spot_img
Homeຂ່າວພາຍ​ໃນສະຫະລັດອາເມລິກາ ແລະ ນອກແວສືບຕໍ່ສະໜັບສະໜູນການສຳຫຼວດ ແລະ ກວດກູ້ ລບຕ ໃນ ສປປ ລາວ

ສະຫະລັດອາເມລິກາ ແລະ ນອກແວສືບຕໍ່ສະໜັບສະໜູນການສຳຫຼວດ ແລະ ກວດກູ້ ລບຕ ໃນ ສປປ ລາວ

Published on

ລັດຖະບານ ສະຫະລັດອາເມລິກາ ແລະ ລັດຖະບານນອກແວ ສືບຕໍ່ຄຳໝັ້ນສັນຍາທີ່ມີມາແຕ່ຍາວນານ ໃນການສະໜັບສະໜູນຂະແໜງການກວດກູ້ລະເບີດທີ່ບໍ່ທັນແຕກ (ລບຕ) ໃນ ສປປ ລາວ, ໂດມອບທຶນຊ່ວຍເຫຼືອລ້າ ຫຼາຍກວ່າ 9,1 ລ້ານ ໂດລາສະຫະລັດ ໃຫ້ແກ່ ອົງການຊ່ວຍເຫຼືອລ້າຂອງປະຊາຊົນນອກແວ (ອົງການ ເອັນພີເອ) ເພື່ອສະໜັບສະໜູນໃນການປະຕິບັດງານ ສໍາຫຼວດ ແລະ ເກັບກູ້ລະເບີດບໍ່ທັນແຕກ ໃນ 4 ແຂວງພາກໃຕ້ ສປປ ລາວ.

ບົດບັນທຶກຄວາມເຂົ້າໃຈ (MOU) ສະບັບດັດແກ້ ແມ່ນໄດ້ຮັບການອະນຸມັດຈາກ ກະຊວງການຕ່າງປະເທດ ໃນວັນທີ 30 ພຶດສະພາ 2022 ແລະ ໄດ້ລົງລາຍເຊັນ ໂດຍ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຕາງໜ້າໂດຍ ຫ້ອງການຄະນະກໍາມະການແຫ່ງຊາດ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງ (ຄຊກລ) ແລະ ອົງການ ເອັນພີເອ ໃນວັນທີ 10 ມິຖຸນາ 2022, ມີຜົນສັກສິດຈົນເຖິງ ວັນທີ 31 ມີນາ 2023. ງົບປະມານທັງໝົດຂອງ ບົດບັນທຶກຄວາມເຂົ້າໃຈ ແມ່ນບໍ່ໄດ້ລວມເອົາທຶນສົມທົບຈາກຜູ້ໃຫ້ທຶນໃນຮ່ວງ ຄ່າໃຊ້ຈ່າຍບໍລິຫານ ຂອງ ສໍານັກງານໃຫຍ່ ຕາມທີ່ລະບຸໄວ້ໃນ ຂໍ້ແນະນໍາກ່ຽວກັບການຮ່າງ ບົດບັນທຶກຄວາມເຂົ້າໃຈ ຂອງລັດຖະບານ ສປປ ລາວ.

ລັດຖະບານສະຫະລັດອາເມລິກາ ໄດ້ເພີ່ມທຶນຊ່ວຍເຫຼືອລ້າໃນການສະໜັບສະໜູນເຂົ້າໃນວຽກງານການສໍາຫຼວດ ແລະ ເກັບກູ້ ລບຕ ໃນ ສປປ ລາວ ໃນປີ 2022, ເພີ່ມຂຶ້ນຈາກທຶນຊ່ວຍເຫຼືອລ້າຂອງສົກປີ 2021. ພາຍໃຕ້ທຶນດັ່ງກ່າວນີ້, ອົງການ ເອັນພີເອ ຈະໄດ້ຮັບທຶນ 8.500.000 ໂດລາສະຫະລັດ ຈາກ ຫ້ອງການການເມືອງທະຫານຂອງ ກະຊວງການຕ່າງປະເທດ ສະຫະລັດອາເມລິກາ ໃນໄລຍະວັນທີ 01 ມັງກອນ – 15 ກຸມພາ 2023. ຄຽງຄູ່ກັນນີ້, ໃນປີ 2022 ອົງການ ເອັນພີເອ ກໍ່ໄດ້ຮັບທຶນຈໍນວນ 7.000.000 ນ໋ອກ (ສະກຸນເງິນນ໋ອກແວ) ຈາກ ກະຊວງການຕ່າງປະເທດນຶກແວ ແລະ 350.000  ນ໋ອກ (ສະກຸນເງິນນ໋ອກແວ) ຈາກ ສະຫະພັນແຮງງານແຫ່ງປະເທດນອກແວ.

