Homeຂ່າວຄາດຕະກຳລູກໃພ້ໃຈໂຫດ ຫວັງຄາດຕະກຳແມ່ຍ່າ.

ລູກໃພ້ໃຈໂຫດ ຫວັງຄາດຕະກຳແມ່ຍ່າ.

Published on

ເຈົ້າໜ້າທີ່ ປກສ ເມືອງທ່າແຂກ ແຂວງຄຳມ່ວນ ໃຫ້ຮູ້ວ່າ: ນາງ ນ້ອຍ ອາຍຸ 26 ປີ (ລຸກໃພ້ ) ຢູ່ບ້ານຊົງ ເມືອງນາກາຍ ແຂວງຄຳມ່ວນ ວາງແຜນຄາດຕະກຳ ນາງ ສັງວານ ຫຼື ນາງ ວັນ ອາຍຸ 50 ປີ ( ແມ່ຍ່າ ) ຢູ່ບ້ານປາກດົງ ເມືອງທ່າແຂກ, ເນື່ອງຈາກຄິດວ່າແມ່ຍ່າ ( ນາງ ວັນ ) ຮູ້ເຫັນລູກຊາຍ ຫນີງານແຕ່ງດອງ.

ຜ່ານການສືບສວນຂອງເຈົ້າໜ້າທີ່ຈຶ່ງໄດ້ຮູ້ວ່າ: ໃນເວລາ 18:00 ໂມງ ຂອງ ວັນ 10 ກຸມພາ 2022 ນາງນ້ອຍ ໄດ້ໂທລະສັບຫານາງ ສັງວານ ຫຼື ວັນ ຜູ້ເປັນແມ່ຂອງ ທ້າວ ແປບຊີ້ ແລ້ວຖາມວ່າ ທ້າວ ແປບຊີ້ ໄປໃສແທ້ ຄືບໍ່ເວົ້າກັນກ່ອນເພາະທັງສອງກຳລັງຈະແຕ່ງດອງກັນ ແລ້ວ ຖ້າໃກ້ຈະຮອດມື້ແຕ່ງ ຝ່າຍຊາຍຫນີຈາກງານແຕ່ງແບບນີ້ ຜູ້ເປັນຝ່າຍຍິງ ຄິດວ່າແມ່ຮູ້ເຫັນ ຈິ່ງມີຄວາມແຄ້ນ ໃຫ້ຜູ້ເປັນແມ່ຂອງຝ່າຍຊາຍ.

ນາງນ້ອຍຍັງໄດ້ເວົ້າກັບນາງສັງວານຕໍ່ອີກວ່າ: ບາດຮອດຍາມກິນດອງແທ້ ຊິເຮັດແນວໃດ? ພວກເຈົ້າຄືມາເວົ້າສະບາຍແທ້ຢ້ານເສຍເງິນບໍ, ພາຍຫຼັງວາງໂທລະສັບແລ້ວນາງ ນ້ອຍ ຈື່ງມີແນວຄິດຢາກຮ້າຍ ໃສ່ນາງ ວັນ ຄິດວ່ານາງ ວັນ ບອກໃຫ້ ທ້າວ ແປບຊີ້ ໜີຈາກຜູ້ກ່ຽວ ຈຶ່ງໄດ້ຈັບເອົາມີດເໜັບເຊື່ອງໃສ່ແອວພ້ອມກັບເສື້ອຍືດແຂນສັ້ນສີດຳຂອງຜູ້ກ່ຽວແລ້ວຍ່າງໄປຕາມທາງມຸ້ງໜ້າໄປເຮືອນຂອງນາງ ວັນ ຢູ່ບ້ານປາກດົງ ເມືອງທ່າແຂກ ແຂວງຄຳມ່ວນ.

