spot_img
Homeຂ່າວພາຍ​ໃນທ່ານ ຮອງນາຍົກລັດຖະມົນຕີ ຕ້ອນຮັບປະທານບໍລິສັດ Ecoglobal Holdings Limited

ທ່ານ ຮອງນາຍົກລັດຖະມົນຕີ ຕ້ອນຮັບປະທານບໍລິສັດ Ecoglobal Holdings Limited

Published on

ໃນຕອນແລງ ວັນທີ 10 ມິຖຸນາ 2022 ທີ່ສຳນັກງານນາຍົກລັດຖະມົນຕີ, ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ໄດ້ໃຫ້ກຽດຕ້ອນຮັບ ການເຂົ້າຢ້ຽມຂໍ່ານັບ ຂອງທ່ານ Jean Philippe Henry ປະທານບໍລິສັດ Ecoglobal Holdings Limited ພ້ອມດ້ວຍຄະນະ.

ຈຸດປະສົງຂອງໂຄງການ ແມ່ນເພື່ອບໍາບັດນໍ້າເປື້ອນຈາກຂຸມອາຈົມໃນຊຸມຊົນໃຫ້ສະອາດກ່ອນນໍາມາໝູນໃຊ້ ຫຼື ປ່ອຍຄືນສູ່ທໍາມະຊາດ, ແນໃສ່ການປົກປັກຮັກສາສິ່ງແວດລ້ອມຂອງຊຸມຊົນ, ປະກອບສ່ວນເຂົ້າໃນການພັດທະນາແບບຍືນຍົງ. ສຳລັບການບໍາບັດນໍ້າເປື້ອນ ແມ່ນນໍາໃຊ້ກົນໄກການບໍາບັດດ້ວຍພືດ (phytoremediation) ແລະ ກັ່ນຕອງດ້ວຍແຮ່ທໍາມະຊາດ, ບໍ່ນໍາໃຊ້ສານເຄມີ, ບໍ່ມີຜົນກະທົບຕໍ່ສິ່ງແວດລ້ອມ.

ໃນໂອກາດນີ້, ທ່ານ ຮອງນາຍົກລັດຖະມົນຕີ ໄດ້ກ່າວສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍ ຕໍ່ບໍລິສັດ ກໍ່ຄືມູນນິທິ Ecoglobal ທີ່ໄດ້ຈັດຕັ້ງປະຕິບັດໂຄງ ການບຳບັດນໍ້າເປື້ອນ ຢູ່ນະຄອນຫຼວງພະບາງ ເຊິ່ງເປັນໂຄງການຮ່ວມມືລະຫວ່າງ ແຂວງຫຼວງພະບາງ ແລະ ນະຄອນປາຣີ ໂດຍໄດ້ຮັບການສະໜອງທຶນ ຈາກອົງ ການສຸຂາພິບານ ນະຄອນປາຣີ (SIAAP), ມູນນິທິ Ecoglobal ເປັນຜູ້ຈັດຕັ້ງປະຕິບັດ ແລະ ໄດ້ເລີ່ມກໍ່ສ້າງໃນເດືອນທັນວາ 2020.

ມາຮອດປະຈຸບັນ ການກໍ່ສ້າງໄດ້ສໍາເລັດແລ້ວຫຼາຍກວ່າ 90% ແລະ ຄາດວ່າ ຈະສາມາດເລີ່ມການທົດລອງນໍາໃຊ້ ໃນປີ 2022 ນີ້ .ພາຍຫຼັງສຳເລັດ ການກໍ່ສ້າງໂຄງການ ຢູ່ນະຄອນຫຼວງພະບາງແລ້ວ ກໍ່ຍັງມີຄວາມສົນໃຈ ຈະປະຕິບັດໂຄງການບຳບັດນ້ຳເປື້ອນ ຢູ່ບັນດາຕົວເມືອງ ທີ່ມີພົນລະເມືອງຂ້ອນຂ້າງໜາແໜ້ນ ເປັນຕົ້ນ ນະຄອນປາກເຊ, ນະຄອນໄກສອນພົມວິຫານ ແລະ ອື່ນໆ

ຂ່າວ – ພາບ: ກົມປະຊາສຳພັນ ສຳນັກງານນາຍົກລັດຖະມົນຕີ

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...