Homeຂ່າວພາຍ​ໃນການຊົດເຊີຍຜົນກະທົບຈາກທາງລົດໄຟ ລາວ-ຈີນ ທີ່ຍັງບໍ່ທັນຖືກແກ້ໄຂ ເນື່ອງຈາກຫຼາຍສາເຫດ

ການຊົດເຊີຍຜົນກະທົບຈາກທາງລົດໄຟ ລາວ-ຈີນ ທີ່ຍັງບໍ່ທັນຖືກແກ້ໄຂ ເນື່ອງຈາກຫຼາຍສາເຫດ

Published on

ທີ່ຜ່ານມາເຮົາຍັງເຫັນຫາງສຽງຈາກປະຊົນ ໃນການທີ່ບໍ່ໄດ້ຮັບຄ່າຊົດເຊີຍເນື່ອງຈາກທີ່ດິນ ຫຼື ເຮືອນຂອງປະຊາຊົນ ທີ່ຖືກຢູ່ໃນເຂດຂອງໂຄງການເສັ້ນທາງລົດໄຟລາວ-ຈີນ, ດ້ວຍເຫດນັ້ນ ເນື່ອງຈາກມີຫຼາຍປັດໄຈທີ່ເຮັດໃຫ້ລັດຖະບານຍັງບໍ່ໄດ້ຊົດເຊີຍ ຈາກໂຄງການນີ້.

ໃນກອງປະຊຸມ ສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດຊຸດທີ IX ໃນວັນທີ 16 ມິຖຸນາ 2022, ທ່ານ ວຽງສະຫວັດ ສີພັນດອນ ລັດຖະມົນຕີກະຊວງໂຍ ທາທິການ ແລະ ຂົນສົ່ງ(ຍທຂ) ໄດ້ຊີ້ແຈງ ບັນຫາກ່ຽວກັບການແກ້ໄຂຊົດເຊີຍຜົນກະທົບຈາກທາງລົດໄຟລາວ-ຈີນ ໂດຍທ່ານ ໄດ້ຊີ້ແຈງວ່າ: ການແກ້ໄຂຊົດເຊີຍໃຫ້ປະຊາຊົນ ທີ່ໄດ້ຮັບຜົນກະທົບຈາກທາງລົດໄຟລາວ-ຈີນ  ໃນການຈັດຕັ້ງປະຕິບັດໂຄງການດັ່ງກ່າວ, ໃນນັ້ນ ມີ 2 ໜ້າວຽກ ຄື: ວຽກໄກ່ເກ່ຍ-ຊົດເຊີຍ ໃຫ້ຜູ້ຖືກຜົນກະທົບຂອງໂຄງການກໍ່ສ້າງທາງລົດໄຟລາວ-ຈີນໃນ 4 ແຂວງ ແລະ ນະຄອນຫລວງວຽງຈັນ ຕາມການສັງຮວມຮອດທ້າຍປີ 2021 ມີທັງໝົດ 6.333 ຄອບຄົວ/ຕອນ ເປັນມູນຄ່າ 1.716,09 ຕື້ກີບ, ໄດ້ຮັບການຊົດເຊີຍແລ້ວ 5.272 ຄອບ ຄົວ/ຕອນ ເປັນມູນຄ່າ 1.436,11 ຕື້ກີບ (ເທົ່າກັບ 83,68%) ແລະ ຍັງບໍ່ທັນໄດ້ຮັບການຊົດເຊີຍ 1.061 ຄອບຄົວ/ຕອນ ເປັນມູນຄ່າ279,98 ຕື້ກີບ (ເທົ່າກັບ 16,32%).

