spot_img
Homeຂ່າວພາຍ​ໃນຫຼວງພະບາງ ພົວພັນຮ່ວມມື ກັບ ສສ ຫວຽດນາມ ພັດທະນາພື້ນຖານໂຄງລ່າງດ້ານເສດຖະກິດ

ຫຼວງພະບາງ ພົວພັນຮ່ວມມື ກັບ ສສ ຫວຽດນາມ ພັດທະນາພື້ນຖານໂຄງລ່າງດ້ານເສດຖະກິດ

Published on

ການພົວພັນຮ່ວມມື ລະຫວ່າງ ແຂວງຫຼວງພະບາງ ກັບ ສສ ຫວຽດນາມ ໃນຫຼາຍຂົງເຂດ ຫຼາຍຂະແໜງ ນັບຕັ້ງແຕ່ອະດີດຈົນເຖິງປັດຈຸບັນ ແມ່ນມີຜົນສໍາເລັດເປັນກ້າວໆມາ.ໃນຂົງເຂດເສດຖະກິດ ສອງຝ່າຍໄດ້ມີການຮ່ວມມືໃນການສ້າງໂຄງລ່າງພື້ນຖານດ້ານເສດຖະກິດເຮັດໃຫ້ມີຄວາມສາມາດຜະລິດ ເປັນສິນຄ້າຈໍາໜ່າຍຕາມທ້ອງຕະຫຼາດພາຍໃນ ແລະ ສົ່ງອອກ.

ນັບແຕ່ປີ 2016-2020 ພະແນກກະສິກໍາ ແລະ ພັດທະນາຊົນນະບົດແຂວງດຽນບຽນ ໄດ້ຊ່ວຍເຫຼືອແຂວງຫຼວງພະບາງ ມູນຄ່າ 1.200 ລ້ານດົງ (ສະກຸນເງິນຫວຽດນາມ) ເພື່ອກໍ່ສ້າງນໍ້າລິນ ທີ່ສູນດອນຄໍາ ເມືອງນໍ້າບາກ, ຕົວແບບປັບປຸງແນວພັນໝາກກ້ຽງ; ຝຶກອົບຮົມການປ້ອງກັນ ແລະ ປາບຕັກກະແຕນປີກແຂງ, ກໍ່ສ້າງເຮືອນຮົ່ມ (ເພາະພັນຕົ້ນໄມ້ກິນໝາກ) ສ້າງໜອງປາທີ່ສູນຖິ່ນຊົມ ນະຄອນຫຼວງພະບາງ. ນອກຈາກນັ້ນ, ຍັງຊ່ວຍເຫຼືອດ້ານວຽກງານຄຸ້ມຄອງການຈັດການ, ຝຶກອົບຮົມເຕັກນິກຍົກສູງວິທີການປູກໝາກກ້ຽງ, ປູກເຫັດ ແລະ ລ້ຽງສັດ… ພະແນກກະສິກໍາ ແລະ ພັດທະນາຊົນນະບົດ ນະຄອນຮ່າໂນ້ຍ ຊ່ວຍເຫຼືອພັດທະນາວຽກງານກະສິກຳຢູ່ເມືອງນ້ຳບາກ ແລະ ເມືອງຫຼວງພະບາງ (ເລີ່ມປີ 2014-2016) ມູນຄ່າທັງໝົດ 9.282.474.000 ດົງ ຫຼື ເທົ່າກັບ 3.712.989.600 ກີບ.

