕົ້ນ ບັນຫາການຂາດດູນການຄ້າ ແລະ ເງິນຕາຕ່າງປະ ເທດ, ການເໜັງຕີງແຮງຂອງອັດຕາແລກປ່ຽນເງິນຕາ, ການເໜັງຕີງ ຂອງລາຄານ້ຳມັນເຊື້ອໄຟ, ລາຄາສິນຄ້າ, ເຄື່ອງອຸປະໂພກບໍລິໂພກທີ່ເພີ່ມຂຶ້ນສູງ.

ກອງປະຊຸມ ຈະສຳເລັດໃນວັນທີ 22.07 ຊຶ່ງຈະໄດ້ປຶກສາຫາລື, ຄົົ້ນຄວ້າ ແລະ ເປັນເອ ກະພາບກັນ ຕໍ່ 5 ຫົວຂໍ້ ທີ່ສໍາຄັນແລະເຄັ່ງຮ້ອນໃນການຈັດ ຕັ້ງຜັນຂະຫຍາຍແຜນພັດທະ ນາເສດຖະກິດ-ສັງຄົມຕິດພັນກັບບັນດາວຽກຈຸດສຸມຂອງ 2 ວາລະແຫ່ງຊາດ ທີ່ສະພາແຫ່ງ ຊາດໄດ້ຮັບຮອງ ກໍ່ຄືການແກ້ ໄຂບັນຫາລວມຂອງຊາດ ດັ່ງນີ້:

(1) ບົດສະຫຼຸບການເຄື່ອນ ໄຫວວຽກງານພົ້ນເດັ່ນ ໃນ 6 ເດືອນຕົ້ນປີ 2022 ແລະ ທິດ ທາງວຽກຈຸດສຸມ 6 ເດືອນທ້າຍປີ 2022 ຂອງລັດຖະ ບານ;
(2) ບົດລາຍງານແຜນປະຕິ ບັດຕົວຈິງ ກ່ຽວກັບການຈັດ ຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ຕິດພັນກັບແຜນປະຕິບັດຕົວຈິງ 2 ວາລະແຫ່ງຊາດ ແລະ ແຜນງົບປະມານແຫ່ງລັດ 6 ເດືອນທ້າຍປີ 2022 ຕາມມະຕິກອງປະຊຸມສະໄໝສາມັນ ເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ IX;
(3) ບົດລາຍງານສະພາບການປະຕິບັດນະໂຍບາຍອັດຕາດອກເບ້ຍທະນາຄານ ລວມທັງສະພາບການຄຸ້ມຄອງສະ ຖາບັນການເງິນຈຸລະພາກ, ຮ້ານແລກປ່ຽນເງິນຕາ, ໂຮງຊວດຈຳ ແລະ ຮ້ານຄຳ ໃນໄລ ຍະຜ່ານມາ ແລະ ສະເໜີທິດ ທາງຄາດໝາຍປັບປຸງໃນຕໍ່ໜ້າ;
(4) ບົດລາຍງານສະພາບການແກ້ໄຂການຂາດແຄນ, ບໍລິ ການນ້ຳມັນ ແລະ ການປັບປຸງໂຄງສ້າງລາຄານ້ຳມັນ ໃນປະຈຸ ບັນ ແລະ ທິດທາງຄາດໝາຍປັບປຸງໃນຕໍ່ໜ້າ;
(5) ບົດລາຍງານຜົນສຳເລັດ ໃນການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດ ຂອງພະຍາດໂຄວິດ-19 ແລະ ທິດທາງແຜນການ, ມາດຕະການໃນຕໍ່ໜ້າ ພາຍຫຼັງການເປີດປະເທດ ໃນວັນທີ (9 ພິຶດສະພາ 2022) ແລະ ການແກ້ໄຂພະຍາດຕາມລະດູການ (ໄຂ້ຍຸງລາຍ).

ໃນໂອກາດກ່າວເປີດກອງປະຊຸມ, ທ່ານປະທານກອງປະ ຊຸມ ໄດ້ຮຽກຮ້ອງບັນດາທ່ານ ສະມາຊິກລັດຖະບານ, ບັນດາທ່ານເຈົ້າແຂວງ ແລະເຈົ້າຄອງນະຄອນຫຼວງວຽງຈັນ ຈົ່ງພ້ອມກັນເອົາໃຈໃສ່ຄົ້ນຄວ້າ ແລະ ປະກອບຄຳເຫັນຢ່າງເລິກເຊິ່ງ ດ້ວຍການສະເໜີທັດສະນະ ຢ່າງກົງໄປກົງມາ, ກະທັດຮັດ, ມີຈຸດສຸມ ແລະ ມີທາງອອກທີ່ຈະແຈ້ງ ເພື່ອເຮັດໃຫ້ກອງປະຊຸມຄັ້ງນີ້ ມີປະສິດທິຜົນສູງ ແລະ ບັນລຸຕາມຄາດໝາຍທີ່ໄດ້ກຳນົດໄວ້.

ຮູບພາບ: ຄວາມສະຫງົບ, ແຫຼ່ງຂ່າວ: MediaLAOS

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...