Homeຂ່າວຕ່າງປະເທດອີຣານຈັບທູດອັງກິດທີ່ເຂົ້າມາເອົາຕົວຢ່າງດິນໃນເຂດຫວງຫ້າມ

ອີຣານຈັບທູດອັງກິດທີ່ເຂົ້າມາເອົາຕົວຢ່າງດິນໃນເຂດຫວງຫ້າມ

Published on

ສຳນັກຂ່າວໄອອາເອັນເອຂອງທາງການອິຣານລາຍງານວ່າ ກອງກຳລັງພິທັກປະຕິຫວັດອິດສະລາມແຫ່ງອິຣານ (IRGC) ໄດ້ຈັບກຸມໂຕຮອງ​ເອກ​ອັກຄະ​ລັດຖະທູດ​ອັງກິດ ແລະ ນັກການທູດຄົນອື່ນໆ ໃນຂໍ້ຫາຖານກະທຳການສອດແນມ ເຊິ່ງລວມເຖິງການເກັບຕົວຢ່າງດິນໃນເຂດຫວງຫ້າມ.

ໜ່ວຍຂ່າວຂອງ IRGC ໄດ້ແຜ່ຄິບວິດີໂອເຊິ່ງສະແດງໃຫ້ເຫັນພາບຂອງນັກການທູດບາງຄົນ ລວມເຖິງຮອງເອກອັກຄະລັດຖະທູດອັງກິດ ໄດ້ກະທຳການສອດແນມ ແທນທີ່ຈະປະຕິບັດພາລະກິດທາງການທູດ, ໂດຍຮອງເອກອັກຄະລັດຖະທູດອັງກິດໄດ້ເດີນທາງໄປທະເລຊາຍຊາດອດ (Shahdad) ຮ່ວມກັບຄອບຄົວຂອງເຂົາໃນຖານະນັກທ່ອງທ່ຽວ ແຕ່ຈາກພາບທີ່ບັນທຶກໄວ້ ຊາຍຜູ້ນີ້ກຳລັງເກັບຕົວຢ່າງດິນໃນບໍລິເວນນີ້ ເຊິ່ງເປັນເຂດທີ່ຫວງຫ້າມ.

ສື່ທາງພາກຕາເວັນຕົກຫຼາຍສຳນັກລາຍງານວ່າ ນັກການທູດອັງກິດທີ່ຖືບຈັບແມ່ນ ທ່ານ Whitaker ຮອງເອກອັກຄະລັດຖະທູດອັງກິດ ປະຈຳອິຣານ.

 

 

 

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...