ປະກອບມີ 2 ໂຄງການໃຫຍ່ຄື: ໂຄງການຂະຫຍາຍແນວພັນໝາກກ້ຽງ ແລະ ເຮືອນຮົ່ມຢູ່ເມືອງນ້ຳບາກ 3 ປີ (2014-2016) ມູນຄ່າ 4.268.108.000 ດົງ ຫຼື ເທົ່າກັບ 1.707.243.200 ກີບ. ອົງການກາແດງ ສສ ຫວຽດນາມ ຊ່ວຍເຫຼືອປະຊາຊົນເມືອງໂພນທອງ ເພື່ອຈັດຕັ້ງປະຕິບັດໂຄງການພັດທະນາການລ້ຽງງົວ ຈໍານວນ 417.873.750 ດົງ ຫຼື ​ເທົ່າ​ກັບ 159.190.000 ກີບ. ນອກນັ້ນ, ພະ​ແນ​ກກະສິກໍາ ​ແລະ​ ພັດທະນາ​ຊົນນະບົດ ແຂວງດຽນບຽນ ໄດ້ສົ່ງພະນັກງານວິຊາການມາຝຶກອົບຮົມການຜະລິດເຈ້ຍປໍສາໃຫ້ປະຊາຊົນ ທີ່ບ້ານຊ່າງຄ້ອງ ເມືອງຫຼວງພະບາງ. ພະແນກອຸດສາຫະກຳ ແລະ ການຄ້າ ແຂວງຫຼວງພະບາງ ໄດ້ເຊັນບົດບັນທຶກຮ່ວມມືຊຸກຍູ້ການເຄື່ອນໄຫວສົ່ງອອກ-ນໍາເຂົ້າ, ພົວພັນແລກປ່ຽນສິນຄ້າ; ສະໜັບສະໜູນວິສາຫະກິດຜະລິດ, ສົ່ງສິນຄ້າທີ່ມີຄຸນປະໂຫຍດສູງ, ຜະລິດຕະພັນເອກະລັກຂອງສອງຝ່າຍ, ຂຸດຄົ້ນທ່າແຮງຢູ່ດ່ານລະຫວ່າງຊາດ. ປະສານສົມທົບຜັນຂະຫຍາຍສໍາຫຼວດ, ສ້າງໂຄງການກໍ່ສ້າງຕະຫຼາດຊາຍແດນຕາມແຜນການເຊື່ອມໂຍງຕະຫຼາດນັດຊາຍແດນ. ປີ 2016-2020 ລວມຍອດມູນຄ່າສົ່ງອອກ-ນໍາເຂົ້າສິນຄ້າ ແລະ ການບໍລິການ ລະຫວ່າງ ແຂວງຫຼວງພະບາງ ແລະ ແຂວງດຽນບຽນ ແຕ່ປີ 2016 ຮອດປັດຈຸບັນ ບັນລຸໄດ້ປະມານ 47,5 ລ້ານໂດລາ (ໃນນັ້ນ, ແຂວງຫຼວງພະບາງ ສົ່ງອອກໄປແຂວງດຽນບຽນ ບັນລຸ 19,9 ລ້ານໂດລາ, ແຂວງຫຼວງພະບາງ ນໍາເຂົ້າຈາກແຂວງດຽນບຽນ ບັນລຸ 27,6 ລ້ານໂດລາ).

ຫ້ອງການຕົວແທນອຸດສາຫະກຳ ແລະ ການຄ້າແຂວງດຽນບຽນ ສສ ຫວຽດນາມ ທີ່ຕັ້ງຢູ່ ແຂວງຫຼວງພະບາງ ໄດ້ເຄື່ອນໄຫວຊຸກຍູ້ສົ່ງເສີມບັນດາວິສາຫະກິດເອກະຊົນຂອງຊາວຫວຽດນາມ ທີ່ກຳລັງດໍາລົງຊີວິດ ແລະ ທໍາມາຫາກິນຢູ່ຫຼວງພະບາງ ເຂົ້າຮ່ວມງານຕະຫຼາດນັດ ທີ່ພະແນກອຸດສາຫະກໍາ ແລະ ການຄ້າ ບັນດາແຂວງພາກເໜືອຂອງລາວຈັດຂຶ້ນ; ເພື່ອສ້າງເງື່ອນໄຂການພົວພັນລະຫວ່າງບັນດາບໍລິສັດຂອງແຂວງດຽນບຽນ ສສ ຫວຽດນາມ ເຮັດວຽກກັບບັນດາວິສາຫະກິດຂອງລາວໄດ້ຢ່າງມີປະສິດທິຜົນ ແລະ ຮ່ວມມືກັນສ້າງຕະຫຼາດໃຈກາງກຸ່ມບ້ານນາຫຼວງ ເມືອງໂພນທອງ ແຂວງຫຼວງພະບາງ ມູນຄ່າ 800 ລ້ານກີບ, ທຶນພາຍໃນ 480 ລ້ານກີບ, ທຶນຫວຽດນາມ 320 ລ້ານກີບ (ໂຄງການ 2014-2016).

ສໍາລັບດ້ານຄົມມະນາຄົມ-ຂົນສົ່ງ ຂະແໜງຄົມມະນາຄົມ-ຂົນສົ່ງ ລະຫວ່າງ ແຂວງຫຼວງພະບາງ ແລະ ບັນດາແຂວງຂອງ ສສ ຫວຽດນາມ ໄດ້ເພີ່ມທະວີແລກປ່ຽນຮ່ວມມື, ຄຸ້ມຄອງການຂົນສົ່ງຜູ້ໂດຍສານສາຍສາກົນດຽນບຽນ-ຫຼວງພະບາງ; ຫຼວງພະບາງ-ຮ່າໂນຍ ແລະ ແຂວງອື່ນໆ ທາງອາກາດ ແລະ ທາງບົກ ເປັນປົກກະຕິ ແລະ ຍົກລະດັບການບໍລິການຂົນສົ່ງຜູ້ໂດຍສານຢ່າງມີຄຸນນະພາບ, ຕອບສະໜອງຄວາມຮຽກຮ້ອງຕ້ອງການທາງດ້ານການຄົມມະນາຄົມ ຂົນສົ່ງສິນຄ້າຢ່າງສະດວກ.

