Homeຂ່າວພາຍ​ໃນເຊັນບັນທຶກຄວາມເຂົ້າໃຈໂຄງການ ກໍ່ສ້າງເສັ້ນທາງລົດໄຟ ນະຄອນຫຼວງວຽງຈັນ-ເມືອງທ່າແຂກ

ເຊັນບັນທຶກຄວາມເຂົ້າໃຈໂຄງການ ກໍ່ສ້າງເສັ້ນທາງລົດໄຟ ນະຄອນຫຼວງວຽງຈັນ-ເມືອງທ່າແຂກ

Published on

ໃນວັນທີ 29 ມິຖຸນາ 2022. ທີ່ກະຊວງແຜນການ ແລະ ການລົງທຶນ ໄດ້ຈັດພິທີເຊັນ ບັນທຶກຄວາມເຂົ້າໃຈ (MOU) ລັດຖະບານ ຕາງໜ້າໂດຍກະຊວງແຜນການ ແລະ ການລົງທຶນ ໄດ້ອະນຸຍາດໃຫ້ ບໍລິສັດ ປີໂຕລ້ຽມ ເທຣດດິ້ງລາວ ມະຫາຊົນ ສຶກສາ, ສຳຫຼວດ, ແລະ ອອກແບບຄວາມເປັນໄປໄດ້ ໂຄງການ ກໍ່ສ້າງເສັ້ນທາງລົດໄຟ ແຕ່ນະຄອນຫຼວງວຽງຈັນ ຫາ ເມືອງທ່າແຂກ ແຂວງຄຳມ່ວນ, ສປປ ລາວ.

