spot_img
Homeຂ່າວພາຍ​ໃນສຶກສາອົບຮົມຜູ້ທີ່ມາຄອມເມັ້ນເສຍຫາຍ

ສຶກສາອົບຮົມຜູ້ທີ່ມາຄອມເມັ້ນເສຍຫາຍ

Published on

ສຶກສາອົບຮົມຜູ້ທີ່ມາຄອມເມັ້ນເສຍຫາຍ ທີ່ແຈ້ງການ ຂອງໂຮງໝໍສູນກາງ 103 ກອງທັບ.

ໃນວັນທີ 21 ກໍລະກົດ 2022 ຜ່ານມາທີ່ ຫ້ອງການ ປກສ ກຸ່ມເຂດນາຊວງ ເມືອງ ວຽງທອງ ແຂວງ ບໍລິຄຳໄຊ ໄດ້ມີການສຶກສາອົບຮົມຜູ້ທີ່ຄອມເມັ້ນທາງເຟດບຸນໄປໃນທາງທີ່ຂັດຕໍ່ແນວທາງເຊີ່ງແມ່ນ:ວັນທີ 20 ກໍລະກົດ 2022 ໄດ້ມີຜູ້ໃຊ້ເຟດບຸນຊື້ວ່າ( ມິວ ສິດ , ໃນພາສາໃທ) ແຕ່ຊື້ແທ້ແມ່ນ ທ້າວ ໄມລ້ານ ອາຍຸ 30 ປີ ປະຊາຊົນ ຢູ່ບ້ານ ນາວັງໄຄ ໄດ້ໄປຄອມເມັ້ນໃນ ແຈ້ງການ ຂອງໂຮງໝໍສູນກາງ 103 ກອງທັບ ທີ່ມີເນື້ອໃນທີ່ວ່າ ຫ້າມເອົາເງີນໃຫ້ແພດໝໍໃນທຸກກໍລະນີ(ໃສ່ຊອງຜ່າຕັດ),ຫ້າມຈ່າຍເງີນຕ່າງໆເພີ່ມທີ່ບໍມີບີນຂອງໂຮງໝໍທີ່ຖືກຕ້ອງ(ໃບອອກໂຮງໝໍ,ໃບວິເຄາະ,ໃບລັງສີ,ໃບລ້າງບາດ) ແລ້ວຜູ້ກ່ຽວໄດ້ໄປຄອມເມັ້ນໄປໃນທາງທີ່ຜິດ ແລະ ແຕະຕ້ອງເຖີ່ງໂຮງໝໍເມືອງ ວຽງທອງ ໃນຄອມເມັ້ນທີ່ວ່າ: (ໂຮງໝໍເມືອງວຽງທອງເປັນແບບຢ່າງ ຖ້າກຶນແຕ່ເງີນຢ່າງດຽວເວົ້າມາລະເບື່ອເລີຍ) ສະນັ້ນທາງ ປກສ ກຸ່ມເຂດນາຊວງ ແລະ ທາງໂຮງໝໍເມືອງ ຈີ່ງໄດ້ເອີ້ນຜູ້ກ່ຽວມາຂຽນບົດບັນທຶກ ແລະ ຮັບສະລະພາບ ຂໍໂທດຕໍ່ສັງຄົມໃນການຄອມເມັ້ນໃນເນື້ອໃນດັ່ງກ່າວພ້ອມທັງໃຫ້ລົບຄໍາຄອມເມັ້ນນັ້ນ.

ພາບ-ຂ່າວ: ສະຖານີ-ວິທະຍຸ ເມືອງ ວຽງທອງ

ບົດຄວາມຫຼ້າສຸດ

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...