spot_img
Homeຂ່າວພາຍ​ໃນສະເຫຼີມສະຫຼອງປີສາມັກຄີ ມິດຕະພາບ ລາວ-ຫວຽດນາມ 2022

ສະເຫຼີມສະຫຼອງປີສາມັກຄີ ມິດຕະພາບ ລາວ-ຫວຽດນາມ 2022

Published on

ສະເຫຼີມສະຫຼອງ ວັນສ້າງຕັ້ງສາຍພົວພັນທາງການທູດ ຄົບຮອບ 60 ປີ (5/9/1962-5/9/2022) ແລະ ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຄົບຮອບ 45 ປີ (18/7/1977-18/7/2022).

ລາວ ແລະ ຫວຽດນາມ ແມ່ນ ສອງປະເທດຖານບ້ານໃກ້ເຮືອນຄຽງ, ດຳລົງຊີວິດຮ່ວມກັນຢູ່ແຫຼມອິນດູຈີນ, ຮ່ວມສາຍພູຫຼວງທີ່ໃຫຍ່ໂຕມະໂຫຖານ, ຮ່ວມແມ່ນໍ້າຂອງ, ມີສາຍພົວພັນອັນສະໜິດຕິດພັນນຳກັນມາແຕ່ດົນນານ ໃນສະໄໝຕໍ່ສູ້ປົດປ່ອຍຊາດ. ບັນດາຈຸດພິເສດ, ສະພາບການດັ່ງກ່າວນັ້ນ ສອງປະເທດອ້າຍນ້ອງ ລາວ-ຫວຽດນາມ ຍິ່ງໄດ້ເພີ່ມພູນ ຄູນສ້າງສາຍພົວພັນ, ການຮ່ວມມືມິດຕະພາບ ແບບພິເສດ ອັນມີມູນເຊື້ອຍາວນານ ຕະຫຼອດໄລຍະ 60 ປີຜ່ານມາ.

ການພົວພັນ ລາວ-ຫວຽດນາມ ແມ່ນການພົວພັນແບບພິເສດ, ຫາຍາກໃນປະຫວັດສາດການພົວພັນກັບສາກົນ. “ໃນປະຫວັດສາດແຫ່ງການປະຕິວັດຂອງໂລກ ໄດ້ມີຫຼາຍແບບຢ່າງທີ່ດີເດັ່ນກ່ຽວກັບນ້ຳໃຈສາກົນກຳມະຊີບ, ແຕ່ບໍ່ມີແຫ່ງໃດ ແລະ ບໍ່ມີເວລາໃດທີ່ມີຄວາມສາມັກຄີສໍາພັນທະມິດສູ້ຮົບແບບພິເສດ, ຍາວນານ ແລະ ຮອບດ້ານຄືແນວນັ້ນ”. ນີ້ແມ່ນຄຳຢືນຢັນຂອງ ທ່ານປະທານ ໄກສອນ ພົນວິຫານ ເມື່ອເວົ້າເຖິງການພົວພັນ ລາວ-ຫວຽດນາມ ຊຶ່ງແມ່ນການພົວພັນລະຫວ່າງບັນດາເພື່ອນສະຫາຍ, ຮ່ວມທຸກຮ່ວມສຸກ, ຍາດເອົາໄຊຊະນະເທື່ອລະກ້າວ ແລະ ໄປເຖິງໄຊຊະນະສຸດທ້າຍ.

ພາຍຫຼັງທີ່ຫວຽດນາມ ປະຕິບັດສຳເລັດພາລະກິດໂຮມປະເທດຊາດເປັນເອກະລາດ ແລະ ປະເທດ ລາວ ໄດ້ຮັບການສະຖາປະນາເມື່ອປີ 1975, ການພົວພັນລະຫວ່າງ ລາວ-ຫວຽດນາມ ໄດ້ຫັນໄປສູ່ໄລຍະໃໝ່. ນັ້ນແມ່ນການພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ຊຶ່ງພະຍານຫຼັກຖານທີ່ມີຊີວິດຊີວາ ນັ້ນແມ່ນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ລາວ-ຫວຽດນາມ ຊຶ່ງໄດ້ຮັບການລົງນາມໃນວັນທີ 18 ກໍລະກົດ 1977. ນັບແຕ່ນັ້ນມາ, ການພົວພັນ ລາວ-ຫວຽດນາມ ໄດ້ກ້າວເຂົ້າສູ່ໃບໜ້າໃໝ່:

ຈາກການຮ່ວມສໍາພັນທະມິດສູ້ຮົບ, ຮ່ວມຂຸມຄອງດຽວກັນ ຫັນໄປສູ່ການຮ່ວມມືຮອບດ້ານລະຫວ່າງສອງປະເທດທີ່ມີ ເອກະລາດ, ອະທິປະໄຕ. ຕາມສົນທິສັນຍາມິດຕະພາບ ແລະ ການຮ່ວມມື, ສອງຝ່າຍໃຫ້ຄຳໝັ້ນສັນຍາຮ່ວມມືຢ່າງຮອບດ້ານ ເພື່ອພ້ອມກັນພັດທະນາ, ພ້ອມກັນມີຊີວິດວັດທະນາຖາວອນ. ສົນທິສັນຍາແມ່ນບົນພື້ນຖານເພື່ອໃຫ້ ສອງປະເທດເປີດກວ້າງການພົວພັນໃນທຸກຂົງເຂດ: ທາງດ້ານການເມືອງ, ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ການພົວພັນຕ່າງປະເທດ, ຕະຫຼອດຮອດເສດຖະກິດ, ການຄ້າ, ການລົງທຶນ, ການສຶກສາ-ບຳລຸງສ້າງ ແລະ ຮັກສາຄວາມເປັນລະບຽບຮຽບຮ້ອຍຢູ່ເຂດຊາຍແດນຂອງສອງປະເທດ;

