spot_img
Homeຂ່າວພາຍ​ໃນຜູ້ປະຈຳການເລຂາທິການສູນກາງພັກ ເຂົ້າຢ້ຽມ ຂ່ຳນັບ ເລຂາທິການໃກຍ່ ພັກກອມມູນິດຫວຽດນາມ

ຜູ້ປະຈຳການເລຂາທິການສູນກາງພັກ ເຂົ້າຢ້ຽມ ຂ່ຳນັບ ເລຂາທິການໃກຍ່ ພັກກອມມູນິດຫວຽດນາມ

Published on

ໃນວັນທີ 18 ກໍລະກົດ 2022 ທີ່ນະຄອນຫລວງຮ່າໂນ້ຍ ສສ ຫວຽດນາມ, ສະຫາຍ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ເຂົ້າຢ້ຽມຂໍ່ານັບ ສະຫາຍ ຫງວຽນ ຟູ ຈ້ອງ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ພາຍຫລັງສໍາເລັດການເຂົ້າຮ່ວມເປີດພິທີສະເຫລີມສະຫລອງ ວັນສ້າງຕັ້ງສາຍພົວພັນການທູດ ຄົບຮອບ 60 ປີ ແລະ ວັນເຊັນສົນທິ ສັນຍາມິດຕະ ພາບ-ການຮ່ວມມື ລາວ-ຫວຽດນາມ ຄົບຮອບ 45 ປີ.

ໃນໂອກາດນີ້, ສະຫາຍ ບຸນທອງ ຈິດມະນີ ໄດ້ນໍາເອົາຄວາມຢື້ຢາມຖາມຂ່າວ ຂອງ ສະຫຍາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ພັກປະຊາຊົນ ປະຕິວັດລາວ ມາເຖິງສະຫາຍ ຫງວຽນ ຟູ ຈ້ອງ ແລະ ຍັງໄດ້ແຈ້ງຜົນສຳເລັດ ການສະເຫລີມສະຫລອງວັນສ້າງ ຕັ້ງສາຍພົວພັນການທູດ ຄົບຮອບ 60 ປີ ແລະ ວັນເຊັນສົນທິສັນຍາມິດຕະພາບ-ການຮ່ວມມື ລາວ-ຫວຽດນາມ ຄົບຮອບ 45 ປີ ໃຫ້ສະຫາຍເລຂາ ທິການໃຫຍ່ ຫງວຽນ ຟູຈ້ອງ ໄດ້ຮັບຊາບ. ການຢ້ຽມຢາມຢ່າງເປັນທາງການໃນຄັ້ງນີ້, ດໍາເນີນໄປດ້ວຍຜົນສຳ ເລັດອັນຈົບງາມ ເຊິ່ງເປັນການຮັດແໜ້ນ ການພົວພັນຮ່ວມມືໃນທຸກຂົງເຂດວຽກງານ ແລະ ສືບ ຕໍ່ສະໜັບສະໜູນຊ່ວຍເຫລືອ ເຊິ່ງກັນ ແລະ ກັນຕະຫລອດໄປ.

ພ້ອມທັງເປັນການເສີມຂະຫຍາຍສາຍພົວພັນມິດຕະພາບ ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ໃຫ້ກ້າວຂຶ້ນຢ່າງບໍ່ຢຸດຢັ້ງ.
ໂອກາດດຽວກັນ, ສະຫາຍ ຫງວຽນ ຟູ ຈ້ອງ ກໍໄດ້ສະແດງຄວາມປິຕິຍິນດີ ຕ້ອນ ຮັບ ແລະ ຕີລາຄາສູງຕໍ່ການຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການ ຂອງ ສະ ຫາຍ ບຸນທອງ ຈິດມະນີ ທີ່ໄດ້ນຳພາຄະນະເດີນທາງມາເຂົ້າຮ່ວມ ພິທີສະເຫລີມສະ ຫລອງປີສາມັກຄີມິດຕະພາບ ຫວຽດນາມ-ລາວ, ລາວ-ຫວຽດນາມ ເຊິ່ງເປັນການປະກອບສ່ວນອັນສຳຄັນ ເຮັດໃຫ້ການສະເຫລີມສະຫລອງ ສອງວັນປະຫວັດສາດດັ່ງກ່າວ ດຳເນີນໄປດ້ວຍຜົນສຳເລັດອັນຈົບງາມ ຮັກສາໄດ້ຄວາມສາມັກຄືປອງດອງອັນແໜ້ນແຟ້ນ ສະໜິດສະໜັມ ລະຫວ່າງປະຊາຊົນສອງຊາດ ລາວ-ຫວຽດນາມ ໃຫ້ນັບມື້ນັບແໜ້ນແຟ້ນ, ເລິກເຊິ່ງ ແລະ ຂະຫຍາຍ ຕົວຂຶ້ນໄປເລື້ອຍໆ.

ຈາກນັ້ນ ໃນຕອນເຊົ້າຂອງວັນທີ 19 ກໍ ລະກົດ 2022, ສະຫາຍ ບຸນທອງ ຈິມະນີ ຍັງໄດ້ ເຂົ້າຢ້ຽມພົບປະກັບ ສະຫາຍ ເວືອງ ດິງ ເຫວະ ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ສສ ຫວຽດນາມ ກ່ອນເດີນທາງກັບຄືນປະເທດ.

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...