Homeຂ່າວຕ່າງປະເທດອີລອນ ມັສ ເຂົ້າຊື້ຮຸ້ນທະວິດເຕີ້ 9.2% ແລ້ວ

ອີລອນ ມັສ ເຂົ້າຊື້ຮຸ້ນທະວິດເຕີ້ 9.2% ແລ້ວ

Published on

ສຳນັກຂ່າວ Bloomberg ລາຍງານວ່າ: ອີລອນ ມັສ (Elon Musk) ຜູ້ບລິຫານຄົນດັງເຂົ້າຊື້ຮຸ້ນທະວິດເຕີ້ (Twitter) ຫຼັງຈາກເຄີຍໂພສສອບຖາມກ່ຽວກັບຂັ້ນຕອນການວາງແຜນຂັ້ນພື້ນຖານມີເດຍຂອງຕົນເອງກ່ອນເຂົ້າຊື້ຮຸ້ນເປັນຈຳນວນ 9.2 %.

ປັດຈຸບັນ ອີລອນ ມັສ ໃນໄວ 50 ປີ ມີຄົນຕິດຕາມໃນທະວິດເຕີ້ຫຼາຍເຖິງ 80 ລ້ານຄົນ, ເຊິ່ງກ່ອນໜ້ານີ້ໃນການທະວິດຂອງ ອີລອນ ມັສ ໃນແຕ່ລະຄັ້ງກໍເປັນຜົນໃນແງ່ລົບຕໍ່ຜູ້ຄົນໃນວົງກວ້າງ ຈຶ່ງເຮັດໃຫ້ຄະນະກຳມະການກຳກັບຫຼັກຊັບ ແລະ ຕະຫຼາດຫຼັກຊັບຂອງສະຫະລັດ ຕ້ອງອອກກົດລະບຽບວ່າຖ້າ ອີລອນ ມັສ ຈະທະວິດປະເດັນໃດກໍ່ຕ້ອງໄດ້ຮັບຄວາມເຫັນດີຈາກຝ່າຍກົດໝາຍເສຍກ່ອນ.

ການເຂົ້າມາຖືຮຸ້ນທະວິດເຕີຂອງ ອີລອນ ມັສ ໃນຄັ້ງນີ້ເຮັດໃຫ້ລາຄາຮຸ້ນຂອງທະວິດເຕີ້ເພີ່ມຂຶ້ນເຖິງ 26 % ຢ່າງໃດກໍຕາມ ຍັງບໍ່ມີຄວາມຊັດເຈນວ່າການເຂົ້າມາຖືຮຸ້ນທະວິດເຕີ້ໃນຄັ້ງນີ້ຂອງ ອີລອນ ມັສ ຍັງບໍ່ມີໃຜຮູ້ວ່າເຂົາກຳລັງວາງແຜນທີ່ຈະເຮັດຫຍັງ.

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...