spot_img
Homeຂ່າວພາຍ​ໃນກອງບັນຊາການ ຕຳຫຼວດແຂວງກວາງຈິ ມອບນ້ຳມັນເຊື້ອໄຟໃຫ້ກອງບັນຊາການ ປກສ ແຂວງສະຫວັນນະເຂດ

ກອງບັນຊາການ ຕຳຫຼວດແຂວງກວາງຈິ ມອບນ້ຳມັນເຊື້ອໄຟໃຫ້ກອງບັນຊາການ ປກສ ແຂວງສະຫວັນນະເຂດ

Published on

ໃນວັນທີ 24 ມີຖຸນາ 2022 ທີ່ຜ່ານມາ, ຢູ່ທີ່ປ້ຳນ້ຳມັນສົມໃຈ ຫຼັກສິບແຂວງ ສະຫວັນນະເຂດ ໄດ້ຈັດພິທີມອບ-ຮັບນໍ້າມັນເຊື້ອໄຟ (ແອັດຊັງ) ຈໍານວນ 3.000 ລິດ ລະຫວ່າງ ກອງບັນຊາການ ຕຳຫຼວດແຂວງກວາງຈິ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ແລະ ກອງບັນຊາການ ປກສ ແຂວງສະຫວັນນະເຂດ,ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ເພື່ອປະກອບເຂົ້າໃນການເຄື່ອນໄຫວປະຕິບັດໜ້າທີ່ວຽກງານວິຊາສະເພາະຂອງກຳລັງປ້ອງກັນຄວາມສະຫງົບພາຍໃນກຳລັງ ປກສ ສະຫວັນນະເຂດ, ຕ່າງໜ້າມອບ ໂດຍ ທ່ານ ຮອ ຫງວຽນ ຮ່າ ຟອງ ວິຊາການ ຫ້ອງການກອງບັນຊາການ ຕຳຫຼວດ ແຂວງກວາງຈິ ສສ ຫວຽດນາມ ພ້ອມຄະນະ, ກ່າວຮັບ ທ່ານ ພັອ ສັງທອງ ສີປະເສີດ ຮອງຫົວໜ້າກອງບັນຊາການ ປກສແຂວງສະຫວັນນະເຂດພ້ອມດ້ວຍຄະນະທັງສອງຝ່າຍເຂົ້າຮ່ວມເປັນສັກຂີພະຍານ.

ໃນໂອກາດດັ່ງກ່າວ ທ່ານ ພັອ ສັງທອງ ສີປະເສີດ ຮອງກອງບັນຊາການ ປກສ ແຂວງ ໄດ້ກ່າວສະແດງຄໍາຂອບໃຈມາຍັງ ຄະນະການນຳກອງບັນຊາການ ຕຳຫຼວດແຂວງກວາງຈິ ກໍ່ຄືຜູ້ນຳພັກ-ລັດ ແຫ່ງ ສສ ຫວຽດນາມ ທີ່ໄດ້ນຳເອົານ້ຳມັນເຊື້ອໄຟຊ່ວຍເຫຼືອມາມອບໃຫ້ໃນຄັ້ງນີ້, ພ້ອມທັງອວຍພອນຈົ່ງມີສຸຂະພາບແຂງແຮງ ແລະ ປະສົບຜົນສໍາເລັດໃນໜ້າທີ່ວຽກງານທີ່ພັກ-ລັດມອບໝາຍໃຫ້ ສະແດງຄວາມຍ້ອງຍໍຊົມເຊີຍທີ່ໄດ້ເປັນຫ່ວງເປັນໄຍ, ພ້ອມທັງໃຫ້ຄຳໝັ້ນສັນຍາວ່າຈະນຳເອົານ້ຳມັນດັ່ງກ່າວນີ້, ເພື່ອຈະນ້ຳໄປໃສ່ໃນການປະຕິບັດໜ້າທີ່ວຽກງານວິຊາສະເພາະໃຫ້ແກ່ພະນັກງານ-ນັກຮົບໃນກົມກອງຢ່າງທົ່ວເຖິງ ເພື່ອນຳໃຊ້ໃຫ້ເປັນປະໂຫຍດສຸງສຸດ.

ທີ່ມາ: MediaLAOS

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...