ພິທີເຊັນບົດບັນທຶນຄັ້ງນີ້ໂດຍທ່ານ ນາງ ຄຳຈັນ ວົງແສນບູນ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ກັບ ທ່ານ ວຽງຄອນ ສິດທິໄຊ ຮອງປະທານ ປີໂຕລ້ຽມ ເທຣດດິ້ງ ລາວ ມະຫາຊົນ ທັງເປັນ ຮອງປະທານ ບໍລິສັດວຽງຈັນ ໂລຊິດສະຕິກ ພາກ ຈຳກັດ ແລະ ຮ່ວມລົງນາມເປັນສັກຂີພິຍານໂດຍທ່ານ ຄຳຜອງ ສົມວິຈິດ ຮອງຫົວໜ້າກົມແຜນການ ແລະ ການເງິນ ກະຊວງໂຍທາທິການ ແລະຂົນສົ່ງ, ທ່ານ ນາງ ບົວວອນ ສຸກລາແສງ ຫົວໜ້າພະແນກແຜນການ ແລະ ການລົງທຶນນະຄອນຫຼວງວຽງຈັນ, ທ່ານ ໄຊອຳພອນ ສີຫາວົງ ຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງບໍລິຄຳໄຊ, ທ່ານ ເດດສັກດາ ມະນີຄຳ ຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງຄຳມ່ວນ; ທ່ານ ນາງ ມະໂນລາ ປະເສີດ ຮອງປະທານຄະນະກຳມະການບໍລິຫານພົວພັນລັດຖະບານ, ທ່ານ ລາສີ ວຽງແກ້ວ ຮອງປະທານຄະນະກຳມະການບໍລິຫານການຄ້າ ແລະ ນິຕະກຳ, ທ່ານ ຈຳປາ ຄຳສຸກໃສ ຮອງປະທານອະສັງຫາລິມະຊັບ ແລະ ການລົງທຶນ, ທ່ານ ປະລິຍາ ນວນທະສິງ ຜູ້ອຳນວຍການຝ່າຍພັດທະນາໂຄງການ, ພ້ອມດ້ວຍຕາງໜ້າການນຳຈາກນະຄອນຫຼວງວຽງຈັນ, ແຂວງບໍລິຄຳໄຊ, ແຂວງຄຳມ່ວນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ວຽງຄອນ ສິດທິໄຊ, ຮອງປະທານ ບໍລິສັດ ປີໂຕຣລ້ຽມເທຣດດິ້ງ ລາວ ມະຫາຊົນ ກ່າວວ່າ: ໂຄງການທາງລົດໄຟ ແຕ່ນະຄອນຫຼວງວຽງຈັນ ຫາ ທ່າແຂກ ແຂວງ ຄຳມ່ວນ, ສປປ ລາວ ດັ່ງກ່າວນີ້, ເປັນສ່ວນໜຶ່ງ ຂອງໂຄງການ ສາມແອວ (LLL) ຫຼື ລາວ ໂລຈິດສ໌ຕິກລິ້ງ (Laos Logistics Link) ເຊິ່ງປະກອບມີບັນດາໂຄງການດັ່ງນີ້ຄື: ໂຄງການ ທ່າເຮືອ ຫວຸ້ງອ່າງ (ທ່າເຮືອ ສາກົນ ລາວ-ຫວຽດນາມ), ໂຄງການເສັ້ນທາງລົດໄຟ ລາວ-ຫວຽດນາມ, ໂຄງການ ໂຮງໄຟຟ້າພະລັງງານຄວາມຮ້ອນ ບົວລະພາ ແລະ ໂຄງການ ທ່າບົກ ທ່ານາແລ້ງ ແລະ ເຂດໂລຊິດສະຕິກ ນະຄອນຫຼວງວຽງຈັນ ເຊິ່ງກຸ່ມທຸລະກິດ ປີໂຕຣລ້ຽມເທຣດດິ້ງລາວ ມະຫາຊົນ ໄດ້ຮັບ ຄວາມໄວ້ວາງໃຈ ຈາກລັດຖະບານລາວ ໃນການລົງທຶນພັດທະນາ, ຈຸດປະສົງກໍ່ເພື່ອ ເພື່ອປະກອບສ່ວນໃນການ ບັນລຸວິໄສທັດຂອງລັດຖະບານ ສປປ ລາວ ແລະ ຍຸດທະສາດການພັດທະນາປະເທດ ວ່າດ້ວຍ ການຫັນປ່ຽນ ສປປ ລາວ ຈາກ ການເປັນປະເທດທີ່ບໍ່ມີຊາຍແດນຕິດກັບທະເລ (landlocked) ກາຍມາເປັນປະເທດເຊື່ອມໂຍງເຊື່ອມຈອດທາງບົກ (land-linked).

ໃນການສຶກສາ, ສຳຫຼວດ, ແລະ ອອກແບບຄວາມເປັນໄປໄດ້ ໂຄງການ, ບໍລິສັດຈະໄດ້ວ່າຈ້າງບໍລິສັດທີ່ປຶກສາເອກະລາດ ຈາກພາຍໃນ ແລະ ສາກົນ ສົມທົບກັບ ພາກສ່ວນທີ່ກ່ຽວຂອງລັດຖະບານ ໃນການດໍາເນີນວຽກງານ ເຊິ່ງຄາດວ່າຈະໃຫ້ສຳເລັດ ແລະ ໄດ້ຮັບການຮັບຮອງພາຍໃນ 24 ເດືອນ.

ສຳລັບໂຄງການພັດທະນາເສັ້ນທາງລົດໄຟ ລາວ-ຫວຽດນາມ (LVRP) ເປັນໂຄງການກໍ່ສ້າງທາງລົດໄຟຫົວຈັກໄຟຟ້າຄວາມໄວທີ່ມີມູນຄ່າປະມານ 5 ຕື້ ໂດລາສະຫະລັດ. ໂຄງການດັ່ງກ່າວ ມີໄລຍະທາງທັງໝົດປະມານ 452 ກິໂລແມັດ ແລະ ໄດ້ແບ່ງອອກເປັນ 2 ເສັ້ນທາງລົດໄຟ ກໍຄື ໂຄງການພັດທະນາເສັ້ນທາງລົດໄຟຈາກ ທ່າແຂກ, ແຂວງຄຳມ່ວນ ຫາ ທ່າເຮືອຫວຸ້ງອາງ ຄວາມຍາວ 139,19 ກິໂລແມັດ ແລະ ໂຄງການກໍ່ສ້າງເສັ້ນທາງລົດໄຟ ແຕ່ນະຄອນຫຼວງວຽງຈັນ ຫາ ເມືອງທ່າແຂກ ແຂວງຄຳມ່ວນ, ສປປ ລາວ ຄວາມຍາວ 312,81 ກິໂລແມັດ.