ສຳລັບ ຜູ້ທີ່ຖືກຜົນກະທົບທີ່ຍັງບໍ່ໄດ້ຮັບການຊົດເຊີຍນັ້ນ ເກີດຈາກ 3 ສາເຫດຫລັກ ຄື: ຜູ້ທີ່ຖືກຜົນກະທົບຈໍານວນໜຶ່ງ ຍັງບໍ່ທັນເຂົ້າໃຈ ແລະ ເປັນເອກະພາບ ກັບລາຄາຫົວໜ່ວຍຊົດເຊີຍ ທີ່ທາງອໍານາດການປົກຄອງທ້ອງຖິ່ນວາງອອກ (ສະພາປະຊາຊົນແຂວງ ແລະ ນະຄອນຫລວງວຽງຈັນວາງອອກ) ຕໍ່ກັບບັນຫານີ້ ກະຊວງ ຍທຂ ຈະໄດ້ສົມທົບກັບ ແລະ ພາກສ່ວນທີ່ກ່ຽວຂ້ອງ ລົງເຜີຍແຜ່ໃຫ້ປະຊາຊົນເຂົ້າໃຈ ແລະ ຮັບຮູ້ຕໍ່ວິທີການປະເມີນ ຫຼື ຄິດໄລ່ ພ້ອມທັງສຶກສາອົບຮົມໃຫ້ເຂົາເຈົ້າເຂົ້າໃຈຢ່າງເລິກ ເຊິ່ງ ແນວທາງນະໂຍບາຍຂອງພັກ-ລັດ ແລະ ເຫັນໄດ້ຄວາມໝາຍຄວາມສຳຄັນຂອງໂຄງການກໍ່ສ້າງທາງລົດໄຟລາວ-ຈີນ; ລະບຽບການເບີກຈ່າຍຄ່າຊົດເຊີຍ ທີ່ມີຫຼາຍຂັ້ນຕອນຫຼາຍລາຍເຊັນ (7 ລາຍເຊັນ) ຕໍ່ກັບບັນຫາດັ່ງກ່າວ ກະຊວງ ຍທຂ ໄດ້ປັບປຸງລະບຽບການເບີກຈ່າຍໃຫ້ຫຼຸດຂັ້ນຕອນລົງ (ຍັງເຫລືອ 5 ລາຍເຊັນ) ໂດຍໄດ້ອອກຂໍ້ຕົກລົງ ເລກທີ 11765/ຍທຂ, ລົງວັນທີ 25/5/2022; ຕໍ່ກັບທີ່ດິນ ທີ່ບໍ່ສາມາດພົວພັນຫາເຈົ້າຂອງ ໄດ້ມອບໃຫ້ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ ຫຼື ເຈົ້າຂອງທີ່ດິນບໍ່ມາພົວພັນນັ້ນ ແມ່ນສະເໜີອອກແຈ້ງການຫາ ແລະ ກໍານົດເວລາ ໃຫ້ມາພົວພັນ ກັບຄະນະໄກ່ເກ່ຍນະຄອນຫຼວງວຽງຈັນ ພາຍໃນ 30 ວັນ, ຖ້າບໍ່ມີຜູ້ໃດມາພົວພັນ ໝາຍຄວາມວ່າດິນຕອນດັ່ງກ່າວ ແມ່ນເປັນຂອງລັດ.

ທ່ານ ວຽງສະຫວັດ ສີພັນດອນ ຍັງໄດ້ລາຍງານໃຫ້ຮູ້ວ່າ: ວຽກແກ້ໄຂຜົນກະທົບທີ່ເກີດຈາກການກໍ່ສ້າງທາງລົດໄຟລາວ-ຈີນ ເປັນຕົ້ນ ເສັ້ນທາງລົດໄຟຕັດຜ່ານທາງຫຼວງແຫ່ງຊາດ, ທາງຫຼວງທ້ອງຖິ່ນ, ທາງຊຸມຊົນ ແລະ ທາງເຂົ້າເຂດການຜະລິດ ມີຈຳນວນ 122 ຈຸດທີ່ກໍາລັງສືບຕໍ່ແກ້ໄຂ; ບັນຫາການຖິ້ມເສດວັດສະດຸດິນ, ຫີນຈາກການເຈາະອຸໂມງ ເຊິ່ງມີນໍ້າເກືອເຈືອປົນລົງໃສ່ຕອນດິນປະຊາຊົນ ເຮັດໃຫ້ບໍ່ສາມາດເຮັດກະສິກຳໄດ້ (ຢູ່ແຂວງຫລວງນໍ້າທາ), ລະບົບນໍ້າລິນທີ່ເປ່ເພ, ຈຸດຖິ້ມດິນທີ່ອຸດຕັນທໍ່ລະບາຍນໍ້າ, ຂີ້ເຫຍື້ອ-ຂີ້ປູນ ແລະ ສິ່ງເສດເຫຼືອຕ່າງໆ ຢູ່ຈຸດຕັ້ງແຄ້ມ, ບັນຫາລະບົບຊົນລະປະທານໄດ້ຮັບຜົນກະທົບ, ນໍ້າຖ້ວມເນື້ອທີ່ການຜະລິດຂອງປະຊາຊົນ, ບັນຫານໍ້າແຫ້ງ ຈາກຜົນກະທົບການຂຸດເຈາະອຸໂມງ ກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຊຸກ ຍູ້ໃຫ້ບໍລິສັດລົດໄຟລາວ-ຈີນ ຮີບຮ້ອນແກ້ໄຂໂດຍໃຫ້ສ້າງແຜນວຽກລະອຽດ ພ້ອມທັງຄາດຄະເນເວລາສຳເລັດ ສະເໜີໃຫ້ສືບຕໍ່ຕິດຕາມ.

ແຫຼ່ງຂ່າວ ປະເທດລາວ

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...