spot_img
Homeຄວາມງາມ7 ວິທີປ່ຽນຜົມຟູ ເປັນຜົມງາມ

7 ວິທີປ່ຽນຜົມຟູ ເປັນຜົມງາມ

Published on

hair-treatments-021

1. ບຳ​ລຸງ​ໃຫ້​ລ້ຳ​ເລິກ​ກວ່າ​ເກົ່າ​ດ້ວຍ​ຄີມ​ນວດ​ສູດ​ ດີບ​ຄອນ​ດິ​ຊັນ​ນິງ
ສາວໆ​ຜູ້​ປະ​ສົບ​ບັນຫາ​ຜົມ​​ຟູ​ທຸກ​ຄົນ​ ຄົງ​ພະຍາຍາມ​ແກ້​ໄຂ​ມັນ​ດ້ວຍ​ການ​ບຳ​ລຸງ​ຜົມ​ຫລັງ​ການ​ສະ ເພື່ອ​ເພີ່ມ​ຄວາມ​ຊຸ່ມ​ຊື່ນ​ໃຫ້​ກັບ​ເສັ້ນ​ຜົມ​ກັນ​ຢູ່​ແລ້ວ ແຕ່​ຖ້າ​ນັ້ນ​ຍັງ​ບໍ່​ຫລາຍ​ພໍ​ທີ່​ຈະ ​ກຳ​ຮາກ​ຜົມ​ຟູ​ໄດ້​ຢ່າງ​ເຫັນ​ຜົນ ລອງ​ປ່ຽນ​ມາ​ບຳ​ລຸງ​ໃຫ້​ລ້ຳ​ເລິກ​ຂຶ້ນ​ອີກ​ໜຶ່ງ​ລະ​ດັບ ດ້ວຍ​ການ​ເລືອກ​ໃຊ້​ຄີມ​ນວດ​ຜົມ​ສູດ​ ດີບ​ຄອນ​ດິ​ຊັນ​ນິງ ​ແລະ​ ເພີ່ມ​ເວລາ​ໃນ​ການ​ຖິ້ມ​ຄີມ​ນວດ​ໄວ້​ເທິງ​ເສັ້ນ​ຜົມ​ໃຫ້​ຫລາຍກວ່າ​ເກົ່າ ປະ​ມານ 5 ນາ​ທີ​ຂຶ້ນ​ໄປ ເພື່ອ​ເພີ່ມ​ໂອ​ກາດ​ໃຫ້​ສານ​ບຳ​ລຸງ​ເພີ່ມ​ຄວາມ​ຊຸ່ມ​ຊື້ນ​ໄດ້​ຊຶມ​​ລົງ​ໄປ​ເຄືອບ​ເສັ້ນ​ຜົມ​ຫລາຍກວ່າ​ເກົ່າ

2.  ຖື​ໄດເປົ່າຜົມ​ໃຫ້​ຫ່າງ​ຈາກ​ຜົມ​ 

ຫລັງ​ຈາກ​ສະ​ຜົມ​ສຳເລັດ​ແລ້ວ ຫລາຍໆ ຄົນ​ຄົງ​ເລືອກ​ການ​ໃຊ້​ ໄດ ເພື່ອ​ເປົ່າ​ຜົມ​ໃຫ້​ແຫ້ງ​ໄວ ແຕ່​ຖ້າ​​ພົບ​ວ່າ ​ຫລັງ​ເປົ່າ​ຜົມ​ແລ້ວ​ຜົມ​ເບິ່ງ​​ຟູ ເທື່ອໜ້າ​ໃຫ້​ລອງ​ແກ້​ໄຂ​ດ້ວຍ​ການ​ຖື​ ໄດ ​ໃຫ້​ຫ່າງ​ຈາກ​ຫົວ​ຫລາຍ​ຂຶ້ນ ແທນ​ທີ່​ຈະ​ຈໍ່​ລົງ​ໄປ​ທີ່​ເສັ້ນ​ຜົມ​ກົງ​ໆ ວິທີ​ນີ້​ຈະ​ຊ່ວຍ​ໃຫ້​ໄດ້​ລົມ​ບໍ່​ເປົ່າ​ຜົມ​ແຮງ​ຈົນ​​ຟູ​ນັ້ນ​ເອງ