ທຶນຊ່ວຍເຫຼືອລ້າທີ່ເພີ່ມຂຶ້ນນີ້ ຈະເຮັດໃຫ້ ອົງການ ເອັນພີເອ ສາມາດຂະຫຍາຍການປະຕິບັດງານ ການສໍາຫຼວດ ແລະ ກວດກູ້ ໃນທົ່ວແຂວງພາກໃຕ້. ເຊິ່ງມັນຈະຊ່ວຍໃຫ້ມີຄວາມປອດໄພໃນການດໍາລົງຊີວິດ ທັງຫຼຸດຜ່ອນໄພຂົ່ມຂູ່ຈາກ ລບຕ ແລະ ຊ່ວຍສ້າງສາທາງດ້ານເສດຖະກິດ-ສັງຄົມ ໃຫ້ເກີດຜົນປະໂຫຍດໃຫ້ແກ່ຫຼາຍພັນຄອບຄົວ ໃນ ຫຼານຮ້ອຍໝູ່ບ້ານ ທົ່ວແຂວງອັດຕະປື, ຈໍາປາສັກ, ສາລະວັນ ແລະ ເຊກອງ. ການເພີ່ມທຶນຂອງລັດຖະບານ ສະຫະລັດອາເມລິກາ ຍັງປະກອບສ່ວນເຂົ້າໃນການສ້າງວຽກເຮັດງານທໍາໃຫ້ແກ່ປະຊາຊົນຫຼາຍກວາ 430 ຄົນ ໃນເຂດທີ່ ອົງການ ເອັນພີເອ ພວມປະຕິບັດງານ.

ໃນພິທີປະຖົມນິເທດຢ່າງເປັນທາງການ, ທີ່ຈັດຂຶ້ນໃນມື້ນີ້ ທີ່ ແຂວງສາລະວັນ ຄັ້ງວັນທີ 08 ກໍລະກົດ 2022, ໄດ້ຮັບກຽດເຂົ້າຮ່ວມໂດຍທ່ານ ສົມໃຈ ອຸ່ນຈິດ, ຮອງເຈົ້າແຂວງສາລະວັນ, ທ່ານ ຈັນທະລາ ວັນນະຫົງ, ຮອງຫົວໜ້າພະແນກ ອົງການຈັດຕັ້ງສາກົນ ກະຊວງການຕ່າງປະເທດ, ທ່ານ ດວງສີ ທໍາມະວົງ, ຮອງຫົວໜ້າຫ້ອງການຄະນະກໍາມະການແຫ່ງຊາດ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງ (ຄຊກລ), ທ່ານ ທິບພະສອນ ສຸຂະທໍາມະວົງ, ຫົວໜ້າພະແນກແຜນການ ແລະ ການຮ່ວມມືສາກົົນ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແລະ ຕາງໜ້າອົງການປົກຄອງທ້ອງຖິ່ນຂອງແຂວງອັດຕະປື, ຈໍາປາສັກ, ສາລະວັນ ແລະ ເຊກອງ.

ໃນພິທີປະຖົມນິເທດຢ່າງເປັນທາງການ, ທີ່ຈັດຂຶ້ນໃນມື້ນີ້ ທີ່ ແຂວງສາລະວັນ ຄັ້ງວັນທີ 08 ກໍລະກົດ 2022, ໄດ້ຮັບກຽດເຂົ້າຮ່ວມໂດຍທ່ານ ສົມໃຈ ອຸ່ນຈິດ, ຮອງເຈົ້າແຂວງສາລະວັນ, ທ່ານ ຈັນທະລາ ວັນນະຫົງ, ຮອງຫົວໜ້າພະແນກ ອົງການຈັດຕັ້ງສາກົນ ກະຊວງການຕ່າງປະເທດ, ທ່ານ ດວງສີ ທໍາມະວົງ, ຮອງຫົວໜ້າຫ້ອງການຄະນະກໍາມະການແຫ່ງຊາດ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງ (ຄຊກລ), ທ່ານ ທິບພະສອນ ສຸຂະທໍາມະວົງ, ຫົວໜ້າພະແນກແຜນການ ແລະ ການຮ່ວມມືສາກົົນ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແລະ ຕາງໜ້າອົງການປົກຄອງທ້ອງຖິ່ນຂອງແຂວງອັດຕະປື, ຈໍາປາສັກ, ສາລະວັນ ແລະ ເຊກອງ.