ທີ່ມາ: ເສດຖະກິດ-ການຄ້າ

ບົດຄວາມຫຼ້າສຸດ

ທ່ານ ສົມບູນ ສີຫານາດ ປະທານສະພາບໍລິຫານງານ ສະຖາບັນແມ່ນໍ້າຂອງ ພ້ອມຄະນະ ເດີນທາງຢ້ຽມຢາມ ສປ ຈີນ

ໃນໂອກາດທີ່ ສປປ ລາວ ໄດ້ຮັບກຽດເປັນປະທານໝູນວຽນຂອງ ສະພາບໍລິຫານງານສະຖາບັນແມ່ນໍ້າຂອງ (Council of Mekong Institute) ປະຈໍາສົກປີ 2025-2027 ພາຍໃຕ້ຄໍາຂວັນ: “ເພີ່ມທະວີການເຊື່ອມຈອດ ແລະ...

ທຳລາຍລະເບີດ 3 ໜ່ວຍ! ໂຄງການເກັບກູ້ລະເບີດແຫ່ງຊາດ ແຂວງອັດຕະປື ທຳລາຍລະເບີດໃຫຍ່ ປະເພດ MK 82 GPLD ນໍ້າໜັກ 500 ປອນ ຈໍານວນ 3 ໜ່ວຍ

ໃນວັນທີ 17-19 ພຶດສະພາ 2026 ຜ່ານມາ, ທີມງານພາກສະໜາມຂອງໂຄງການເກັບກູ້ລະເບີດແຫ່ງຊາດ (ຄກລ) ປະຈໍາແຂວງອັດຕະປື ໂດຍໄດ້ຮັບການສະໜັບສະໜູນຈາກລັດຖະບານ ສະຫະ ລັດອາເມລິກາ ສຳເລັດການທຳລາຍລະເບີດໃຫຍ່ ປະເພດ MK...

ຮ່າງບົດສະຫຼຸບຕີລາຄາວຽກງານກໍ່ສ້າງຮາກຖານການເມືອງ, ວຽກງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ.

  ກອງປະຊຸມໃນຄັ້ງນີ້ ຈະໄດ້ຮັບຟັງການລາຍງານ, ຄົ້ນຄວ້າ, ປຶກສາຫາລື ແລະ ໃ​ຫ້​ທິດຊີ້ນຳ ຕໍ່ບັນຫາເນື້ອໃນສໍາ​ຄັນ ດັ່ງນີ້: ຜົນການນໍາພາ-ຊີ້ນໍາ ຂອງກົມການເມືອງ ແລະ ຄະນະເລຂາທິການສູນກາງພັກ ປະຈໍາ 6 ເດືອນຕົ້ນປີ...

ປັດຈຸບັນ ໄດ້ຈັດຕັ້ງປະຕິບັດໜ້າວຽກໃນ 4 ຕົວເມືອງຂອງໂຄງການທາງດ່ວນວຽງຈັນ-ຮ່າໂນ້ຍ.

ທ່ານ ປອ ພອນປະເສີດ ອິນທະສອນ ປະທານ ບໍລິສັດ ສາມເອສ໌ ພັດທະນາ ຈໍາກັດ ຕ່າງໜ້າກຸ່ມບໍລິສັດ ພັດທະນາກໍ່ສ້າງທາງດ່ວນ ວຽງຈັນ-ຮ່າໂນ້ຍ ຊ່ວງ ຈາກເມືອງປາກຊັນ...