3.
ເຊັດ​ຜົມ​ແຫ້ງ​ດ້ວຍ​ການ​ເຊັດ ບໍ່​ບິດແລະຢອງ​ຜົມ 

ວິທີ​ການ​ເຊັດ​ຜົມ​ທີ່​ສາວໆ​ຜົມ​ຫຍຸ້ງ​ງ່າຍ​ທຸກ​ຄົນ​ຕ້ອງ​ຈຳ​ເປັນ​ໃຊ້ ກໍ​ຄື​ການ​ໃຊ່​ຜ້າ​ທີ່​ດູດ​ນ້ຳ​ໄດ້​ດີ​ບີບ​ດູດ​ນ້ຳ​ອອກຈາກ​ເສັ້ນ​ຜົມ ຫ້າມ​ບິດ​ຜົມ​ເພື່ອ​ລີດ​ນ້ຳ ຫລື ​ໃຊ້​ຜ້າ​ຂົນ​ໜູກ​ຍ່ອງ​ຜົມ​ເດັດ​ຂາດ ແມ່ນ​ວິທີ​ຄ່ອຍ​ໆ ບີບ​ຊັບ​ນ້ຳ​ອອກຈາກ​ເສັ້ນ​ຜົມ​ຈະ​ເຮັດ​ຜົມ​ແຫ້ງ​ຊ້າ​ກວ່າ​ໜ້ອຍໜຶ່ງ ແຕ່​ຮັບຮອງ​ວ່າ​ຄຸ້ມ​ຄ່າ​ກັບ​ເວລາ​ທີ່​ເສຍ​ໄປ ເພາະ​ເມື່ອ​ຜົມ​ແຫ້ງ​ແລ້ວ​ມັນ​ກໍ​ຈະ​ລຽບ​ຢູ່ໃນ​ຊົງ​ຕາມ​ທຳມະຊາດ​ຂອງ​ຕົນ​ເອງ

 4.  ຢຸດ​ທຸກ​ນ້ຳ​ຢາ​ເຄ​ມີ​ທີ່​ໃຊ້​ເຮັດ​ຜມ 

ສານ​ເຄ​ມີ​ໃນ​ນ້ຳ​ຢາ​ເຮັດ​ຜົມ​ຕ່າງໆ ບໍ່​ວ່າ​ຈະ​ນ້ຳ​ຢາ​ດັດ ນ້ຳ​ຢາຢືດ ຫລື ​ນ້ຳ​ຢາ​ເຮັດ​ສີຕ່າງໆ​ເຮັດໃຫ້​ຜົມ​ແຫ້ງ ແລະ ​ຍິ່ງ​ເຮັດໃຫ້​ບັນຫາ​ຜົມ​ຟູ​​ກວ່າ​ເກົ່າ ຖ້າຫາກ​​ຕ້ອງ​ການ​ປາບ​ເລື່ອງ​ຜົມຟູ​ໃຫ້​ຢູ່​​ແທ້ໆ ເລື່ອງ​ນ້ຳ​ຢາ​ເຄ​ມີ​ນີ້​ແຫລະ​ ​ທີ່​ຕ້ອງ​ກຳຈັດ​ອອກ​ໄປ​ເປັນ​ລຳ​ດັບ​ຕົ້ນໆ