ພະນະທ່ານ ນາງ Grete Løchen ເອກອັກຄະລັດຖະທູດນອກແວ ປະຈໍານະຄອນ ຮ່າໂນ້ຍ, ເຊິ່ງເປັນຜູ້ຮັບຜິດຊອບວຽກງານການຕ່າງປະເທດນອກແວ ໃນ ສປປ ລາວ ກໍ່ໄດ້ກ່າວວ່າ “ຂ້າພະເຈົ້າດີໃຈຫຼາຍໃນພິທີເຊັນ ບົດບັນທຶກຄວາມເຂົ້າໃຈ ໃນມໆນີ້.

ອົງການ ເອັນພີເອ ແມ່ນຮ່ວມຮ່ວມງານທີ່ສໍາຄັນ ຂອງ ລັດຖະບານນອກແວ ໃນວຽກງານແກ້ໄຂບັນຫາ ລບຕ ໃນລະດັບສາກົນ ທີ່ໄດ້ເລີ່ມປະຕິບັດງານ ໃນ ສປປ ລາວ ນັບແຕປີ 2009. ອົງການ ເອັນພີເອ ມີປະຫວັດຍາວນານໃນວຽກງານ ການສໍາຫຼວດ ແລະ ກວດກູ້ ທັງຢູ່ ສປປ ລາວ ແລະ ໃນຂົງເຂດພາກພື້ນ. ໂດຍມຮວິທີການປະຕິບັດງານອັນສະເພາະ ແລະ ໃຫ້ບຸລິມະສິດໃນການ ສ້າງຄວາມອາດສາມາດໃຫ້ອົງການຄຸ້ມຄອງທັງຂັ້ນສູນກາງ ແລະ ທ້ອງຖິ່ນ. ອົງການ ເອັນພີເອ ສາມາດນໍາໃຊ້ທຶນ ພາຍໃຕ້ ບົດບັນທຶກຄວາມເຂົ້າໃຈສະບັບນີ້ ເຂົ້າໃນກິດຈະກໍາທີ່ເປັນບຸລິມະສິດ ເພື່ອຊ່ວຍ ສປປ ລາວ ໃນການສ້າງຄວາມອາດສາມາດທີ່ມປະສິດທິພາບ, ປະສິດທິຜົນ ແລະ ຄວາມຍືນຍົງໃຫ້ແກ່ຄວາມພະຍາຍາມໃນການແກ້ໄຂບັນຫາ ລບຕ ແລະ ທັງເປັນການປະກອບສ່ວນໃນການຟື້ນຟູເສດຖະກິດ-ສັງຄົມ ພາຍຫຼັງທີ່ມີການແຜ່ລະບາດຂອງພະຍາດ ໂຄວິດ”

ການກວດກູ້ລະເບີດລູກຫວ່ານ ແລະ ລບຕ ແມ່ນສ່ວນສໍາຄັນໃນການປັບປຸງດ້ານຊີວິດການເປັນຢູ່ຂອງປະຊາຊົນທີ່ອາໃສຢູ່ ສປປ ລາວ, ເຊິ່ງບັນດາໂຄງການ ທີ່ດໍາເເນີນໂດຍ ອົງການ ເອັນພີເອ ຈະສ້າງຜົນປະໂຫຍດຢ່າງມະຫາສານ ໃຫ້ແກ່ປະຊາຊົນທີ່ອາໃສຢູ່ເຂດພື້ນທີ່ທີ່ມີຄວາມສ່ຽງທີ່ສຸດ ຈາກບັນຫາ ລບຕ ທີ່ຕົກຄ້າງ. ແລະ ໂຄງການນີ້ຈະຊ່ວຍໃຫ້ປະຊາຊົນລາວ ສາມາດນໍາໃຊ້ທີ່ດິນໂດຍປັດສະຈາກຄວາມຢ້ານກົວ ຈາກການບາດເຈັບ ຫຼື ເສຍຊີວິດ ອັນເນື່ອງມາຈາກ ລບຕ.