ສໍາລັບທິດທາງໃນຕໍ່ໜ້າ, ໃນການພົວພັນຮ່ວມມືລົງທຶນດ້ານເສດຖະກິດ ລະຫວ່າງ ແຂວງຫຼວງພະບາງ ແລະ ບັນດາແຂວງ ຂອງ ສສ ຫວຽດນາມ ແມ່ນສືບຕໍ່ຊຸກຍູ້ສົ່ງເສີມການຄ້າ, ໂຄສະນາທ່າແຮງ, ແຈ້ງບັນຊີຮຽກຮ້ອງການລົງທຶນ, ປັບປຸງເອກະສານທາງການ, ຄົ້ນຄວ້ານະໂຍບາຍຢ່າງເໝາະສົມຕາມກົດໝາຍ ແລະ ນິຕິກໍາໃຕ້ກົດໝາຍທີ່ລັດຖະບານກໍານົດ, ສະໜັບສະໜູນພາກສ່ວນເສດຖະກິດສໍາຫຼວດ, ລົງທຶນທໍາການຜະລິດທຸລະກິດໃນທຸກຂົງເຂດ. ສືບຕໍ່ຊີ້ນໍາບັນດາຂະແໜງການທີ່ມີບົດບາດ, ປັບປຸງເອກະສານທາງການ ໃນການປະກອບເອກະສານເຂົ້າອອກເມືອງ, ນໍາເຂົ້າ ແລະ ສົ່ງອອກສິນຄ້າໃຫ້ມີຄວາມສະດວກວ່ອງໄວຂຶ້ນກວ່າເກົ່າ. ຊີ້ນໍາບັນດາວິສາຫະກິດນໍາເຂົ້າ – ສົ່ງອອກສິນຄ້າຂອງທັງສອງຝ່າຍ ໃຫ້ເນັ້ນໃສ່ສິນຄ້າທີ່ເປັນເອກະລັກເຂົ້າມາຈໍາຫນ່າຍ ເພື່ອສົ່ງເສີມສີໄມ້ລາຍມືຂອງປະຊາຊົນແຕ່ລະທ້ອງຖິ່ນ. ພ້ອມທັງຈັດຕັ້ງປະຕິບັດຂໍ້ຕົກລົງທາງການຄ້າ, ການຄ້າຊາຍແດນ ລາວ-ຫວຽດນາມ ແນໃສ່ພັດທະນາສາຍພົວພັນການຄ້າລະຫວ່າງ ສອງຝ່າຍໃຫ້ມີປະສິດທິຜົນຍິ່ງຂຶ້ນ. ແຂວງຫຼວງພະບາງ ແລະ ບັນດາແຂວງທີ່ຕິດກັບຊາຍແດນຂອງ ສສ ຫວຽດນາມ ຈະພ້ອມກັນຄົ້ນຄວ້າ, ສໍາຫຼວດ, ລົງທຶນສ້າງຕະຫຼາດຊາຍແດນ ລາວ-ຫວຽດນາມ ໃນປີ 2025. ຈັດຕັ້ງໃຫ້ບັນດາວິສາຫະກິດເຂົ້າຮ່ວມວາງສະແດງ ແລະ ຂາຍສິນຄ້າຢູ່ຕະຫຼາດນັດ ໂດຍແມ່ນສອງແຂວງຄື: ຫຼວງພະບາງ ແລະ ກຽນບຽນ ທີ່ມີຊາຍແດນເຊື່ອມຈອດກັນເປັນເຈົ້າການຈັດຂຶ້ນ. ຜັນຂະຫຍາຍບັນດານະໂຍບາຍການເຄື່ອນໄຫວ ນໍາເຂົ້າ ແລະ ສົ່ງອອກ ແລະ ການຄ້າຊາຍແດນ, ກົນໄກພິເສດພາສີ ນໍາເຂົ້າ-ສົ່ງອອກ ສໍາລັບສິນຄ້າທີ່ມາຈາກສອງປະເທດ, ເປັນເອກະພາບກັນເພີ່ມທະວີການເຄື່ອນໄຫວຮ່ວມມື, ຄົ້ນຄວ້າບັນດາກົນໄກ, ນະໂຍບາຍຊ່ວຍເຫຼືອການເຊື່ອມໂຍງ. ສືບຕໍ່ສ້າງເງື່ອນໄຂ, ສະໜັບສະໜູນບັນດາວິສາຫະກິດ, ນິຕິບຸກຄົນຂອງ ຫວຽດນາມມາລົງທຶນນັບມື້ນັບຫຼາຍຂຶ້ນ, ຮ່ວມມືຜະລິດປຸງແຕ່ງຜະລິດຕະພັນກະສິກໍາເປັນສິນຄ້າ. ແລກ ປ່ຽນບົດຮຽນ, ຖ່າຍທອດວິທີການຜະລິດທີ່ມີປະສິດທິຜົນ ແລະ ອື່ນໆ ຕາມບົດບັນທຶກຊ່ວຍຈໍາຂອງທັງສອງຝ່າຍທີ່ໄດ້ເຊັນກັນ.