5. ເພີ່ມ​ການ​ບຳ​ລຸງ​ດ້ວຍ​ຜະລິດຕະພັນ​ເສີມ​ຄວາມ​ຊຸ່ມ​ຊື່ນ

ບໍ່​ວ່າ​ຈະ​ມີ​ຜົມ​ກູດ ຫລື​ວ່າ ​ຜົມ​ຊື່ ຖ່າຫາກວ່າ ​ເຈົ້າ​ຕ້ອງ​ປະເຊີນ​ບັນຫາ​ຜົມ​ຊີ້​ຟູ ກໍ​ສັນ​ນິດ​ຖານ​ໄວ້​ໄດ້​ເລີຍ​ວ່າ ​ສາ​ເຫດ​ທໍາອິດ ຂອງ​ມັນ​ມາ​ຈາກ​ເສັ້ນ​ຜົມ​ທີ່​ຂາດ​ຄວາມ​ຊຸ່ມ​ຊື່ນ ທີ່​ເຮັດໃຫ້​ເກັດ​ຜົມ​ເປີດ ແລະ ​ຟູຫຍຸ້ງ​ຈັດ​ຊົງ​ຍາກ ແຕ່​ຖ້າ​ໄດ້​ຜະລິດຕະພັນ​ເພີ່ມ​ຄວາມ​ຊຸ່ມ​ຊື່ນ​ໃຫ້​ແກ່​ເສັ້ນ​ຜົມ​ມາ​ເປັນ​ໂຕຊ່ວຍ​ ຈະ​ບັນ​ເທົາ​ບັນຫາ​ໄປ​ໄດ້​ເກີນ​ເຄິ່ງ​ ເລີ່ມ​ຈາກ​ໃຊ້​ຢາສະຜົມ ແລະ ​ຄອນ​ດິ​ຊັນ​ເນີສູດ ​ໄຮ​ເດ​ລດ​ຕິງ ແລ້ວ​ຄືບ​ໄປ​ຫາ​ລີ​ຟ​ອິນ​ຄອນ​ດິ​ຊັນ​ເນີ ລວມ​ທັງ​ສະ​ເປ​ສີດ​ຜົມ​ທີ່​ທັງ​ເພີ່ມ​ຄວາມ​ຊຸ່ມ​ຊື່ນ ​ແລະ ​ປົກ​ປ້ອງ​ເສັ້ນ​ຜົມ​ຈາກ​ຄວາມ​ຮ້ອນ​ໄດ້ ກໍ​ຈະ​ບັນ​ເທົາ​ອາການ​​ຟູ​ຂອງ​ເສັ້ນ​ຜົມ​ລົງ​ໄດ້​ຫລາຍ

6.
ໃຊ້​ນິ້ວ​ແທນ​ຫວີ 

ສຳລັບ​ສາວ​ທີ່​ຜົມ​ຟູ ການ​ຫວີ​ຜົມ​ອາດ​ເຮັດໃຫ້​ບັນຫາ​ຍິ່ງ​ຮ້າຍກວ່າເກົ່າ ເພາະ​ຫວີ​ໄປ​ຖາກ​ເສັ້ນ​ຜົມ​ໃຫ້​ເກັດ​ຜົມ​ເປີດ ແທນ​ທີ່​ຈະ​ຫວີ​ແລ້ວ​ລຽບ​ຈຶ່ງ​ກັບ​ຟູ​ກວ່າ​ເກົ່າ ລອງ​ປ່ຽນ​ມາ​ໃຊ້​ນິ້ວ​ສາງ​ຜົມ​ແທນ​ທີ່​ຈະ​ໃຊ້​ຫວີ ເພາະ​ນິ້ວ​ກໍ​ສາມາດ​ຊ່ວຍ​ຄາຍ​ຜົມ​ຫຍຸ້ງໆ ໄດ້​ຄືກັນ