ໃນນັ້ນ, ການຮ່ວມມືດ້ານເສດຖະ ກິດ ຍາມໃດກໍມີທີ່ຕັ້ງສໍາຄັນແຖວໜ້າ, ດ້ວຍຄວາມປາຖະໜາຢາກເປັນກຳລັງໜູນ ຊຸກຍູ້ການພັດທະນາຂອງການພົວພັນຮ່ວມມືອື່ນໆ; ສອງຝ່າຍຖືເປັນສໍາຄັນການຮ່ວມມືດ້ານເສດຖະກິດ, ສົມທົບກັນຢ່າງແໜ້ນແຟ້ນເພື່ອຍົກສູງປະສິດທິຜົນ, ໃຫ້ສົມກັບການພົວພັນ ທາງດ້ານການເມືອງ ແລະ ຄວາມສາມາດບົ່ມ ຊ້ອນ, ທ່າແຮງຂອງສອງປະເທດ.

ມາຮອດປັດຈຸບັນ, ລາວ ໄດ້ອອກໜັງສືອະນຸຍາດໃຫ້ 417 ໂຄງການລົງທຶນຂອງບັນດາວິສາຫະກິດຫວຽດນາມ ຢູ່ລາວ, ມູນຄ່າການລົງທຶນໄດ້ 4,3 ຕື້ໂດລາ. ວົງເງິນການຄ້າສອງສົ້ນກໍເພີ່ມຂຶ້ນຢ່າງຕໍ່ເນືອງໃນຊຸມປີຜ່ານມາ, ປີ 2021 ບັນລຸໄດ້ 1,37 ຕື້ໂດລາ ທຽບໃສ່ປີ 2020 ເພີ່ມຂຶ້ນ 33,3%. ຄຽງຂ້າງບັນດາຂົງເຂດຮ່ວມມືດ້ານເສດຖະກິດ, ການຮ່ວມມືດ້ານການສຶກສາ-ບຳລຸງສ້າງ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຍາມໃດສອງປະເທດກໍໄດ້ຍູ້ແຮງຢ່າງຕໍ່ເນື່ອງ ແລະ ເປັນປະຈຳ; ປີ 2022 ແມ່ນປີພິເສດໃນການພົວພັນ ລາວ-ຫວຽດນາມ, ເປັນຂີດໝາຍ 60 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ແລະ 45 ປີ ແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື. ມີການເຄື່ອນໄຫວຫຼາຍຢ່າງ ພວມດຳເນີນຢ່າງເປັນຂະບວນຟົດຟື້ນ ແລະ ກວ້າງຂວາງຢູ່ພາຍໃນສອງປະເທດເຊັ່ນ: ໄດ້ມີການພົວພັນ, ພົບປະຂອງແຕ່ລະການນຳຂັ້ນຕ່າງໆ, ນັບແຕ່ສູນກາງລົງຮອດທ້ອງຖິ່ນ, ທັງສອງຝ່າຍລ້ວນແຕ່ຢືນຢັນຖືເປັນສຳຄັນ ແລະ ເປັນບຸລິມະສິດໃນການເອື້ອອຳນວຍຄວາມສະດວກໃຫ້ແກ່ກັນ ແລະ ກັນ ໃນການປັບປຸງ ແລະ ເພີ່ມທະວີການພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານ ລາວ-ຫວຽດນາມ, ຖືເປັນຊັບສົມບັດອັນລ້ຳຄ່າຈຳເປັນຕ້ອງໄດ້ມີການປົກປັກຮັກສາ ແລະ ສືບທອດໃຫ້ຄົນຮຸ່ນຕໍ່ໆໄປ.

ຄວາມຢືດໝັ້ນຕັດສິນໃຈຂອງທັງສອງຝ່າຍໃນການພ້ອມກັນປົກປັກຮັກສາ ແລະ ເພີ່ມທະວີສາຍພົວພັນທີ່ເປັນມູນເຊື້ອ ແລະ ຫາຍາກລະຫວ່າງລາວ ແລະ ຫວຽດນາມ, ເຮັດໃຫ້ການພົວພັນດັ່ງກ່າວ ພັດທະນາຢ່າງບໍ່ຢຸດຢັ້ງໃຫ້ຂຶ້ນສູ່ລະດັບໃໝ່. ເຮັດໃຫ້ການພົວພັນ ລະຫວ່າງ ລາວ-ຫວຽດນາມ ມີຄວາມເລິກເຊິ່ງກວ່າເກົ່າ ດ້ວຍບັນດາການເຄື່ອນໄຫວຮ່ວມມືລະອຽດ ແລະ ແທ້ຈິງ.

ແຫຼ່ງຂ່າວຈາກ ປະຊາຊົນ

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...