ການຕົກຄ້າງຂອງລະເບີດລູກຫວ່ານ  ໃນ ສປປ ລາວ ແມ່ນຢູ່ໃນອັນດັບສູງສຸດໃນໂລກ ເມື່ອທຽບກັບຈຳນວນປະຊາ ກອນ, ແລະ ການຕົກຄ້າງໃນພື້ນທີ່ໆ ກ້ວາງຂວາງກໍ່ໃຫ້ເກີດຄວາມສ່ຽງຕໍ່ການດຳລົງຊີວິດ, ການພັດທະນາເສດຖະ ກິດ-ສັງຄົມ ແລະ ຄຸນນະພາບຊີວິດຂອງຜູ້ທີ່ອາໄສຢູ່ໃນຊຸມຊົນທີ່ໄດ້ຮັບຜົນກະທົບ. ລັດຖະບານສະຫະລັດອາເມລິ ກາ ແລະ ລັດຖະບານນອກແວ ໄດ້ສະແດງໃຫ້ເຫັນການປະຕິບັດຕໍ່ຄຳໝັ້ນສັນຍາອັນສຳຄັນນີ້ຢ່າງຕໍ່ເນື່ອງ ໃນການຊ່ວຍເຫຼືອ ສປປ ລາວ ໃນການຫຼຸດຜ່ອນຜົນກະທົບຈາກລະເບີດລູກຫວ່ານທີ່ບໍ່ທັນແຕກ ແລະ ໃນການປະຕິບັດພັນທະພາຍໃຕ້ສົນທິສັນຍາ ວ່າດ້ວຍ ການເກືອດຫ້າມລະເບີດລູກຫວ່ານ. ງົບປະມານດັ່ງກ່າວນີ້ ຈະສະໜັບສະໜູນການພັດທະນາຄະນະກຳມະການຄຸ້ມຄອງແຫ່ງຊາດເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ສປປ ລາວ (ຫ້ອງການ ຄຊກລ) ໃນການຄຸ້ມຄອງ ແລະ ຈັດການກິດຈະກໍາການກວດກູ້ ລບຕ ຢູ່ ສປປ ລາວ ໃນໄລຍະຍາວ.

ອົງການ ເອັນພີເອ ຈະຈັດຕັ້ງປະຕິບັດກິດຈະກຳ ຢູ່ ແຂວງອັດຕະປື, ຈຳປາສັກ, ສາລະວັນ ແລະ ເຊກອງ. ພາຍໃຕ້ບົດບັນທຶກຄວາມເຂົ້າໃຈສະບັບນີ້, ອົງການ ເອັນພີເອ ຄາດວ່າຈະກວດກູ້ພື້ນທີ່ໃຫ້ໄດ້ 11,3 ກມ2 , ສໍາຫຼວດພື້ນທີ່ເພື່ອກໍານົດຂອບເຂດທີ່ຖືກຜົນກະທົບຈາກ ລບຕ ໃຫ້ໄດ້ 5,3 ກມ2. ຄາດວ່າ ປະຊາຊົນຫຼາຍກວ່າ 3,480 ຄົນ ຈະໄດ້ຮັບຜົນປະໂຫຍດໂດຍກົງ, ຫຼາຍກວ່າ 430 ຄົນ ຈະມີວຽກເຮັດງານທໍາໃນທົ່ວ 140 ບ້ານ, 21 ເມືອງ ໃນ 4 ແຂວງພາກໃຕ້ ຂອງ ສປປ ລາວ ລວມເຖິງພະນັກງານຝ່າຍສະໜັບສະໜູນ ທີ່ມີພູລໍາເນົາຢູ່ແຂວງອື່ນໆ

ຮູບພາບຈາກ NPA Lao PDR

ບົດຄວາມຫຼ້າສຸດ

ເສຍຊີວິດຢ່າງນ້ອຍ 4 ຄົນ ເກີດເຫດກວດຍິງຢູ່ບາແຫ່ງໜຶ່ງ ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ

ເກີດເຫດກວດຍິງຢູ່ບາແຫ່ງໜຶ່ງ ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ ສຳນັກຂ່າວຕ່າງປະເທດລາຍງານໃນຊ່ວງຕອນເຊົ້າຂອງວັນອາທິດ 12 ຕຸລາ 2025 ເກີດເຫດເຫດການກວດຍິງ ພາຍໃນ ບາແຫ່ງໜຶ່ງ ເຊິ່ງເປັນບາທີ່ໄດ້ຮັບຄວາມນິຍົມຢູ່ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ ເຊິ່ງເຫດການດັ່ງກ່າວເຮັດໃຫ້ມີຄົນເສຍຊີວິດຢ່າງນ້ອຍ 4 ຄົນ...