7.
ໃຊ້​ຊົງ​ຜົມ​ເກົ້າ​ປິດ​ບັນຫາ​ຜົມ​ຫຍຸ້ງ 

ຖ້າຫາກ​ມື້​ໃດ​ຕື່ນ​ມາ​ພ້ອມ​ກັບ​ຜົມ​ຫຍຸ້ງ ແລະ ​ບໍ່​ມີ​ເວລາ​ຈັດການ​ເບິ່ງແຍງ​ມັນ​ເທົ່າໃດ ຕົວ​ເລືອກ​ທີ່​ດີ​ທີ່ສຸດ​​ໃນ​ນາ​ທີ​ນີ້​ກໍ​ຕ້ອງ​ເປັນ​ການ​ເລືອກ​ຊົງ​ຜົມ​ແບບ​ເກົ້າ​ຜົມ ເພື່ອ​ຈັດການ​​ເຊື່ອງ​ຜົມ​ຟູໆ ເອົາ​ໄວ້​ຢ່າງ​ແນບ​ນຽນ ຈະ​ເປັນ​ເຮັດ​ຜົມ​ມວ້ນ ​ແບບ​ເຟຊັນ ​ ຫລື​ເປຍ​ຂ້າງກໍ​ຊ່ວຍ​ຈັດການ​ຜົມ​ຫຍຸ້ງ​ໄດ້​ຮຽບຮ້ອຍ​ໃນ​ເວລາ​ພຽງ​ໜ້ອຍ​ດຽວ​ເທົ່ານັ້ນ

ບົດຄວາມຫຼ້າສຸດ

ບໍລິສັດຈີນອອກກົດລະບຽບຫ້າມພະນັກງານເຂົ້າຫ້ອງນ້ຳກາຍ 2 ນາທີ ຫາກຝ່າຝືນຈະຖືກຕັດເງິນເດືອນ

ບໍລິສັດຈີນອອກກົດລະບຽບຫ້າມພະນັກງານເຂົ້າຫ້ອງນ້ຳກາຍ 2 ນາທີ ສຳນັກຂ່າວ Business Standard ລາຍງານໃນວັນທີ 25 ກຸມພາ 2025 ກ່ຽວກັບເລື່ອງລາວສຸດຮືຮາ ເມື່ອບໍລິສັດແຫ່ງໜຶ່ງໃນປະເທດຈີນ ອອກກົດລະບຽບ ໃຫ້ພະນັກງານສາມາດເຂົ້າຫ້ອງນ້ຳໄດ້ພຽງຄັ້ງລະ 2...

ພິທີສະເຫຼີມສະຫຼອງ ຄົບຮອບ 30 ປີ ແຫ່ງ ການສ້າງຕັ້ງ ບໍລິສັດ ເຄພີ ຈໍາກັດ

ພິທີສະເຫຼີມສະຫຼອງ ຄົບຮອບ 30 ປີ ແຫ່ງ ການສ້າງຕັ້ງ ບໍລິສັດ ເຄພີ ຈໍາກັດ ໃນວັນທີ 21 ກຸມພາ 2025 ທີ່ຜ່ານມານີ້, ບໍລິສັດ...

ແພດໄທເປີດເຜີຍ 3 ນັກຮຽນມີອາການແໜ້ນໜ້າເອິກ ກ່ອນພົບວ່າປອດຖືກທຳລາຍເກືອບໝົດ ຍ້ອນສູບຢາສູບໄຟຟ້າ ແລະ ດື່ມນ້ຳກະທ້ອມ

ແພດໄທເປີດເຜີຍ 3 ນັກຮຽນມີອາການແໜ້ນໜ້າເອິກ ກ່ອນພົບວ່າປອດຖືກທຳລາຍເກືອບໝົດ ຍ້ອນສູບຢາສູບໄຟຟ້າ ແລະ ດື່ມນ້ຳກະທ້ອມມາເປັນເວລາ 2 ປີ. ສຳນັກຂ່າວໄທລາຍງານວ່າ: ເມື່ອວັນທີ 20 ກຸມພາ 2025 ມີການລາຍງານຈາກໜ່ວຍກູ້ໄພຕຳບົນດອນບົນ...

ລາວ-ໄທ ຮ່ວມກັນເປັນສັກຂີພະຍານໃນການລົງນາມ ແລະ ແລກປ່ຽນຂໍ້ຕົກລົງຮ່ວມກັນ 4 ສະບັບ

ນາຍົກລັດຖະມົນຕີ ລາວ-ໄທ ຮ່ວມກັນເປັນສັກຂີພະຍານໃນການລົງນາມ ແລະ ແລກປ່ຽນຂໍ້ຕົກລົງຮ່ວມກັນ 4 ສະບັບ. ໃນວັນທີ 20 ກຸມພາ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ສປປ...