ແຫຼ່ງຂ່າວຈາກ ປະຊາຊົນ

ບົດຄວາມຫຼ້າສຸດ

ການສຳຫຼວດ-ອອກແບບ ເສັ້ນທາງວົງແຫວນອ້ອມຮອບນະຄອນ ຫຼວງພະບາງ ແລະ ເມືອງຈອມເພັດ ພ້ອມຂົວຂ້າມນໍ້າຂອງ 1 ແຫ່ງ

ສຳຫຼວດ-ອອກແບບ ເສັ້ນທາງວົງແຫວນອ້ອມຮອບນະຄອນ ຫຼວງພະບາງ ແລະ ເມືອງຈອມເພັດ ແຫຼ່ງຂ່າວຈາກ ແຂວງຫຼວພະບາງ ໃຫ້ຮູ້ວ່າ: ພິທີເຊັນສັນຍາໃນການສຳຫຼວດ-ອອກແບບ, ຄິດໄລ່ປະເມີນມູນຄ່າໂຄງການ, ຂຽນບົດວິພາກເສດຖະກິດ-ເຕັກນິກ, ສຶກສາຜົນກະທົບສິ່ງແວດລ້ອມ-ສັງຄົມ ເສັ້ນທາງວົງແຫວນອ້ອມຮອບນະຄອນ ຫຼວງພະບາງ ແລະ...

ຝູງສິງໂຕລຸມກັດກິນເຈົ້າໜ້າທີ່ສວນສັດຈົນເສຍຊີວິດ ຂະນະທີ່ເພື່ອນຮ່ວມງານເປີດເຜີຍຜູ້ເສຍຊີວິດບໍ່ເຄີຍລະເມີດກົດລະບຽບມາກ່ອນ

ສະຫຼົດ! ຝູງໂຕສິງລຸມກັດກິນເຈົ້າໜ້າທີ່ສວນສັດຈົນເສຍຊີວິດ ທີ່ສວນສັດແຫ່ງໜຶ່ງໃນກຸງເທບມະຫານະຄອນ ປະເທດໄທ. ສຳນັກຂ່າວໄທລາຍງານ ວັນທີ 10 ກັນຍາ 2025 ຜ່ານມາ, ກ່ຽວກັບເຫດການສຸດສະຫຼົດ ເມື່ອເຈົ້າທີ່ດູແລສວນສັດ ຖືກຝູງໂຕສິງລຸມກັດກິນ ຢູ່ສວນສັດຊາຟາລີເວີດ ໃນກຸງເທບມະຫານະຄອນ...

ສະຫະລັດເດືອດ! ຊາລີ ເຄິກ ນັກເຄື່ອນໄຫວຜູ້ສະໜັບສະໜູນ ທຣຳ ຜູ້ນຳສະຫະລັດ ຖືກລັກລອບຍິງເສຍຊີວິດ

ຊາລີ ເຄິກ ນັກເຄື່ອນໄຫວຜູ້ສະໜັບສະໜູນ ທຣຳ ຜູ້ນຳສະຫະລັດ ຖືກລັກລອບຍິງເສຍຊີວິດ ໃນຂະນະຮ່ວມງານໃນມະຫາວິທະຍາໄລ ຍູທາ. ສຳນັກຂ່າວ ບີບີຊີ ລາຍງານ ໃນວັນທີ 11 ກັນຍາ 2025...

ລາວກຽມພ້ອມພັດທະນາ ແບບຈຳລອງປັນຍາປະດິດ ເພື່ອໃຫ້ AI ປະມວນຜົນພາສາລາວໄດ້ຢ່າງຖືກຕ້ອງ

ເພື່ອພັດທະນາກໍ່ສ້າງແບບຈໍາລອງປັນຍາປະດິດຂະໜາດໃຫຍ່ ສໍາລັບ ສປປ ລາວ ແລະ ກໍ່ສ້າງຖານຂໍ້ມູນພາສາລາວໃຫ້ຄົບຖ້ວນ, ຖືກຕ້ອງ, ຊັດເຈນ ແລະ ສາມາດນໍາໃຊ້ເປັນພື້ນຖານສໍາລັບ AI ແລະ ການນໍາໃຊ້ດີຈີຕອນໃນ ສປປ...