ເລີ່ມ! ວັນທີ 1 ພະຈິກ 2025 ທ່ານ ໂດນັລ ທຣຳ ປະທານນາທິບໍດີ ສະຫະລັດອາເມລິກາ ຈະຮຽກເກັບພາສີນຳເຂົ້າສິນຄ້າຈາກຈີນ ເພີ່ມອີກ 100%

ລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາ ທ່ານ ໂດນັລ ທຣຳ ປະທານນາທິບໍດີ ສະຫະລັດອາເມລິກາ ໄດ້ອອກຄໍາສັ່ງ ຈະຮຽກເກັບພາສີນຳເຂົ້າສິນຄ້າຈາກຈີນ ເພີ່ມອີກ 100% ຈາກທີ່ປັດຈຸບັນສະຫະລັດເກັບພາສີສິນຄ້າຈີນຢູ່ທີ່...

ອຸທາຫອນ! ແມ່ຕູ້ຊາວຈີນມີຄວາມເຊື່ອແປກ ຕັດສິນໃຈກິນກົບສົດໆລົງທ້ອງ ຫວັງໃຫ້ເຊົາເຈັບຫຼັງ ແຕ່ສຸດທ້າຍອາການໜັກ

ເມື່ອປວດຫຼັງຫຼາຍຄົນອາດຈະເລືອກກິນຢາ ຫຼື ໄປຫາແພດ ແມ່ນບໍ່, ແຕ່ມີລາຍງານຂ່າວຈາກເມືອງຫາງໂຈ ປະເທດຈີນ, ເມືອບໍ່ດົນມານີ້ ວ່າ ມີແມ່ຕູ້ຄົນໜຶ່ງ ມີອາການເຈັບຫຼັງ ແລະເລືອກວິທີຮັກສາຕາມຄວາມເຊື່ອຂອງຕົນ ໂດຍການກືນກິນກົບສົດລົງທ້ອງ ຈົນເຮັດໃຫ້ເຊື້ອພະຍາດເຂົ້າສູ່ຮ່າງກາຍ. ເຊິ່ງກ່ອນເກີດເຫດແມ່ຕູ້ໄດ້ຂໍໃຫ້ພີ່ນ້ອງໄປຈັບກົບຂະໜາດນ້ອຍມາໃຫ້ ໂດຍບໍ່ໄດ້ບອກວ່າຈະເອົາໄປເຮັດຫຍັງ,...

ວັນການທູດລາວຄົບຮອບ 80 ປີ ປັດຈຸບັນ ລາວມີສາຍພົວພັນການທູດກັບ 151 ປະເທດ ມີສໍານັກງານຕາງໜ້າການທູດ ຢູ່ຕ່າງປະເທດ 41 ແຫ່ງ

ວັນການທູດລາວຄົບຮອບ 80 ປີ (12/10/1945-12/10/2025) ແມ່ນວັນສຳຄັນທາງປະຫວັດສາດຂອງຊາດ ທີ່ມີຄວາມໝາຍຄວາມສຳຄັນ ເພາະສະແດງອອກພູມປັນຍາຄວາມສະຫລາດສ່ອງໃສຂອງບັນພະບູລຸດ ແລະ ຄວາມສຳເລັດຂອງພາລະກິດຕ່າງໆຕັ້ງແຕ່ອາດີດຮອດປັດຈຸບັນ ແລະ ແນໃສ່ສືບຕໍ່ສ້າງເປັນບົດຮຽນ ເປັນມູນມັງມໍລະດົກຕົກທອດໃຫ້ແກ່ຄົນຮຸ່ນ ໃໝ່ຕໍ່ໆໄປໃນອະນາຄົດ. ເຊິ່ງກົມການເມືອງສູນກາງພັກໄດ້ອອກແຈ້ງການສະບັບເລກທີ...