Homeຂ່າວຕ່າງປະເທດອິດສະລາເອວຮຽກຮ້ອງຣັດເຊຍໃຫ້ຂໍໂທດຫຼັງຈາກທີ່ໄດ້ກ່າວວ່າ “ຮິດເລີມີເຊື້ອສາຍຢິວ”

ອິດສະລາເອວຮຽກຮ້ອງຣັດເຊຍໃຫ້ຂໍໂທດຫຼັງຈາກທີ່ໄດ້ກ່າວວ່າ “ຮິດເລີມີເຊື້ອສາຍຢິວ”

Published on

ໃນວັນຈັນ ອິດສະລາເອວ ໄດ້ກ່າວໂຈມຕີຣັດເຊຍຢ່າງໜັກ ສືບເນື່ອງມາຈາກຄຳກ່າວຂອງລັດຖະມົນຕີກະຊວງການຕ່າງປະເທດຣັດເຊຍກ່ຽວກັບລັດນາຊີ ແລະ ແນວຄິດຕໍ່ຕ້ານຢິວ ລວມທັງກ່າວອ້າງວ່າ “ອະດັອບ ຮິດເລີ ເປັນຢິວ”.

ລັດຖະມົນຕີກະຊວງການຕ່າງປະເທດຣັດເຊຍ ເຊີເກ ລາຟກັອບຟ ຕອບຄຳຖາມຕໍ່ສື່ມວນຊົນອີຕາລີ ເລື່ອງການບຸກລຸກຢູເຄຣນເຊິ່ງທາງຣັດເຊຍອ້າງວ່າ: “ເປັນການກຳຈັດອິດທິພົນຂອງນາຊີໃນຢູເຄຣນ”, ໂດຍລັດຖະມົນຕີ ລາຟກັອບຟ ໄດ້ກ່າວວ່າ: “ຢູເຄຣນອາດຍັງມີອົງປະກອບຂອງຄວາມເປັນນາຊີຢູ່ ເຖິງວ່າບຸກຄົນສຳຄັນຂອງຢູເຄຣນ ລວມທັງປະທານາທິບໍດີກໍເປັນຊາວຢິວ”.

ລັດຖະມົນຕີ ລາຟກັອບຟ ໄດ້ກ່າວວ່າ: “ຮິດເລີກໍຍັງມີເຊື້ອສາຍຢິວ ດັ່ງນັ້ນເລື່ອງນີ້ບໍ່ມີຄວາມສຳຄັນແຕ່ຢ່າງໃດ”.

ອິດສະລາເອວໄດ້ເອີ້ນຕົວເອກອັກຄະລະທູດຣັດເຊຍເຂົ້າພົບເພື່ອປະທ້ວງຄວາມເຫັນດັ່ງກ່າວ ພ້ອມລະບຸວ່າຄຳເວົ້າຂອງລັດຖະມົນຕີກະຊວງການຕ່າງປະເທດຣັດເຊຍ ເປັນການກ່າວຫາຊາວຢິວວ່າກໍ່ເຫດສັງຫານລ້າງເຜົ່າພັນຊາວຢິວດ້ວຍກັນເອງໃນຊ່ວງສົງຄາມໂລກຄັ້ງທີ2.

ສຳນັກຂ່າວຣອຍເຕີລາຍງານວ່າ: “ກະຊວງການຕ່າງປະເທດອິດສະລາເອວຍັງຮຽກຮ້ອງໃຫ້ ເຄຣມລິນ ອອກມາຂໍໂທດຢ່າງເປັນທາງການ”.

ລັດຖະມົນຕີກະຊວງການຕ່າງອິດສະລາເອວ ຢາອີ ລາປິດ ໄດ້ກ່າວວ່າ “ຄຳເວົ້າຂອງຂອງລັດຖະມົນຕີ ຣາຟລອຟ ໃນຄັ້ງນີ້ບໍ່ສາມາດໃຫ້ອະໄພໄດ້, ໜ້າອັບອາຍ ແລະ ມີຄວາມຜິດພາດຢ່າງຮຸນແຮງໃນທາງປະຫວັດສາດ ແລະ ຊາວຢິວບໍ່ເຄີຍລ້າງສັງຫານເຜົ່າພັນຕົນເອງໃນສົງຄາມໂລກຄັ້ງທີ2”.

