spot_img
Homeຂ່າວຕ່າງປະເທດຜູ້ນຳ EU ຕົກລົງແບນນ້ຳມັນຣັດເຊຍແຕ່ບາງສ່ວນ ຍ້ອນຮັງກາລີຄັດຄ້ານ

ຜູ້ນຳ EU ຕົກລົງແບນນ້ຳມັນຣັດເຊຍແຕ່ບາງສ່ວນ ຍ້ອນຮັງກາລີຄັດຄ້ານ

Published on

ຜູ້ນຳສະມາຊິກສະຫະພາບເອີຣົບ ເຫັນດີໃນການຜ່ອນຜັນເລື່ອງແບນການນຳເຂົ້ານ້ຳມັນຈາກຣັດເຊຍພຽງແຕ່ 2 ໃນ 3, ຫຼັງຈາກທີ່ຮັງກາລີຄັດຄ້ານເລື່ອງການນຳເຂົ້າທັງໝົດ.

ສຳນັກຂ່າວ ບີບີຊີ ລາຍງານວ່າ ໃນວັນທີ 30 ພຶດສະພາ 2022 ຜູ້ນຳປະເທດໃນສະມາຊິກສະຫະພາບເອີຣົບທັງ 27 ປະເທດ ເດີນທາງເຂົ້າມາຮ່ວມກອງປະຊຸມສຸດຍອດໃນກຸງບັສເຊລ ປະເທດເບວຢຽມ, ເພື່ອຫາລືກັນເລື່ອງການຄວ່ຳບາດຣັດເຊຍເທື່ອທີ 6 ເຊິ່ງລວມການຫ້າມນຳເຂົ້ານ້ຳມັນຈາກຣັດເຊຍ ເຊິ່ງສະມາຊິກທັງໝົດເຫັນດີໃຫ້ໃຊ້.

ທ່ານ ຊາສ ມິເຊວ ປະທານລັດສະພາເອີຣົບ ອອກມາຢືນຢັນວ່າ ບັນດາຜູ້ນຳເຫັນດີໃນຂໍ້ຕົກລົງຫ້າມນຳເຂົ້ານ້ຳມັນຈາກຣັດເຊຍ ແຕ່ເປັນຂໍ້ຕົກລົງແບບພ່ອນຜັນໂດຍແບນນ້ຳມັນຣັດເຊຍປະມານ 2 ໃນ 3 ບໍ່ແມ່ນທັງໝົດ ຕາມແຜນທີ່ສະເໜີທຳອິດ ເນື່ອງຈາກຖືກຄັດຄ້ານຢ່າງໜັກຈາກຮັງກາລີ ເຊິ່ງໃຫ້ເຫດຜົນວ່າພວກເຂົາບໍ່ສາມາດຈັດຫານ້ຳມັນຈາກແຫຼ່ງອື່ນໃນໄລຍະສັ້ນນີ້ໄດ້.

ຄະນະທີ່ປະເທດບໍ່ມີທາງອອກສູ່ທະເລເຊັ່ນ: ສະໂລວາເກຍ ແລະ ສາທາລະນະລັດເຊັກ ກໍໄດ້ຂໍເວລາໃນການຊອກຫາແຫຼ່ງຊື້ນ້ຳມັນດົນກວ່ານີ້ ສ່ວນບັນແກເລຍ ເຊິ່ງຖືກບໍລິສັດແກັສພຣອມ ຕັດການຂົນສົ່ງແກັສແລ້ວ ກໍຄັດຄ້ານເຊັ່ນກັນ.

ທ່ານ ມິເຊວ ໄດ້ຍ້ຳວ່າ ການແບນນ້ຳມັນຈາກຣັດເຊຍເທື່ອນີ້ ຈະເປັນການຕັດແຫຼ່ງເງິນທຶນໃນການຈັດຫາເຄື່ອງຈັກສົງຄາມຂອງຣັດເຊຍລົງຫຼາຍ, ນອກຈາກນີ້ ຜູ້ນຳ EU ຍັງເຫັນດີຕໍ່ມາດຕະການຄວ່ຳບາດທະນາຄານໃຫຍ່ທີ່ສຸດຂອງຣັດເຊຍ ແລະ ບໍລິສັດກະຈາຍສຽງຂອງຣັດເຊຍອີກດ້ວຍ.

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...