ຕໍ່ມາໃນເວລາ 23:00 ໂມງຂອງວັນດຽວກັນ ນາງ ນ້ອຍ ແມ່ນໄດ້ຍ່າງໄປຮອດເຮືອນ ຂອງນາງ ວັນ ແລ້ວໄປລີ້ຢູ່ແຈເຮືອນ ແລະ ເອົາເສື້ອປິດບັງໃບໜ້າ ຈາກນັ້ນ ໃຊ້ມິດທີ່ງັດປະຕູ ກຽມມານັ້ນເຂົ້າໄປລີ້ຢູ່ໃນເຮືອນໄດ້ປະມານ 30 ນາທີ ທ້າວ ດາວອນ ຜົວຂອງນາງ ວັນ ລຸກມາ ເຂົ້າຫ້ອງນ້ຳ ເຫັນປະຕູເຮືອນຖືກງັດ ຈຶ່ງໄດ້ປຸກຜູູ້ເປັນເມຍລຸກຂຶ້ນມາເບິ່ງ ແລ້ວໄດ້ພາກັນກວດກາເບິ່ງເຄື່ອງເຮືອນເຫັນວ່າບໍ່ມີຫຍັງເສຍຫາຍຈຶ່ງກັບນອນຄືນ.

ຈົນຕົກມາຮອດເວລາ 03 ໂມງເຊົ້າຂອງວັນທີ່ 11 ກຸມພາ 2022, ນາງ ນ້ອຍ ຈຶ່ງໄດ້ຕັດສິນໃຈເປີດມຸ້ງເຂົ້າໄປແລ້ວໃຊ້ມີດທີ່ກຽມມາພ້ອມພັນໃສ່ຫົວຂອງ ນາງ ສັງວານ ຈຳນວນ ຫຼາຍ ບາດເພື່ອຫວັງເອົາຊີວິດ ແຕ່ ທ້າວ ດາວອນ (ຜູ້ເປັນຜົວ)ຂອງ ນາງ ສັງວານ ແມ່ນໄດ້ລຸກຂື້້ນມາຍາດເອົາມີດນຳ ນາງ ນ້ອຍຈຶ່ງໄດ້ໃຊ້ມີດພັນໃສ່ຫົວຂອງທ້າວ ດາວອນ 1 ບາດ ແລະ ແຂ່ງເບື້ອງຊາຍອີກ 1 ບາດ. ຈາກນັ້ນ ທ້າວ ດາວອນ ຈຶ່ງຮ້ອງຂໍຄວາມຊ່ວຍເຫຼືອຈາກປະຊາຊົນທີ່ຢູ່ ບໍລິເວນໃກ້ຄຽງ ແລະ ນາງ ສັງວານໄດ້ໃຊ້ມືດືງເສື້ອ ທີ່ ປົກປິດໜ້າອອກຈຶ່ງເຮັດໃຫ້ ນາງ ນ້ອຍ ເກີດມີຄວາມຕົກໃຈໄດ້ແລ່ນ ອອກໄປ ທາງປ່າຫັຼງເຮືອນພ້ອມທັ້ງໂຍນມິດທີ່ໃຊ້ກໍ່ເຫດຖິ້ມແລ້ວເອົາຕົວຫຼົບໜີ.

ມາຮອດເວລາ 6 ໂມງຂອງວັນດຽວກັນທາງເຈົ້າໜ້າ ປກສ ບໍລິການປະຊາຊົນກຸ່ມຈອມແຈ້ງ ຈຶ່ງຈັບຕົວ ນາງ ນ້ອຍ ຜູ້ກະທຳຜິດໄດ້ ແລ້ວນຳສົ່ງເຈົ້າໜ້າທີ່ ພະແນກຕຳຫຼວດ ປກສ ເມືອງທ່າແຂກດຳເນີນຄະດີຕາມລະບຽບກົດໝາຍ.
ພາຍຫຼັງສອບສວນສຳເລັດ, ມາຮອດວັນທີ 6 ເມສາ 2022 ເຈົ້າໜ້າທີ່ຈິ່ງໄດ້ນຳຕົວຜູ້ກ່ຽວມາທົດສະກຳເຫດການຄືນໃຫມ່ເພື່ອປະກອບຄຳຮັບສາລະພາບ ແລະ ສະຫຼຸບສຳນວນຄະດີສົ່ງໄອອະການຟ້ອງສານຕັດສິນຕາມກົດໝາຍ

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...