ແລະໄດ້ກ່າວປິດເພິ່ມອີກວ່າ: “ການແບ່ງແຍກເຊື້ອຊາດໃນລະດັບຕ່ຳທີ່ສຸດຂອງຊາວຢິວ ຄືການກ່າວຫາວ່າຊາວຢິວມີແນວຄິດຕໍ່ຕ້ານຊາດພັນຕົວເອງ”.

ທາງດ້ານອານຸສອນສະຖານການສັງຫານລ້າງເຜົ່າພັນຂອງອິດສະລາເອວ ຢາດ ວາເຊມ (Yad Vashem) ມີການຖະແຫຼງການວ່າ: “ຄຳກ່າວຂອງລັດຖະມົນຕີຕ່າງປະເທດຣັດເຊຍນັ້ນ ໄຮ້ສາລະ, ຫຼົງຜິດ, ອັນຕະລາຍ ແລະ ສົມຄວນຖືກປະນາມ ແລະ ລາຟກັອບຟ ພະຍາຍາມໂຄສະນາເພື່ອບິດເບືອນເຫດການສັງຫານລ້າງເຜົ່າພັນ ດ້ວຍການສະໜັບສະໜູນຄຳກ່າວອ້າງທີ່ບໍ່ມີຫຼັກຖານເລື່ອງ ຮິດເລີ ທີເຊື້ອສາຍຢິວ”.

ອານຸສອນສະຖານ ຢາດ ວາເຊມ ກ່າວວ່າ: “ສິ່ງທີ່ຮ້າຍແຮງຄືກັນ ຄືການເອີ້ນຊາວຢິວ ແລະ ປະທານາທິບໍດີ ເຊເລນສະກີ ວ່າເປັນນາຊີ ເຊິ່ງຖືວ່າເປັນການບິດເບືອນປະຫວັດສາດ ແລະ ສົບປະໝາດເຫຍື່ອຂອງລັດນາຊີ”

ໃນຊ່ວງເລີ່ມຕົ້ນສົງຄາມໃນຢູເຄຣນ ປະທານາທິບດີ ວະລາດິເມຍ ປູຕິນ ພະຍາຍາມອ້າງວ່າການບຸກລຸກຢູເຄຣນ ເປັນການລົບລ້າງອິດທິພົນ ແລະ ແນວຄິດນາຊີໃນຢູເຄຣນ ເຖິງວ່າໃນຄວາມເປັນຈິງ ຢູເຄຣນມີລັດຖະບານທີ່ມາຈາກການເລືອກຕັ້ງ ແລະ ປະທານາທິບໍດີ ເຊເລນສະກີ ເຊິ່ງມີເຊື້ອສາຍຊາວຢິວ ກໍສູນເສຍຍາດຕິພີ່ນ້ອງຫຼາຍຄົນໃນເຫດການສັງຫານລ້າງເຜົ່າພັນເຊັ່ນກັນ.

ໃນຂະນະດຽວກັນນັ້ນ, ທາງການຢູເຄຣນອອກມາປະນາມຄວາມຄິດເຫັນຂອງ ຣາຟລອຟ ເຊັ່ນກັນ ໂດຍມີທີ່ປຶກສາປະທານາທິບໍດີລະບຸວ່າ “ຣັດເຊຍພະຍາຍາມສ້າງຄວາມຊອບທຳໃນການສັງຫານໝູ່ໃນຢູເຄຣນ ດ້ວຍການຂຽນປະຫວັດສາດຂຶ້ນມາໃໝ່”.

ເຫດການດັ່ງກ່່າວນີ້ຖືເປັນການສ້າງຄວາມບາດໝາງລະຫວ່າງສອງປະເທດ ໃນຊ່ວງເວລາທີ່ອິດສະລາເອວກຳລັງສະແດງຈຸດຢືນບໍ່ເຂົ້າຂ້າງໃດໃນສົງຄາມຢູເຄຣນ ເພາະເຖິງວ່າອິດສະລາເອວໄດ້ສົ່ງຄວາມຊ່ວຍເຫຼືອດ້ານມະນຸດສະທຳໄປໃຫ້ແກ່ຢູເຄຣນ ອິດສະລາເອວກໍຍັງບໍ່ອອກມາປະນາມ ແລະ ໃຊ້ມາດຕະການລົງໂທດຣັດເຊຍຮ່ວມກັບປະເທດອື່ນໃນປະຊາຄົມໂລກເຊັ່ນກັນ.

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...