Homeຂ່າວຕ່າງປະເທດເຈົ້າເມືອງໃນປະເທດແມັກຊິໂກແຕ່ງງານກັບໂຕແຂ້

ເຈົ້າເມືອງໃນປະເທດແມັກຊິໂກແຕ່ງງານກັບໂຕແຂ້

Published on

ເຈົ້າເມືອງຂອງເມືອງແຫ່ງໜຶ່ງໃນປະເທດແມັກຊິໂກ ແຕ່ງງານກັບໂຕແຂ້ໃນວັນພະຫັດທີ 30 ມິຖຸນາທີ່ຜ່ານມາ ໂດຍມີການຈັດພິທີ ແລະ ມີດົນຕີພື້ນເມືອງ, ບັນດາຜູ້ຮ່ວມງານຕ່າງຮ້ອງໃຫ້ເຈົ້າບ່າວຈູບເຈົ້າສາວ.

ອ້າງອີງຈາກ ຣອຍເຕີ ໄດ້ລາຍງານວ່າ: ໃນວັນທີ 1 ກໍລະກົດ 2022 ທ່ານວິກເຕີ ຮູໂກ ໂຊຊາ ເຈົ້າເມືອງຊານເປໂດ ອົວເມລູລາ ໄດ້ເຂົ້າພິທີແຕ່ງງານກັບເຈົ້າສາວ ເຊິ່ງເປັນໂຕແຂ້, ແຂ້ນັ້ນມີອາຍຸ 7 ປີ ເຊິ່ງເຊື່ອວ່າເປັນຕົວແທນຂອງທໍລະນີເທບ ແລະ ການແຕ່ງງານນັ້ນ ເປັນການສະແດງເຖິງການຮວມກັນຂອງຄົນກັບເທບພະເຈົ້າ ແລະ ເປັນການຂໍໃຫ້ມີຝົນທີ່ພຽງພໍ ອາຫານທີ່ພຽງພໍ ແລະ ໃຫ້ມີປາໃນນ້ຳ.

ໃນເມືອງນີ້ເປັນທີ່ຕັ້ງຂອງກຸ່ມຄົນຕ່າງໆຫຼາກຫຼາຍ ທີ່ຮັກສາພາສາ, ວັດທະນະທຳ ຮີດຄອງປະເພນີ້ ຢ່າງເຄັ່ງຄັດ.

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...